ສປປ ລາວ ເປີດນຳໃຊ້ກາໝາຍຫັດຖະກຳແຫ່ງຊາດ ຍົກລະດັບຫັດຖະກຳລາວ ສູ່ເວທີສາກົນ


ກະຊວງອຸດສາຫະກຳ ແລະ ການຄ້າໄດ້ຈັດພິທີງານ ເປີດຕົວກາໝາຍຫັດຖະກຳ ແຫ່ງຊາດ ຢ່າງເປັນທາງການ, ສະໜັບສະໜູນໂດຍ ອົງການພັດທະນາສາກົນ ສະຫະລັດອາເມຣິກາ (USAID). ເຊິ່ງເປັນການຍົກລະດັບໃຫ້ແກ່ຊ່າງຫັດຖະກຳທ້ອງຖິ່ນ ແລະ ຜູ້ຜະລິດເຄື່ອງຫັດຖະກຳ, ສ້າງຄວາມເຂັ້ມແຂງໃຫ້ເຂົາເຈົ້າສາມາດຍົກລະດັບຄຸນະພາບຂອງ ຜະລິດຕະພັນ ແລະ ແຂ່ງຂັນໄດ້ຢ່າງມີປະສິດທິພາບໃນເວທີສາກົນ.

ພາຍໃນງານດັ່ງກ່າວແມ່ນໄດ້ມີການເຂົ້າຮ່ວມເປັນປະທານໂດຍ ທ່ານ ດຣ. ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ, ແລະ ທ່ານ ນາງ  ມິແຊວ ເອົ້າລໍ ອຸປະທູດຮັກສາການຊົ່ວຄາວ  ສະຖານທູດ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ພ້ອມທັງ ຜູ້ຕາງໜ້າຈາກບັນດາກະຊວງ, ບໍລິສັດເອກະຊົນ ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມ ຫຼາຍກວ່າ 100 ທ່ານ.

ທ່ານ ນາງ ມິແຊວ ເອົ້າລໍ ໄດ້ສະແດງຄວາມຊົມເຊີຍຕໍ່ກະຊວງອຸດສາຫະກຳ ແລະ ການຄ້າ ທີ່ໄດ້ເປັນການນຳພາໃນການເພີ່ມທະວີຄວາມສາມາດແຂ່ງຂັນພາກເອກະຊົນໂດຍຜ່ານການສ້າງກາໝາຍຫັດຖະກຳແຫ່ງຊາດ. ທ່ານ ນາງ  ເອົ້າລໍ ຍັງໄດ້ກ່າວເພີ່ມເຕີມວ່າ: ສະຫະລັດໄດ້ເນັ້ນເຖິງຄວາມມຸ່ງໝັ້ນໃນການຮ່ວມມືກັບ ລັດຖະບານ ແຫ່ງ ສປປ ລາວ ແລະ ຄູ່ຮ່ວມງານທັງໝົດໃນການຊຸກຍູ້ການເຕີບໂຕທາງດ້ານເສດຖະກິດແບບຍືນຍົງ.

ງານມື້ນີ້ເປັນການສະເຫຼີມສະຫຼອງຄວາມມານະພະຍາຍາມຂອງພວກເຮົາຮ່ວມກັນ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນກ່ຽວຂ້ອງໃນການນຳໃຊ້ກາໝາຍຫັດຖະກຳແຫ່ງຊາດນີ້ ເພື່ອຍົກລະດັບເຄື່ອງຫັດຖະກຳຂອງລາວໃຫ້ ເຂົ້າສູ່ຕະຫຼາດພາກພື້ນແລະ ສາກົນ.

ກາໝາຍຫັດຖະກຳ ແຫ່ງຊາດ ຄາດວ່າຈະມີບົດບາດສໍາຄັນໃນການສົ່ງເສີມມໍລະດົກວັດທະນະທໍາອັນໂດດເດັ່ນຂອງ ສປປ ລາວ ຜ່ານເຄື່ອງຫັດຖະກໍາ. ດ້ວຍການວາງສະແດງເຄື່ອງຫັດຖະກໍາເຫຼົ່ານີ້ໃຫ້ທົ່ວໂລກໄດ້ຮັບຮູ້, ກາໝາຍຫັດຖະກຳແຫ່ງຊາດ ຈະສ້າງຄວາມຮັບຮູ້ກ່ຽວກັບມໍລະດົກທາງດ້ານວັດທະນະທໍາອັນອຸດົມສົມບູນຂອງປະເທດ ແລະ ກະຕຸ້ນການທ່ອງທ່ຽວ, ແລະ ສາມາດສ້າງຜົນກະທົບທາງບວກທາງດ້ານເສດຖະກິດໃນທ້ອງຖິ່ນ.

ອົງການພັດທະນາສາກົນສະຫະລັດອາເມຣິກາ USAID, ໂດຍຜ່ານໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ຕໍ່ທຸລະກິດລາວ, ສະໜັບສະໜູນ ລັດຖະບານແຫ່ງ ສປປ ລາວ ໃນການປັບປຸງສະພາບແວດລ້ອມໃນການລົງທຶນ ແລະ ການຄ້າ ແລະ ເສີມຂະຫຍາຍຄວາມສາມາດໃນການແຂ່ງຂັນຂອງວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/