ລາຄາ Bitcoin ເພີ່ມຂຶ້ນເໜືອ ATH ໃນເກືອບທຸກປະເທດໃນໂລກ ໃນຂະນະທີ່ນັກວິເຄາະຄາດການວ່າຢູ່ໃນໄລຍະ “Mania” ຂອງ Altcoin


ໃນປັດຈຸບັນ, ລາຄາຂອງ Bitcoin (BTC) ໄດ້ບັນລຸລະດັບສູງຕະຫຼອດເວລາ (ATH) ໃນປະເທດສ່ວນໃຫຍ່ໃນທົ່ວໂລກ.

ການເພີ່ມຂຶ້ນຂອງລາຄາ Bitcoin ຢ່າງຮຸນແຮງໃນຕອນເຊົ້າຂອງມື້ນີ້, ສົ່ງຜົນໃຫ້ລາຄາ Bitcoin ເຮັດຈຸດສູງສຸດໃໝ່ (ATH) ທີ່ລະດັບ 64,000 ໂດລາໃນຫຼາຍສະກຸນເງິນທົ່ວໂລກເຊັ່ນ: Swedish krona , Australian dollar ,Canadian dollar , British pound, Russian ruble , Norweigan krone ແລະ Chinese yuan.

ຢ່າງໃດກໍຕາມ, ລາຄາ Bitcoin ໃນສະກຸນເງິນໂດລາສະຫະລັດ ຍັງບໍ່ທັນໄດ້ລື່ນກາຍລະດັບສູງສຸດ (ATH) ໃນປີ 2021, ເຊິ່ງມີ (ATH) ລາຄາເກົ່າຢູ່ທີ່ປະມານ 69,000 ໂດລາ.

ນັກວິເຄາະທີ່ໃຊ້ຊື່ວ່າ TechDev ໄດ້ບອກຜູ້ຕິດຕາມຂອງລາວ 431,600 ຄົນໃນແພລັດຟອມ X ວ່າ ພາວະ “mania” ອາດຈະເກີດຂຶ້ນໃນຕະຫຼາດ Crypto. ໂດຍອີງຈາກຮອບວຽນຂອງ Bitcoin ທີ່ຜ່ານມາໃນອະດີດທີ່ສາມາດຊີ້ບອກເຖິງອະນາຄົດໄດ້

TechDev ໄດ້ອ້າງອີງຈາກການວິເຄາະຂອງຕົນກ່ຽວກັບ “ຕົວຊີ້ວັດ Supertrend” ເຊິ່ງແມ່ນເຄື່ອງມືສໍາລັບການສົ່ງສັນຍານຂາຂຶ້ນ ແລະ ຂາລົງ. ໂດຍພິຈາລະນາຈາກການທີ່ລາຄາໄດ້ທຳລາຍສະຖິຕິທັງເປີດ ແລະ ປິດ ທີ່ຜ່ານມາໃນໄລຍະເວລານັ້ນໆ.

“Bitcoin ໄດ້ຂ້າມເສັ້ນແນວໂນ້ມຂາຂຶ້ນຂອງ Supertrend ທີ່ຜ່ານການຄຳນວນຈາກຂໍ້ມູນໃນໄລຍະ 7 ອາທິດທີ່ຜ່ານມາ. ເຊິ່ງອີງຕາມປະຫວັດສາດຂອງແທ່ງທຽນທີ່ປາກົດ ຕາມຫຼັງການຂ້າມເສັ້ນດັ່ງກ່າວມັກຈະນຳໄປສູ່ພາວະ (Mania) ໃນຕະຫຼາດ”

ນອກຈາກນີ້, TechDev ຍັງໄດ້ຈັບຕາເບິ່ງ Bollinger Bands ຂອງ Bollinger Bands (BBW) ຢ່າງໃກ້ຊິດ, ເຊິ່ງແມ່ນເຄື່ອງມືທີ່ວັດແທກການເໜັງຕີງຂອງລາຄາ.

ເມື່ອການເໜັງຕີງຂອງລາຄາຫຼຸດລົງ upper band ແລະ lower band ຂອງ Bollinger Bands ຈະກວ້າງຂຶ້ນ. ແຕ່ໃນທາງກົງກັນຂ້າມ, ເມື່ອລາຄາມີການເໜັງຕີງເພີ່ມຂຶ້ນ, upper band ແລະ lower band ຂອງ Bollinger Bands ຈະແຄບລົງ.

TechDev ກ່າວວ່າ “Bollinger Bands ຂອງ Bitcoin ໃນໄລຍະສອງເດືອນຍັງບໍ່ທັນໄດ້ເລີ່ມຂະຫຍາຍຕົວ”

ໃນ​ຂະ​ນະ​ດຽວ​ກັນ ນັກວິເຄາະທີ່ໃຊ້ຊື່ Kaleo ໄດ້ບອກກັບຜູ້ຕິດຕາມຂອງລາວ 622,400 ຄົນໃນແພລັດຟອມ X ວ່າການເພີ່ມຂຶ້ນຂອງລາຄາທີ່ຜ່ານມາຂອງ Bitcoin ແມ່ນເຮັດໃຫ້ລາວມີຄວາມໝັ້ນໃຈໃນ altcoins ຫຼາຍຂຶ້ນ, ລວມທັງ Ethereum (ETH)) ຄູ່ແຂ່ງຂອງ Avalanche (AVAX)

ໃນຂະນະທີ່ຂຽນ ລາຄາຂອງ Bitcoin ແມ່ນຢູ່ທີ່ 62,985 ໂດລາ, ເພີ່ມຂຶ້ນ 10.12% ໃນ 24 ຊົ່ວໂມງທີ່ຜ່ານມາ. ສຳລັບ Avalanche ແມ່ນມີລາຄາຊື້ຂາຍກັນຢູ່ທີ່ 41,43 ໂດລາ, ເຊິ່ງເພີ່ມຂຶ້ນ 5.63% ໃນ 24 ຊົ່ວໂມງທີ່ຜ່ານມາ, ອີງຂໍ້ມູນຈາກ coinmarketcap.

ທີ່ມາ:

dailyhodl

TechDev_52

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/