ລາຄາ ຫຼື ຄຸນະພາບ? ກົນລະຍຸດໃນການຂາຍເພື່ອຊອກຫາຄວາມສົມດຸນໃນການຊະນະໃຈຜູ້ບໍລິໂພກຍຸກໃໝ່


ປັດຈຸບັນໃນຕະຫຼາດຂາຍຍ່ອຍໄດ້ມີຜູ້ຄົນມາກໜ້າຫຼາຍຕາເຂົ້າມາເຮັດກຳໄລຈາກການຂາຍຜະລິດຕະພັນ. ການທຳຄວາມເຂົ້າໃຈວ່າສິ່ງໃດທີ່ເປັນຕົວຂັບເຄື່ອນທາງເລືອກໃຫ້ແກ່ລູກນັ້ນຖືເປັນສິ່ງສໍາຄັນສໍາລັບການເຮັດທຸລະກິດ.

ເນື່ອງຈາກວ່າມີຫຼາຍຍີ່ຫໍ້ທີ່ສະເໜີຜະລິດຕະພັນທີ່ຄ້າຍຄືກັນ, ຄວາມໂດດເດັ່ນຈຶ່ງມີຄວາມ ສຳຄັນຫຼາຍກ່ວາເກົ່າ, ໂດຍປົກກະຕິແລ້ວ ຄຸນະພາບຂອງສິນຄ້າແມ່ນປັດໄຈທີ່ສຳຄັນໃນການຕັດສິນໃຈຂອງຜູ້ບໍລິໂພກ. ຢ່າງໃດກໍຕາມ, ທ່າມກາງພາວະເສດຖະກິດທີ່ຖົດຖອຍໃນປັດຈຸບັນ ລາຄາສິນຄ້າທີ່ມີຕົ້ນທຶນທີ່ສູງຂຶ້ນຈົນກະທົບກັບກຳໄລຂອງຫຼາຍທຸລະກິດ, ເຮັດໃຫ້ເຈົ້າຂອງກິດຈະການຕ່າງໆຕ້ອງຊອງຫາວິທີທາງໃນການຂາຍສິນຄ້າໃຫ້ໄດ້ກຳໄລເທົ່າເກົ່າໂດຍບໍ່ໃຫ້ເສຍລູກຄ້າຂອງຕົນໄປ, ໂດຍຈະແບ່ງອອກເປັນ 2 ທາງເລືອກເຊິ່ງໄດ້ແກ່: ການເພີ່ມລາຄາຂາຍເພື່ອຊົດເຊີຍຄ່າຕົ້ນທຶນທີ່ເພີ່ມຂຶ້ນ ຫຼື ເລືອກທີ່ຈະຫຼຸດຜ່ອນປະລິມານ ຫຼື ຄຸນະພາບຂອງຜະລິດຕະພັນເພື່ອຮັກສາລາຄາຂາຍເອົາໄວ້ເທົ່າເກົ່າ.

ເຊິ່ງພວກເຮົາຈະເຫັນໄດ້ວ່າ ບໍ່ວ່າພວກເຮົາຈະເລືອກວິທີການໃດກໍຕາມມັນຈະມີຜົນກະທົບຕໍ່ການຂາຍ ແລະ ຄວາມຮູ້ສຶກຂອງລູກຄ້າບໍ່ຫຼາຍ ກໍ່ໜ້ອຍ

ແຕ່ຄໍາຖາມກໍຄືໃນກໍລະນີແບບນີ້ ໃນຖານະທີ່ເປັນນັກທຸລະກິດ, ພວກເຮົາຈະຮູ້ໄດ້ແນວໃດວ່າພວກເຮົາຄວນເພີ່ມລາຄາຂາຍຂອງພວກເຮົາ? ຫຼືຄວນຫຼຸດຜ່ອນປະລິມານ ແລະ ຄຸນະພາບຂອງຜະລິດຕະພັນ?

