ຫວຽດນາມສຸມໃສ່ການພັດທະນາອຸດ​ສາ​ຫະ​ກຳ Semiconductor ເພື່ອທີ່ຈະກາຍເປັນສູນກາງການຜະລິດຊິບໃນພູມິພາກ


ຫວຽດນາມກຽມທີ່ຈະອອກມາດຕະການຜ່ອນຜັນພາສີ ແລະ ສິດທິປະໂຫຍດອື່ນໆ ສໍາລັບບໍລິສັດຜະລິດ semiconductor ເພື່ອຊ່ວຍພັດທະນາອຸດສາຫະກໍາດັ່ງກ່າວ, ເນື່ອງຈາກວ່າຫວຽດນາມມີບົດບາດສຳຄັນຫຼາຍຂຶ້ນໃນທ່າມກາງສົງຄາມຊິບລະຫວ່າງຈີນກັບສະຫະລັດ.

ໂດຍໃນແຜນຍຸດ​ທະ​ສາດ​ແຫ່ງ​ຊາດ​ຂອງ​ຫວຽດ​ນາມ ຈະ​ກວມເງິນອຸດ​ໜູນ​ຊ່ວຍເຫຼືອເຂົ້າໃນ​ອຸດ​ສາ​ຫະ​ກຳ​ຜ່ານ​ກອງ​ທຶນ​ວິ​ທະ​ຍາ​ສາດ ແລະ ການຄົ້ນຄວ້າຮ່ວມກັນກັບບໍລິສັດເຕັກໂນໂລຊີເອກະຊົນເຊັ່ນ FPT…

ບັນດາບໍລິສັດຕ່າງໆ ນັບຕັ້ງແຕ່ Nvidia ຈົນເຖິງ Samsung ຕ່າງກໍຊອກໂອກາດໃນການຂະຫຍາຍທຸລະກິດຊິບຂອງພວກເຂົາຢູ່ໃນຫວຽດນາມ. ເຊິ່ງຜູ້ຊ່ຽວຊານຄາດການວ່າຫວຽດນາມຈະສາມາດເຮັດລາຍໄດ້ຫຼາຍລ້ານໂດລາຈາກ US Chips and Science Act ແລະ ຍັງກາຍເປັນທີ່ຕັ້ງຂອງໂຮງງານໃນການທົດສອບ ແລະ ການປະກອບຊິ້ນສ່ວນທີ່ໃຫຍ່ທີ່ສຸດໃນໂລກຂອງ Intel.

Huynh Thanh Dat ​ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ ກ່າວ​ວ່າ “ອຸດສາຫະກຳ​ semiconductor ຂອງ ຫວຽດນາມ ມີ​ອັດຕາ​ການ​ຜະລິດ​ພາຍ​ໃນ​ຕ່ຳ, ບັນດາ​ການ​ເຄື່ອນ​ໄຫວ​ຄົ້ນ​ຄວ້າ ​ແລະ ການພັດທະນາ​ບໍ່​ສອດຄ່ອງ, ຊັບພະຍາກອນມະນຸດທີ່ມີຄຸນະພາບສູງໃນດ້ານ semiconductor ຍັງຈໍາກັດ”

ເມື່ອບໍ່ດົນມານີ້, ​ຫວຽດນາມໄດ້ພາດການລົງທຶນຫຼາຍຕື້ໂດລາຈາກບໍລິສັດຍັກໃຫຍ່ເຊັ່ນ Intel ຈາກສະຫະລັດ ແລະ AT&S ຈາກອອສເຕຣຍ, ເຊິ່ງທັງສອງໄດ້ເລືອກມາເລເຊຍເປັນທີ່ຕັ້ງທີ່ສຳຄັນສໍາລັບການຂະຫຍາຍການຜະລິດຄັ້ງໃຫຍ່ໃນການສົ່ງອອກ.

