Binance ປະກາດກຽມຖອນຫຼຽນ Privacy Coins 4 ລາຍການອອກຈາກເວັບເທຣດໃນເບວຢຽມ ນັບຕັ້ງເເຕ່ວັນທີ 22 ກັນຍາເປັນຕົ້ນໄປ


Binance ກະດານເທຣດທີ່ໃຫຍ່ທີ່ສຸດໃນໂລກໄດ້ປະກາດ ຈະຍຸຕິການຊື້ຂາຍຫຼຽນ Privacy coins ບາງລາຍການໃນເວັບເທຣດເບວຢຽມ ໄດ້ເເກ່: Monero (XMR), MobileCoin (MOB), Firo (FIRO) ແລະ Horizen (ZEN) ເພື່ອໃຫ້ສອດຄ່ອງກັບມາດຕະການຂອງໜ່ວຍງານຄຸ້ມຄອງກົດໝາຍ. ໂດຍຈະເລີ່ມຖອນອອກຈາກເເພລັດຟອມຕັ້ງເເຕ່ວັນທີ 22 ເດືອນກັນຍາ ປີ 2023 ເປັນຕົ້ນໄປ.

Binance ກ່າວວ່າ ເເພລັດຟອມຈະຕ້ອງໄດ້ປະຕິບັດຕາມກົດລະບຽບຂອງສະຫະພາບຢູໂຣບທີ່ໄດ້ກຳນົດໃຫ້ພວກເຂົາສາມາດຕິດຕາມທຸລະກຳຫຼຽນທີ່ຢູ່ໃນເເພລັດຟອມໄດ້ຢ່າງເຕັມທີ່, ສ່ວນຫຼຽນທີ່ກ່າວມາຂ້າງເທິງນັ້ນເເມ່ນບໍ່ໄດ້ເປັນໄປຕາມມາດຕະການທີ່ວາງໄວ້ ສະນັ້ນຈຶ່ງຕ້ອງໄດ້ຖອດຖອນຫຼຽນດັ່ງກ່າວອອກໄປ.

ສຳລັບຜູ້ໃຊ້ທີ່ຖືຫຼຽນ Privacy coins ເຫຼົ່ານີ້ ສາມາດຖອນອອກຈາກ Binance ໄດ້, ເເຕ່ຈະບໍ່ສາມາດຊື້ ຫຼື ເປີດສະຖານະໃໝ່ໄດ້. ທັງນີ້ Binance ຍັງກ່າວອີກວ່າຈະຈຳກັດຄຸນສົມບັດໃນການເເປງຫຼຽນທັງໝົດທີ່ກ່າວມາຂ້າງເທິງ ໃຫ້ຢູ່ໃນ reducation-only mode, ເຊິ່ງຈະອະນຸຍາດໃຫ້ຜູ້ໃຊ້ສາມາດຂາຍ ຫຼື ປິດສະຖານະໄດ້ພຽງເທົ່ານັ້ນ

“ໃນປັດຈຸບັນ ພວກເຮົາຕັ້ງເປົ້າໝາຍທີ່ຈະສະໜັບສະໜູນໂຄງການທີ່ມີຄຸນະພາບຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້. ພວກເຮົາຕ້ອງປະຕິບັດຕາມກົດໝາຍ ແລະ ກົດລະບຽບໃນທ້ອງຖິ່ນກ່ຽວກັບການຊື້ຂາຍຫຼຽນ privacy coins” ໂຄສົກຂອງ Binance ກ່າວຜ່ານອີເມວ.

ທີ່ມາ:

bitcoinsistemi

binance

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/