ChatGPT ຈັບມືກັບ Canva ຫວັງສ້າງຄວາມໄດ້ປຽບໃນດ້ານ AI


OpenAI ຜູ້ສ້າງ ແລະ ພັດທະນາ ChatGPT ໄດ້ຮ່ວມມືກັບ Canva ແພລັດຟອມກຣາຟຟິກຊັ້ນນໍາຂອງໂລກ ເພື່ອນໍາເອົາ Chatbot ດັ່ງກ່າວໄປເຊື່ອມຕໍ່ (plugin) ເຂົ້າກັບ Canva ເພື່ອຫວັງທີ່ຈະສ້າງຄວາມໄດ້ປຽບທາງດ້ານປັນຍາປະດິດ. ໂດຍການຮ່ວມມືກັນໃນຄັ້ງນີ້ຈະເພີ່ມສັກກະຍະພາບໃຫ້ການອອກແບບກຣາຟຟິກໂລໂກ້, ແບນເນີຕ່າງໆ ແລະ ອື່ນໆໃຫ້ງ່າຍຍິ່ງຂຶ້ນສຳລັບນັກຮຽນ, ນັກສຶກສາ, ພະນັກງານ, ຜູ້ປະກອບການທຸລະກິດ ແລະ ອີກຫຼາຍໆອາຊີບຍິ່ງຂຶ້ນ.

ໂດຍບໍລິສັດ OpenAI ໄດ້ຊີ້ໃຫ້ເຫັນວ່າ ການຮ່ວມມືກັນໃນຄັ້ງນີ້ປຽບສະເໝືອນການປະຕິວັດວົງການອອກແບບກຣາຟຟິກໃໝ່. ທັງນີ້ ການເຊື່ອມຕໍ່ລະຫວ່າງ Canva ກັບ ChatGPT ນັ້ນຖືເປັນຂະບວນການທີ່ຄ້ອນຂ້າງຊັບຊ້ອນ ເນື່ອງຈາກຕ້ອງມີການຕິດຕັ້ງລະບົບ ແລະ ດຳເນີນການບາງຂັ້ນຕອນກ່ອນໃຊ້ງານ.

ຢ່າງໃດກໍຕາມ, ຖ້າຫາກສາມາດຕິດຕັ້ງໃຫ້ສຳເລັດເປັນທີ່ຮຽບຮ້ອຍແລ້ວ ຜູ້ໃຊ້ງານຈະສາມາດສ້າງສັນຮູບພາບຕ່າງໆໄດ້ພຽງການຄຣິກ 2 – 3 ຄັ້ງເທົ່ານັ້ນ. ນອກຈາກນີ້ ມັນຍັງມີລະບົບສັ່ງການດ້ວຍສຽງທີ່ຈະຊ່ວຍເພີ່ມຄວາມສະດວກສະບາຍໃຫ້ທ່ານຍິ່ງຂຶ້ນໃນການເຮັດວຽກ ເຊິ່ງນີ້ອາດຈະເຮັດໃຫ້ຍອດຜູ້ໃຊ້ງານໃນແພລັດຟອມຂອງທັງ Canva ແລະ ChatGPT ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ປັດຈຸບັນ ການເຊື່ອມຕໍ່ຂອງ ChatGPT ກັບ Canva ຈະມີໃຫ້ສະເພາະສະມາຊິກ ChatGPT Plus ແບບລາຍເດືອນ (20ໂດລາ/ເດືອນ) ເທົ່ານັ້ນ. ໂດຍການສະໝັກສະມາຊິກຈະຊ່ວຍໃຫ້ຜູ້ໃຊ້ມີສິດໃນການເຂົ້າເຖິງ Plugin Canva ແລະ ຍັງຊ່ວຍໃຫ້ຜູ້ໃຊ້ສາມາດນຳໃຊ້ໂມເດວຂະໜາດໃຫຍ່ຄື GPT-4 ເຊິ່ງມີຄວາມຊ່ຽວຊານໃນການສ້າງເນື້ອຫາແບບຍາວ ແລະ  ຮູບ​ແບບ input.

ທີ່ມາ:

decrypt

tech

thestandard

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/