ສຳເລັດດ້ວຍດີ! ປູກຖ່າຍ “ໝາກໄຂ່ຫຼັງໝູ” ໃຫ້ຄົນປ່ວຍໝາກໄຂ່ຫຼັງໄລຍະສຸດທ້າຍ


ເຕັກໂນໂລຊີການປູກຖ່າຍອະໄວຍະວະຂອງສັດໃຫ້ກັບຄົນ (Xenotransplantation) ຖືວ່າເປັນຄວາມຫວັງອັນສຳຄັນຂອງວົງການແພດທົ່ວໂລກ ເພາະຫາກເຮັດສຳເລັດ ກໍຈະສາມາດແກ້ໄຂບັນຫາຂາດແຄນອະໄວຍະວະສຳລັບການປູກຖ່າຍໄດ້ ໂດຍຜ່ານມາກໍມີການປູກຖ່າຍ “ໝາກໄຂ່ຫຼັງໝູ” ແລະ “ຫົວໃຈໝູ”.

ຫຼ້າສຸດທາງໂຮງໝໍ Massachusetts ສາມາດປູກຖ່າຍອະໄວຍະວະໝາກໄຂ່ຫຼັງໝູດັດແປງກຳມະພັນໃຫ້ກັບຄົນປ່ວຍໄດ້ແທ້ ເຊິ່ງໃຊ້ເວລາໃນການຜ່າຕັດດົນກວ່າ 4 ຊົ່ວໂມງ ໂດຍໃຊ້ໝາກໄຂ່ຫຼັງໝູທີ່ຜ່ານການຕັດແຕ່ງກຳມະພັນ ເພື່ອກຳຈັດຍີນໝູທີ່ເປັນອັນຕະລາຍຕໍ່ຮ່າງກາຍມະນຸດ.

ສຳລັບຜູ້ທີ່ໄດ້ຮັບການປູກຖ່າຍກໍຄື Richard Slayman ອາຍຸ 62 ປີ ເປັນຜູ້ປ່ວຍໂຣກໝາກໄຂ່ຫຼັງໄລຍະສຸດທ້າຍ ໂດຍຫຼັງການປູກຖ່າຍເບື້ອງຕົ້ນ ແພດກ່າວວ່າ ໝາກໄຂ່ຫຼັງໝູທີ່ປູກຖ່າຍກຳລັງຜະລິດປັດສະວະ ພ້ອມນັ້ນທາງເຈົ້າຕົວສາມາດຢຸດການຟອກໝາກໄຂ່ຫຼັງ ແລະ ຍ່າງອ້ອມໂຮງໝໍໄດ້ແລ້ວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/