Breaking! ເງິນຢວນອ່ອນຄ່າຕໍ່າສຸດ ໃນຮອບ 16 ປີ ທຽບໃສ່ ໂດລາສະຫະລັດ ທ່າມກາງວິກິດການທາງເສດຖະກິດ


ອັດຕາແລກປ່ຽນ​ສະກຸນເງິນ​ຢວນ ອ່ອນຄ່າຕ່ຳສຸດ ໃນຮອບ 16 ປີ ເມືອທຽບໃສ່ ໂດລາສະຫະລັດ ທ່າມກາງຂໍ້ມູນທາງເສດຖະກິດທີ່ສ້າງຄວາມກັງວົນ ແລະ ຄວາມກົດດັນໃຫ້ກັບການຂະຫຍາຍຕົວຂອງເສດຖະກິດຈີນ.​

 ​ໂດຍ​ການ​ຊື້-ຂາຍ​ ​ໄລຍະ​ໜຶ່ງ​ຂອງ​ຕະຫຼາດ  ​ໃນວັນ​ທີ 7​ ກັນຍາ​ທີ່ຜ່ານມານີ້ ຢູ່ປະມານ 7,32 ຢວນ ຕໍ່​ໂດ​ລາ​ສະຫະລັດ ເຊິ່ງ​ເປັນ​ສະ​ຖິຕິອ່ອນ​ຄ່າຕໍ່າ​ສຸດ ​ໃນ​ຮອບ 16 ປີ ນັບຕັ້ງແຕ່ປີ 2007 ໂດຍຫຼຸດ​ລົງ 0,13%. ສ່ວນ​ເງິນ​ຢວນ ​ໃນ​ຕະຫຼາດ ​ແລກປ່ຽນ ຕ່າງປະ​ເທດ ປະມານ 7,33 ​ຕໍ່​ໂດ​ລາ​ສະຫະລັດ ຫຼຸດ​ລົງ 0,19%.

ໂດຍຕົວເລກດັ່ງກ່າວເກີດຂຶ້ນ ຫຼັງ​ຈາກສະຖິຕິ​ການ​ສົ່ງ​ອອກ ​ເດືອນ​ສິງຫາ ຫຼຸດ​ລົງ 8,8% ​ເມື່ອ​ທຽບ​ໃສ່ ປີ​ກາຍ. ສ່ວນ​ການ​ນຳ​ເຂົ້າ ຫຼຸດ​ລົງ 7,3% ​ໃນ​ໄລຍະ​​ເວລາ ດຽວ​ກັນ.

ປັດຈຸບັນ ປະຕິເສດບໍ່ໄດ້ວ່າ ຈີນ​ພວມ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ​ດ້ານ​ເສດຖະກິດ​ບໍ່​ໜ້ອຍ​ເລີຍໃນເວລາ​ນີ້ ​ເຊິ່ງລວມທັງ​ຂະ​ແໜງ​ການ​ຜະລິດ​ທີ່​ຕົກ​ຕໍ່າ, ການ​ວ່າງ​ງານ​ຂອງ​ໄວ​ໜຸ່ມ ​ແລະ ​ຂະ​ແໜງ​ອະສັງຫາ ທີ່​ຊົບເຊົາ.

ຢ່າງໃດກໍຕາມ ໃນອາທິດທີ່ຜ່ານມາ ກ່ຽວກັບການແກ້ໄຂບັນຫາເງິນຕານີ້ ທາງທະນາຄານກາງຂອງປະເທດຈີນ ໄດ້ປະກາດວ່າ ວັນທີ 15 ກັນຍາທີ່ຈະມາຮອດນີ້ ຈະຫຼຸດຈຳນວນເງິນຝາກທີ່ເປັນເງິນຕາຕ່າງປະເທດຂອງສະຖາບັນການເງິນຕ່າງໆ ຈາກ 6% ລົງມາໃຫ້ເຫຼືອ 4%​ ເພື່ອຫຼຸດການສະໜອງເງິນຕາຕ່າງປະເທດໃນທ້ອງຖິ່ນ ແລະ ໃຫ້ເງິນຢວນເປັນຕົວດຶງດູດການລົງທຶນແທນ.

https://markets.businessinsider.com/news/currencies/china-economy-woes-yuan-falls-lowest-against-dollar-16-years-2023-9

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/