ລັດຖະບານລາວ ກຽມອັດສີດເງິນທຶນອີກ 192 ຕື້ກີບ ໃຫ້ກອງທຶນ ສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ


ຄາດວ່າ ຈະມີການລະດົມທຶນອີກວ່າ 192 ຕື້ກີບ ຈາກລັດຖະບານ ໃຫ້ກອງທຶນ ສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອ​ໜູນ​ຊ່ວຍ​ບັນດາ​ສະ​ຖາ​ບັນ​ການ​ເງິນ​ໃນ​ການ​ເລັ່ງ​ກູ້​ຢືມ​ທຶນ​ໃຫ້​ແກ່​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ແລະ ຂະ​ໜາດ​ກາງ (MSMEs)

ລາຍງານດັ່ງກ່າວ ຖືກລາຍງານໃນກອງປະຊຸມ ກອງປະຊຸມສະຫຼຸບວຽກງານປະຈຳປີ 2023 ຂອງກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ເມື່ອບໍ່ດົນມານີ້, ໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຮອງປະທານສະພາບໍລິຫານກອງທຶນສົ່ງເສີມ ແລະ ຜູ້ເຂົ້າຮ່ວມຈາກພາກສ່ວນທີ່ກ່ຽວຂ້ອງອີກວ່າ 329 ທ່ານ.

ໃນກອງປະຊຸມດັ່ງກ່າວ ທ່ານ. ປອ ບຸນເພັງ ສີບຸນເຮືອງ, ຫົວໜ້າສໍານັກງານສົ່ງເສີນຈຸນລະວິສາຫະກິດ, ວິສາຫະກິດຂະ ໜາດນ້ອຍ ແລະ ກາງ, ຜູ້ອໍານວຍການ ທສວ ໄດ້ຊີ້ໃຫ້ເຫັນທັງຜົນງານ ແລະ ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດວຽກງານ ບົນຫຼັກການ ແລະ ເງື່ອນໄຂ ທີ່ກໍານົດໃນດໍາລັດວ່າດ້ວຍກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ເເລະ ກາງ.

ໃນປີ 2023, ກອງທຶນດັ່ງກ່າວໄດ້ສະໜອງສິນເຊື່ອຜ່ານທະນາຄານການຄ້າ 8 ແຫ່ງຄື: ທະນາຄານພັດທະນາລາວ, ທະນາຄານຮ່ວມທຸລະກິດລາວ-ຫວຽດ, ທະນາຄານມາຣູຮານຍີ່ປຸ່ນລາວ, ທະນາຄານ ST Bank, ທະນາຄານລາວ-ຈີນ, ທະນາຄານ Viettin-Lao, ທະນາຄານການຄ້າຕ່າງປະເທດລາວ ແລະ ຜ່ານອີກ 11 ສະຖາບັນການເງິນຈຸລະພາກ.

ປີ 2023, ທະນາຄານ ແລະ ສະຖາບັນດັ່ງກ່າວ ຮ່ວມກັບກອງທຶນດັ່ງກ່າວ ໄດ້ອະນຸມັດເງິນກູ້ເກືອບ 360 ຕື້ກີບ ໃຫ້ແກ່ວິສາຫະກິດ ແລະ ກຸ່ມຜູ້ຜະລິດທີ່ກົງຕາມເງື່ອນໄຂຂອງກອງທຶນ.

ນອກນີ້, ກອງທຶນສົ່ງເສີມ MSME ໄດ້ອະນຸມັດທຶນສະໜັບສະໜູນໂຄງການວິຊາການ 64 ໂຄງການ, ມູນຄ່າທັງໝົດ 4 ຕື້ກວ່າກີບ. ໃນນັ້ນ, ລວມມີ 29 ໂຄງການສົ່ງເສີມດ້ານວິຊາການ ມູນຄ່າ 2 ຕື້ກວ່າກີບ, ໂຄງການບູລິມະສິດ 30 ໂຄງການ ມູນຄ່າ 2 ຕື້ກວ່າກີບ, ແລະ ໂຄງການຮ່ວມທຶນ 5 ໂຄງການ ມູນຄ່າເກືອບ 290 ລ້ານກີບ.

ໂຄງການທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນດັ່ງກ່າວມີຢູ່ທົ່ວປະເທດລາວ ລວມທັງຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຜົ້ງສາລີ, ຫຼວງນ້ຳທາ, ອຸດົມໄຊ, ຫົວພັນ, ຊຽງຂວາງ, ຫຼວງພະບາງ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ເຊກອງ, ຈຳປາສັກ ແລະ ສາລະວັນ.

ທີ່ມາ:

https://www.facebook.com/SmePromotionFund/posts/pfbid02ymaEXumw38ZtayGJG21gd2X3ewCPtdjVe3XKrmntJDWLkQtGsvxd8byvVjSJuE7ml

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/