ຜູ້ປະກອບການລາວ ແນມເຫັນໂອກາດ ແລະ ຜົນປະໂຫຍດທາງ​ການ​ຄ້າ​ຢູ່​ງານ​ວາງ​ສະ​ແດງ​ຈີນ-ອາ​ຊຽນ


ຜູ້ປະກອບການລາວ ແລະ ປະເທດຊາດ ຈະໄດ້ຮັບຜົນປະໂຫຍດຈາກການເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນ ແລະ ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນຈີນ-ອາຊຽນ ເນື່ອງຈາກຈະເປັນການເປີດໂອກາດທາງທຸລະກິດ ແລະ ເພີ່ມທະວີການຄ້າລະຫວ່າງລາວ, ບັນດາປະເທດອາຊຽນ ແລະ ສປ ຈີນ.

ໂດຍງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 20 ​ແລະ ​ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ ​ແລະ ການ​ລົງທຶນ​ຈີນ-ອາ​ຊຽນຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 16 ຫາ 19 ກັນຍາ​ນີ້ ​ຢູ່​ນະຄອນ​ໜານ​ໜິງ​ ປະເທດຈີນ ເຊິ່ງຈະເປັນງານທີ່ຮວບຮວມບັນດາຫົວໜ່ວຍທຸລະກິດ ຈາກທັງພາກພື້ນອາຊຽນ ແລະ ສປ ຈີນ ເປັນເວທີທີ່ຈະເປີດໂອກາດໃຫ້ ຜູ້ປະກອບການໄດ້ນຳສະເໜີຜະລິດຕະພັນ ທຸລະກິດຂອງຕົນອອກສູ່ເວລາອາຊຽນ.

ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ຜູ້ປະກອບການລາວທີ່ຈະເຂົ້າຮ່ວມງານໃນຄັ້ງນີ້ ຫວັງວ່າພວກເຂົາຈະສາມາດເຮັດສັນຍາຂໍ້ຕົກລົງ ຈຳໜ່າຍສິນຄ້າຄຸນະພາບສູງ ໂດຍສະເພາະສິນຄ້າກະສິກໍາ ໄປຍັງບັນດາປະເທດອາຊຽນ ແລະ ຈີນໄດ້.

ທ່ານ ໄຊສົມເພັດ ກ່າວວ່າ: ຜູ້ເຂົ້າຮ່ວມງານຈາກລາວ ຈະວາງສະແດງຜະລິດຕະພັນທີ່ມີບົດບາດສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງລາວ ແລະ ບັນດາປະເທດອາຊຽນ, ແນໃສ່ສ້າງເຄືອຂ່າຍ ແລະ ມີສ່ວນຮ່ວມໃນການເຄື່ອນໄຫວທຸລະກິດ ໃນພາກພື້ນ.

ທ່ານ ສີສຸພອນ ສີຫາລາດ ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດດາວເຮືອງ ກ່າວວ່າ: ງານວາງສະແດງສິນຄ້າດັ່ງກ່າວເປັນໂອກາດທອງໃນການຂະຫຍາຍຕະຫຼາດ ແລະ ໃຫ້ໂອກາດນັກທຸລະກິດລາວສາມາດຈຳໜ່າຍສິນຄ້າໄປປະເທດອື່ນໆໃນພາກພື້ນໄດ້. ມັນເປີດຊ່ອງທາງການຄ້າໃໝ່ ແລະ ຖືວ່າເປັນໜຶ່ງໃນວິທີທີ່ດີທີ່ສຸດທີ່ຈະໄດ້ໂອກາດຮັບສັນຍາທາງການຄ້າໃໝ່ກັບບັນດາຄູ່ຄ້າໃໝ່ໃນພາກພື້ນ.

ສຳລັບງານວາງສະແດງສິນຄ້າ ຈີນ-ອາຊຽນ ທີ່ຜ່ານໆມາໄດ້ເຮັດໃຫ້ຜູ້ວາງສະແດງສາມາດຂະຫຍາຍຕະຫຼາດຂອງພວກເຂົາ ແລະ ເຂົ້າເຖິງຖານລູກຄ້າທີ່ກວ້າງຂວາງຂຶ້ນ. ເຈົ້າຂອງທຸລະກິດລາວຫຼາຍຄົນຖືວ່າງານວາງສະແດງສິນຄ້າແມ່ນເປັນໂອກາດທີ່ຈະຊຸກຍູ້ການຄ້າ ແລະ ສ້າງຄວາມເຂັ້ມແຂງທາງດ້ານການຄ້າຂ້າມແດນ.

ຂໍ້ມູນຈາກ: vientianetimes

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/