​ແນວ​ໃດ​ກໍ​ດີ, Jose Fernandez ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ ຝ່າຍຮັບຜິດຊອບ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ, ພະລັງງານ ​ແລະ ສິ່ງ​ແວດ​ລ້ອມຂອງສະຫະລັດກ່າວ​ວ່າ “ຫວຽດນາມ ​ໄດ້​ດຶງ​ດູດ​ບໍລິສັດ semiconductor ຫຼາຍ​ສິບ​ແຫ່ງ ແລະ ບໍລິສັດຂອງສະຫະລັດອີກຫຼາຍເເຫ່ງກໍກໍາລັງກະກຽມທີ່ຈະຂະຫຍາຍຕົວເຂົ້າໄປໃນປະເທດ. ຖ້າ​ຫາກ​ວ່າ ຫວຽດນາມ ມີ​ພະລັງງານ​ທົດ​ແທນ​ພຽງພໍ​ທີ່ຈະຕອບຮັບ​ເປົ້າໝາຍ​ສີຂຽວ​ທີ່​ບັນດາ​ບໍລິສັດ​ດັ່ງກ່າວ​ໄດ້​ວາງ​ອອກໄວ້”

ຫວຽດນາມ ຕັ້ງເປົ້າໝາຍໃນ​ການ​ເຝິກ​ອົບຮົມ​ວິສະວະກອນໃນ​ອຸດສາຫະກຳ​ຊິບ​ໃຫ້ໄດ້ 50,000 ຄົນ​ພາຍ​ໃນ​ປີ 2030, ​ແລະ ບັນດາ​ມະຫາວິທະຍາ​ໄລ​ກໍໄດ້​ເລີ່​ມເປີດສອນ​ບັນດາ​ວິຊາ​ສະ​ເພາະກ່ຽວກັບ Semiconductor ຮ່ວມ​ກັບ​​ບໍລິສັດຕ່າງໆ​ເຊັ່ນ Samsung, ເຊິ່ງຫວຽດນາມ ມີ​ພື້ນຖານ​ການ​ສຶກສາດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີທີ່ແຂງ​ແຮງຢູ່ເເລ້ວ ແຕ່ຍັງມີການຂາດແຄນທັກສະຂັ້ນສູງທີ່ເປັນຂໍ້ຈຳກັດໃນການກ້າວຂຶ້ນສູ່ການເປັນອຸດສາຫະກຳອັນດັບຕົ້ນໆໃນດ້ານເອເລັກໂຕຣນິກ.

ຢ່າງໃດກໍຕາມ, ການແຂ່ງຂັນດ້ານເຕັກໂນໂລຊີຂອງຈີນກັບສະຫະລັດ ໄດ້ຊຸກຍູ້ອຸດສາຫະກໍາ semiconductor ແລະ ບໍລິສັດອື່ນໆ ທີ່ກ່ຽວຂ້ອງຕ້ອງໄດ້ຊອກສະຖານທີ່ສຳຮອງເພື່ອຫຼີກເວັ້ນຜົນກະທົບທີ່ອາດຈະເກີດຂຶ້ນ.

ນອກຈາກນີ້, ຫວຽດນາມ ກໍ​ໄດ້​ສະ​ແດງ​ໃຫ້​ເຫັນເຖິງຄວາມທຸ້ມເທຕໍ່ກັບ​ອຸດສາຫະກຳ​ຊິບ. ​ໂດຍໄດ້ເພີ່ມ​ສອງ​ໂຄງການຂອງ​ລັດຖະບານ​ຄື: ມູນ​ນິທິ​ພັດທະນາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ແຫ່ງ​ຊາດ ສໍາລັບການສະໜອງເງິນອຸດໜູນ ແລະ ການສະໜັບສະໜູນດ້ານຕ່າງໆໃນໂຄງການພັດທະນາຜະລິດຕະພັນແຫ່ງຊາດ, ເຊິ່ງ​ນີ້ແມ່ນ​ຄວາມ​​ພະຍາຍາມ​ຮ່ວມ​ກັນເພື່ອ​ສ້າງ 10 ຜະລິດ​ຕະພັນ​ທີ່​ສາມາດສົ່ງເຂົ້າ​ແຂ່ງຂັນ​ໃນ​ປີ 2030, ລວມໄປເຖິງ​ການ​ຜະລິດ​ເພື່ອ​ສົ່ງ​ອອກອີກດ້ວຍ.

ທີ່ມາ:

facebook

ft

kr-asia

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/