ນັກວິທະຍາສາດພົບຫຼັກຖານ ວານປະສົມພັນກັບເພດດຽວກັນ


ນັກວິທະຍາສາດພົບຫຼັກຖານເປັນເທື່ອທຳອິດທີ່ ວານຮຳແບັກ (Humpback whale) ເປັນສິ່ງທີ່ມີຊີວິດອີກໜຶ່ງຊະນິດທີ່ປະສົມພັນກັບເພດດຽວກັນ ໂດຍສະເພາະພຶດຕິກຳການປະສົມພັນ ໂດຍຕະຫຼອດຫຼາຍ 10 ປີທີ່ຜ່ານມາ ບໍ່ມີໃຜສາມາດບັນທຶກພາບ ຫຼື ວິດີໂອການປະສົມພັນຂອງພວກມັນໄດ້ເລຍ.

ແຕ່ຫຼ້າສຸດທາງ ທີມວິໄຈຈາກມູນນິທິວານແປຊິຟິກໃນຮາວາຍໄດ້ແຜ່ເຜີຍງານວິໄຈ ທີ່ສາມາດສັງເກດການປະສົມພັນລະຫວ່າງວານຮຳແບັກ 2 ໂຕໄດ້ເປັນຄັ້ງທຳອິດ ແລະ ທີ່ໜ້າຕື່ນເຕັ້ນໄປກວ່ານັ້ນພວກມັນເປັນໂຕຜູ້ໝົດສອງໂຕ.

ການພົບເຫັນອົງຄະຊາດຂອງວານເປັນເລື່ອງທີ່ຍາກ ແລະ ການປະສົມພັນລະຫວ່າງສາຍພັນນີ້ບໍ່ເຄີຍຖືກບັນທຶກໄວ້ກ່ອນ ຈົນຊ່າງພາບ 2 ຄົນຂອງມູນນິທິວານແປຊິຟິກຖ່າຍພາບການປະຕິສຳພັນລະຫວ່າງວານສອງໂຕຢູ່ນອກຝັ່ງຊາຍຫາດຮາວາຍໄດ້.

ໃນລະຫວ່າງການປະສົມພັນ ທີມວິໄຈພົບວ່າ ມີວານໂຕໜຶ່ງຈັບວານອີກໂຕໜຶ່ງໄວ້ດ້ວຍຄີເອິກ ຈາກນັ້ນກໍເຮັດການປະສົມພັນ ຈາກການລາຍງານວິໄຈສະບັບໃໝ່ ສັດຈຳພວກວານ ເຊັ່ນວານຮຳແບັກ ສາມາດໃສ່ຊ່ອງອະໄວຍະວະເພດ ຫຼື ທະວານໜັກໃນການມີເພດສຳພັນກັບເພດດຽວກັນໄດ້ ໂດຍບໍ່ຈຳເປັນເກີດຈາກຄວາມຮັກພຽງຢ່າງດຽວ ແຕ່ເພື່ອເຝິກຝົນພຶດຕິກຳການສືບພັນ ຫຼື ສ້າງພັນທະມິດທາງສັງຄົມ ຫຼື ເພື່ອສະແດງເຖິງອຳນາດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/