KuCoin ເປີດຕົວບັດເດບິດ Crypto “KuCard” ທີ່ສາມາດຮອງຮັບຜູ້ໃຊ້ຈາກ Apple Pay ໄດ້ແລ້ວ


ເມື່ອວັນອັງຄານທີ່ຜ່ານມາ, KuCoin ແພລັດຟອມເວັບເທຣດ crypto ຊັ້ນນຳໄດ້ປະກາດເປີດຕົວບັດເດບິດ “Kucard” ໂດຍຈະສາມາດຮອງຮັບຜູ້ໃຊ້ຈາກ Apple Pay ໄດ້ແລ້ວ.

ການເປີດຕົວໃນຄັ້ງນີ້ ແມ່ນເກີດຈາກການຮ່ວມມືກັນລະຫວ່າງນັກລົງທຶນສະຖາບັນ ແລະ ບໍລິສັດ crypto ທີ່ເພີ່ມຫຼາຍຂຶ້ນ, ໂດຍມີຈຸດປະສົງເພື່ອໃຫ້ຜູ້ໃຊ້ສາມາດຫຼີກເວັ້ນການເປີດເຜີຍຂໍ້ມູນຂອງບັດເຄດິດຂອງຕົນໃຫ້ກັບບຸກຄົນທີ 3 ໄດ້, ໂດຍບໍ່ຕ້ອງສຳຜັດປຸ່ມກົດ ແລະ ບໍ່ຕ້ອງແລກປ່ຽນເປັນເງິນສົດດ້ວຍການເຂົ້າລະຫັດໃນທຸກທຸລະກໍາໂດຍໃຊ້ຜະລິດຕະພັນຂອງ Apple. ນີ້ຈະຊ່ວຍລູກຄ້າສາມາດປອດໄພຈາກການຫຼອກລວງໃນການຮ້ອງຂໍເກັບເງິນຈາກບັດເດບິດທີ່ບໍ່ຖືກຕ້ອງ.

ຢ່າງໃດກໍຕາມ, ຄຸນສົມບັດໃໝ່ຂອງ KuCoin ຈະອະນຸຍາດໃຫ້ລູກຄ້າທີ່ໃຊ້ Apple Pay ຜ່ານບັດເດບິດຂອງພວກເຂົາ ຊ່ວຍຮັກສາຂໍ້ມູນໃຫ້ປອດໄພ ແລະ ມີຄວາມເປັນສ່ວນຕົວ. ສິ່ງນີ້ອາດຈະເຮັດໃຫ້ລູກຄ້າຂອງ KuCoin ປະເຊີນການຫຼອກລວງທີ່ຫຼຸດໜ້ອຍລົງໃນອະນາຄົດ.     

ອີງຕາມການຖະແຫຼງການຈາກ KuCoin ລະບຸວ່າ ລູກຄ້າສາມາດຊໍາລະແບບບໍ່ຕ້ອງສຳຜັດໄດ້ງ່າຍໆໂດຍການຖື iPhone ຫຼື Apple Watch ໄວ້ບ່ອນໃກ້ໆກັບເຄື່ອງຊຳລະເງິນ.

ເນື່ອງຈາກທຸລະກໍາ Apple Pay ແຕ່ລະລາຍການຈະໄດ້ຮັບການຢືນຢັນດ້ວຍລະຫັດຄວາມປອດໄພ OTP ແລະ Face ID, Touch ID ຫຼື ລະຫັດຜ່ານອຸປະກອນ ເພາະສະນັ້ນ ມັນຈຶ່ງປອດໄພກວ່າສໍາລັບຜູ້ໃຊ້.     

ນອກຈາກນີ້ ຜູ້ໃຊ້ iPhone, iPad ແລະ Mac ສາມາດສັ່ງຊື້ສິນຄ້າໄດ້ຢ່າງວ່ອງໄວ ແລະ ງ່າຍກວ່າຜ່ານແອັບ ຫຼື ເວັບໃນ Safari ໂດຍໃຊ້ Apple Pay, ໂດຍບໍ່ຈໍາເປັນຕ້ອງສ້າງບັນຊີ ຫຼື ປ້ອນຂໍ້ມູນການຂົນສົ່ງ ແລະ ການຊຳລະເງິນຢ່າງຕໍ່ເນື່ອງ.

ຫຼັກການພື້ນຖານຂອງ Apple Pay ແມ່ນຄວາມປອດໄພ ແລະ ຄວາມເປັນສ່ວນຕົວ. ຕົວເລກບັດເຄຣດິດ ຫຼື ບັດເດບິດຕົວຈິງບໍ່ໄດ້ຖືກເກັບໄວ້ໃນເຊີບເວີ ຫຼື ອຸປະກອນຂອງ Apple ເມື່ອຜູ້ໃຊ້ງານ Apple Pay. ວິທີນີ້ຈະຊ່ວຍປົກປ້ອງຂໍ້ມູນສ່ວນຕົວ ແລະ ຂໍ້ມູນລັບທັງໝົດທີ່ກ່ຽວຂ້ອງກັບບັດເດບິດ.

ຖ້າທ່ານຕ້ອງການໃຊ້ບໍລິການ, ໃນຂັ້ນຕອນທຳອິດ ທ່ານຈະຕ້ອງໄດ້ເປີດນຳໃຊ້ບັດເດບິດ ຕໍ່ມາກໍເປີດແອັບ Wallet ຂຶ້ນ ແລ້ວກົດເລືອກຄໍາວ່າ Plus ແລະ ປະຕິບັດຕາມຄຳແນະນຳເພື່ອເພີ່ມ KuCard ລົງໃສ່ iPhone.

ຫຼັງຈາກແນບບັດເຂົ້າກັບ iPhone, iPad, Mac, ຫຼື Apple Watch, ຜູ້ໃຊ້ສາມາດເລີ່ມໃຊ້ Apple Pay ໄດ້ທັນທີ.

ການຕັດສິນໃຈຂອງ KuCoin ທີ່ຈະໃຫ້ຜູ້ໃຊ້ງານເຊື່ອມຕໍ່ Apple Pay ກັບບັດເດບິດ crypto “KuCard” ແມ່ນເກີດຂຶ້ນໃນເວລາທີ່ການຮ່ວມມືລະຫວ່າງທຸລະກິດ B2B ໃນຕະຫຼາດ crypto ເພີ່ມສູງຂຶ້ນ.

ທີ່ມາ:

bitcoinworld

kucoin

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/