ເມນູໃໝ່ຈາກຈີນ “ຊານົມຫອມບົ່ວ” ທີ່ກາຍເປັນກະແສທັນທີ!


ກຳລັງເປັນກະແສໃນໂລກອອນລາຍ ເມື່ອນັກຣີວິວອາຫານຈາກປະເທດຈີນຢ່າງ  jintianchinatan ໄດ້ອອກມາໂພສວິດີໂອລົງເປັນເມນູໃໝ່ ທີ່ອອກມາສັ່ນສະເທືອນວົງການຊານົມໄຂ່ມຸກນັ້ນກໍຄື ເມນູ “ຊານົມຫອມບົ່ວ” ນັ້ນເອງ.

ພ້ອມກັບເປີດເຜີຍວີທີເຮັດໂດຍການຊອຍຫອມບົ່ວໃຫ້ມີຂະໜາດກຳລັງດີ ແລ້ວໃສ່ມັນລົງໄປໃນຈອກຊານົມແບບຈຸກໆ ເອົາໃຫ້ເກືອບເຕັມ ຈາກນັ້ນກໍເທນົມລົງໄປ ໂດຍທີ່ບໍ່ມີນ້ຳໃດໆປົນ ໃນດ້ານຣົດຊາດຫຼາຍຄົນທີ່ເຫັນເມນູດັ່ງກ່າວກໍສົນໃຈຢາກລອງ ສ່ວນໃຜເຄີຍລອງແລ້ວກໍຄອມເມ້ນບອກກັນໄດ້ເລີຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/