ລາຄາ Dogecoin ເພີ່ມຂຶ້ນ 20% ຫຼັງຈາກ Coinbase ປະກາດວາງແຜນທີ່ຈະເປີດຕົວການເທຣດແບບ Futures ສໍາລັບ Dogecoin


ລາຄາຂອງຫຼຽນມີມ Dogecoin, ເຊິ່ງເປັນຫຼຽນມີມທີ່ໄດ້ຮັບຄວາມນິຍົມຫຼາຍ. ໄດ້ມີການເພີ່ມຂຶ້ນຫຼັງຈາກທີ່ Coinbase ກະດານເທຣດ crypto ຊັ້ນນໍາຂອງສະຫະລັດປະກາດວາງແຜນການເປີດຕົວການເທຣດແບບ Future ສໍາລັບຫຼຽນ Dogecoin.

ອີງຕາມເອກະສານທີ່ Coinbase ຍື່ນໃນຕົ້ນເດືອນນີ້, ໂດຍໄດ້ແພລັດຟອມໄດ້ຍື່ນຈົດທະບຽນກັບຄະນະກໍາມະການການຄ້າສິນຄ້າ (CFTC) ເພື່ອສະເໜີສັນຍາໃນອະນາຄົດ (derivatives) ຂອງ Dogecoin ເຊິ່ງຈະເລີ່ມຕັ້ງແຕ່ວັນທີ 1 ເມສາເປັນຕົ້ນໄປ.

ຂ່າວດັ່ງກ່າວໄດ້ສົ່ງຜົນໃຫ້ລາຄາຫຼຽນ Dogecoin ເພີ່ມຂຶ້ນຈາກ 0.129 ໂດລາໄປແຕະ 0.155 ໂລດາ, ເຊິ່ງເພີ່ມຂຶ້ນຫຼາຍເຖິງ 20%. ແຕ່ໃນປັດຈຸບັນລາຄາຂອງຫຼຽນ Dogecoin ໄດ້ມີການຊື້ຂາຍກັນຢູ່ທີ່ 0.1574 ໂດລາ, ເພີ່ມຂຶ້ນ 4.78% ໃນ 24 ຊົ່ວໂມງທີ່ຜ່ານມາ, ອີງຂໍ້ມູນຈາກ Coinmarketcap.

James Seyffart ນັກວິເຄາະຈາກ Bloomberg ໄດ້ສະແດງຄວາມຄິດເຫັນວ່າຄະນະກໍາມະການຫຼັກຊັບ ແລະ ການແລກປ່ຽນຂອງສະຫະລັດ (SEC) ທີ່ຄຸ້ມຄອງຫຼັກຊັບ, ອາດຈະຄັດຄ້ານແຜນການຂອງ Coinbase, ເຖິງແມ່ນວ່າມັນຈະເປັນການຍາກທີ່ຈະຟ້ອງຮ້ອງວ່າ Futures Dogecoin ເປັນຫຼັກຊັບ.

“ເປັນເລື່ອງທີ່ໜ້າສົນໃຈ…ຂ້ອຍສົງໄສວ່າ SEC ຈະຄັດຄ້ານການຈັດປະເພດເປັນ ‘Futures ສິນຄ້າໂພກປະພັນ’ ທຽບກັບ ‘ Futures ຫຼັກຊັບ’ ຫຼືບໍ່? ສະກຸນເງິນດິຈິຕອນເຫຼົ່ານີ້ ລ້ວນແຕ່ຖືກແຍກ (forked) ມາຈາກ Bitcoin. ດັ່ງນັ້ນ, ການອ້າງວ່າເປັນ ‘ຫຼັກຊັບ’ ຄົງຈະເປັນເລື່ອງຍາກ. ຫຼັງຈາກ Bitcoin ETF ໄດ້ຮັບການອະນຸມັດ, ເຊິ່ງນີ້ອາດຈະເປັນເຫດຜົນທີ່ Coinbase ເລືອກ cryptocurrencies ເຫຼົ່ານີ້”

ໃນເອກະສານ, Coinbase ໄດ້ໃຫ້ເຫດຜົນວ່າ ກົນໄກເງິນເຟີ້ຂອງ Dogecoin ເຮັດໃຫ້ມັນເໝາະສົມທີ່ຈະເປັນສະກຸນເງິນດິຈິຕອນສໍາລັບອິນເຕີເນັດ. ເນື່ອງຈາກວ່າມັນສົ່ງເສີມການໃຊ້ຈ່າຍຫຼາຍກວ່າຖືຄອງ.

“ພວກມັນແຕກຕ່າງຈາກ Bitcoin ຫຼື Litecoin, Dogecoin ບໍ່ມີຂີດຈຳກັດຂອງຈໍານວນຫຼຽນທັງໝົດ. ໃນປັດຈຸບັນມີ Dogecoin ມີການໝຸນວຽນຫຼາຍກວ່າ 140 ຕື້ຫຼຽນ. ໂດຍບລັອກໃໝ່ຖືກເພີ່ມເຂົ້າໃນ Dogecoin blockchain ທຸກໆນາທີ, ໂດຍມີຮາງວັນ 10,000 DOGE ຕໍ່ບລັອກ.

ການອອກແບບນີ້ສົ່ງຜົນໃຫ້ເກີດໂມເດວເງິນເຟີ້, ເຊິ່ງແຕກຕ່າງຈາກໂມເດວເງິນຝືດຂອງ Bitcoin ແລະ cryptocurrencies ອື່ນໆ. ໂດຍຈຸດປະສົງຂອງອັດຕາເງິນເຟີ້ໃນ Dogecoin ແມ່ນເພື່ອຊຸກຍູ້ການໃຊ້ຈ່າຍ ແລະ ການໃຊ້ເປັນ tips ໃນ social media ແລະ ແພລັດຟອມສົນທະນາອອນລາຍ ຫຼາຍກວ່າການຖືຄອງ ແລະ ເກັບໄວ້ລົງທຶນ”.

ທີ່ມາ:

dailyhodl

cftc.gov

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/