ຄຳເປັນສິນຄ້າ ທີ່ ສປປ ລາວ ສົ່ງອອກຫຼາຍທີ່ສຸດ 4 ເດືອນລຽນຕິດ ມູນຄ່າລວມກວ່າ 227 ລ້ານໂດລາ


ອີງຕາມຂໍ້ມູນຈາກ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ຄຳເປັນສິນຄ້າ ທີ່ ສປປ ລາວ ສົ່ງອອກຫຼາຍທີ່ສຸດ 4 ເດືອນລຽນຕິດ ມູນຄ່າລວມ 4 ເດືອນ ນັບແຕ່ເດືອນ ກັນຍາ 2023 ຫາ ເດືອນ ທັນວາ 2023 ບັນລຸໄດ້ຫຼາຍກວ່າ 227 ລ້ານໂດລາ. ໂດຍການສົ່ງອອກນີ້ ແມ່ນຍັງບໍ່ລວມການສົ່ງອອກໄຟຟ້າ.

ນັບສະເພາະເດືອນ ທັນວາ 2023 ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ບັນລຸໄດ້ ປະມານ 1.235 ລ້ານໂດລາ ສິນຄ້າສົ່ງອອກທັງໝົດ ປະມານ 531.3 ລ້ານໂດລາ ແລະ ນຳເຂົ້າທັງໝົດ 703.6 ລ້ານໂດລາ ຂາດດຸນການຄ້າປະມານ 172.3 ລ້ານໂດລາ.

ໂດຍໃນນີ້, ສິນຄ້າສົ່ງອອກຫຼັກ 5 ອັນດັບ ປະກອບມີ: ຄໍາປະສົມ, ຄຳແທ່ງ 72.4 ລ້ານ ໂດລາ, ຢາງພາລາ 44.6 ລ້ານໂດລາ, ແຮ່ທອງ 38,5 ລ້ານໂດລາ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 37,2 ລ້ານໂດລາ, ມັນຕົ້ນ 34.8 ລ້ານໂດລາ.

ສິນຄ້ານໍາເຂົ້າຫຼັກ 5 ອັນດັບ ປະກອບມີ: ກາຊວນ  94.1 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 78.1 ລ້ານໂດລາ, ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) 69.2 ລ້ານໂດລາ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 36 ລ້ານໂດລາ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 33 ລ້ານໂດລາ.

ປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍ 05 ອັນດັບ ໄດ້ແກ່: ຈີນ ປະມານ 200.3 ລ້ານ ໂດລາ, ຫວຽດນາມ 118.1 ລ້ານ ໂດລາ, ໄທ 88.2 ລ້ານໂດລາ, ອອສເຕເລຍ 37.9 ລ້ານ ໂດລາ ແລະ ອິນເດຍ ປະມານ 18.6 ລ້ານ ໂດລາ.

ສ່ວນປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍ 5 ອັນດັບ ໄດ້ແກ່: ຈີນ 298.7 ລ້ານໂດລາ, ໄທ ປະມານ 271.3 ລ້ານໂດລາ, ຫວຽດນາມ 34 ລ້ານໂດລາ, ສະຫະລັດອາເມຣິກາ 24.1 ລ້ານໂດລາ ແລະ ຍີ່ປຸ່ນ ປະມານ 24.1 ລ້ານໂດລາ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/