ຈີນ ກາຍເປັນຄູ່ຄ້າສຳຄັນຂອງ ສປປ ລາວ ບັນລຸມູນຄ່າການຄ້າ 2 ສົ້ນໄດ້ເກືອບ 500 ລ້ານໂດລາ


ອີງຕາມຂໍ້ມູນຈາກ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ປະຈຳເດືອນ ທັນວາ 2023, ສປ ຈີນ ໄດ້ກາຍເປັນຄູ່ຄ້າສຳຄັນຂອງ ສປປ ລາວ ໂດຍມີມູນຄ່າການຄ້າ 2 ສົ້ນກວ່າ 499 ລ້ານໂດລາ ແບ່ງເປັນ ສົ່ງອອກ 200,3 ລ້ານ ໂດລາ ແລະ ນຳເຂົ້າ 298,7 ລ້ານ ໂດລາ.

ໂດຍ ສະຖິຕິ 4 ເດືອນທ້າຍ ປີ 2023 ມູນຄ່າການຄ້າ 2 ສົ້ນ ສປປ ລາວ-ຈີນ ສາມາດບັນລຸໄດ້  1.384 ລ້ານໂດລາ ແບ່ງເປັນ ເດືອນກັນຍາ 400 ລ້ານໂດລາ, ເດືອນ ຕຸລາ 378 ລ້ານໂດລາ, ເດືອນ ພະຈິກ 448,3 ລ້ານໂດລາ ແລະ ເດືອນທັນວາ 499 ລ້ານໂດລາ.

ເດືອນ ທັນວາ ຍັງເປັນເດືອນທຳອິດ ທີ່ ສປປ ລາວ ນຳເຂົ້າສິນຄ້າຈາກ ສປ ຈີນຫຼາຍທີ່ສຸດ ແຊງໜ້າ ປະເທດໄທ . ໂດຍນຳເຂົ້າຈາກຈີນ ມູນຄ່າ 298,7 ລ້ານ ໂດລາ ແລະ ນຳເຂົ້າຈາກໄທ ປະມານ 271,3 ລ້ານ ໂດລາ.

ໂດຍມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 12 ປີ 2023 ບັນລຸໄດ້ ປະມານ 1.235 ລ້ານໂດລາ ໂດຍໃນນີ້ມີການ ສົ່ງອອກທັງໝົດ ປະມານ 531.3 ລ້ານໂດລາ ແລະ ນຳເຂົ້າທັງໝົດ ປະມານ 703,6 ລ້ານໂດລາ ເສຍດຸນການຄ້າປະມານ 172,5 ລ້ານໂດລາ ບໍ່ນັບລວມການຂາຍໄຟຟ້າ.

ປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍ 05 ອັນດັບ ໄດ້ແກ່ ຈີນ ປະມານ 200.3 ລ້ານ ໂດລາ, ຫວຽດນາມ 118.1 ລ້ານ ໂດລາ, ໄທ 88.2 ລ້ານໂດລາ, ອອສເຕຣເລຍ 37.9 ລ້ານ ໂດລາ ແລະ ອິນເດຍ ປະມານ 18.6 ລ້ານ ໂດລາ.

ສ່ວນປະເທດທີ່ ສປປ ລາວ ນໍາເຂົ້າຫຼາຍ 05 ອັນດັບໄດ້ແກ່ ຈີນ 298.7 ລ້ານ ໂດລາ, ໄທ ປະມານ 271.3 ລ້ານ ໂດລາ, ຫວຽດນາມ 34 ລ້ານ ໂດລາ, ສະຫະລັດອາເມຣິກາ 24.1 ລ້ານ ໂດລາ ແລະ ຍີ່ປຸ່ນ ປະມານ 24.1 ລ້ານ ໂດລາ.

ໂດຍໃນນີ້, ສິນຄ້າສົ່ງອອກຫຼັກ 5 ອັນດັບ ປະກອບມີ: ຄໍາປະສົມ, ຄຳແທ່ງ 72.4 ລ້ານ ໂດລາ, ຢາງພາລາ 44.6 ລ້ານໂດລາ, ແຮ່ທອງ 38,5 ລ້ານໂດລາ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 37,2 ລ້ານໂດລາ, ມັນຕົ້ນ 34.8 ລ້ານໂດລາ.

ສິນຄ້ານໍາເຂົ້າຫຼັກ 5 ອັນດັບ ປະກອບມີ: ກາຊວນ  94.1 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 78.1 ລ້ານໂດລາ, ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) 69.2 ລ້ານໂດລາ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 36 ລ້ານໂດລາ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 33 ລ້ານໂດລາ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/