ມີທິດສະດີໜຶ່ງກ່ຽວກັບເສດຖະກິດໄດ້ບອກໄວ້ວ່າ Price Elasticity of Demand ຫຼື ຄວາມຍືດຫຍຸ່ນຂອງອຸປະສົງຕໍ່ລາຄາ. ໂດຍອຸປະສົງຄືຄວາມຕ້ອງການທີ່ຈະຊື້ຜະລິດຕະພັນ ແລະ ຄວາມຍືດຫຍຸ່ນຄື ການປ່ຽນແປງໃນຄວາມຕ້ອງການ ເມື່ອລາຄາມີການປ່ຽນແປງ. ສໍາລັບຜະລິດຕະພັນທີ່ມີຄວາມຍືດຫຍຸ່ນສູງແມ່ນຍາກທີ່ຈະເພີ່ມລາຄາ ແລະ ຜະລິດຕະພັນທີ່ມີຄວາມຍືດຫຍຸ່ນຕໍ່າແມ່ນສາມາດເພີ່ມລາຄາໄດ້ງ່າຍ.

ແລ້ວສິ່ງທີ່ກໍານົດຄວາມຍືດຫຍຸ່ນ? ໂດຍປັດໄຈທີ່ສໍາຄັນຄືຄວາມຈໍາເປັນຂອງຜະລິດຕະພັນ. ສຳລັບຜະລິດຕະພັນທີ່ບໍ່ມີຄວາມຈໍາເປັນ ຫຼື ສິ້ນເປືອງ

ຫາກເຮົາເພີ່ມລາຄາຂຶ້ນຫຼາຍ, ຄວາມຕ້ອງການໃນການຊື້ກໍຈະຫຼຸດລົງຫຼາຍ. ໃນທາງກົງກັນຂ້າມ, ຖ້າລາຄາໄດ້ຫຼຸດລາຄາສິນຄ້າລົງຫຼາຍ ຄວາມຕ້ອງການໃນການຊື້ເພີ່ມຂຶ້ນຢ່າງຫຼວງຫຼາຍເຊັ່ນກັນ.

ໃນສ່ວນຜະລິດຕະພັນທີ່ລູກຄ້າແນມເຫັນວ່າຈໍາເປັນຕ້ອງໃຊ້ ຫຼື ຕ້ອງມີໃນແບບທີ່ຂາດບໍ່ໄດ້. ຕໍ່ໃຫ້ເຮົາຈະຂຶ້ນລາຄາ ຫຼື ຫຼຸດລາຄາລົງຫຼາຍ ຄວາມຕ້ອງການໃນການຊື້ກໍຈະບໍ່ຄ່ອຍມີການປ່ຽນແປງເທົ່າໃດ.

ຍົກ​ຕົວ​ຢ່າງ:

ຖ້າຫາກລົດເມປະກາດຂຶ້ນລາຄາ ແລະ ຜູ້ຄົນທີ່ຈຳເປັນຕ້ອງເດີນທາງດ້ວຍລົດເມ ໂດຍບໍ່ມີທາງເລືອກໃນການເດີນທາງແບບອື່ນເລີຍ. ໝາຍຄວາມວ່າ ການເດີນທາງດ້ວຍລົດເມແມ່ນມີຄວາມຈຳເປັນຫຼາຍ, ບໍ່ວ່າລາຄາຈະຂຶ້ນເທົ່າໃດ ກໍຕ້ອງໄດ້ໃຊ້ບໍລິການ.

ເຊິ່ງນີ້ຊີ້ໃຫ້ເຫັນວ່າ ລົດເມມີຄວາມຍືດຫຍຸ່ນຂອງອຸປະສົງຕໍ່ລາຄາທີ່ຕໍ່າຫຼາຍ.

ຕົວຢ່າງທີ 2

ຖ້າຫາກອາຫານຕາມສັ່ງມີລາຄາທີ່ເພີ່ມຂຶ້ນ, ແລ້ວເຮັດໃຫ້ຄົນບໍ່ຊື້ ຫຼື ຊື້ໜ້ອຍລົງ

ໝາຍຄວາມວ່າ ອາຫານຕາມສັ່ງ ອາດຈະມີຢ່າງອື່ນທີ່ສາມາດມາທົດແທນໄດ້ ເນື່ອງຈາກວ່າມັນບໍ່ໄດ້ຈຳເປັນຕໍ່ກັບຊີວິດຂອງຜູ້ບໍລິໂພກຂະໜາດນັ້ນ. ອາຫານຕາມສັ່ງຈຶ່ງມີຄວາມຍືດຫຍຸ່ນຂອງອຸປະສົງຕໍ່ລາຄາສູງ

ແລ້ວເຮົາຈະຮູ້ໄດ້ແນວໃດວ່າສິນຄ້າທີ່ເຮົາຂາຍຢູ່ນັ້ນມີຄວາມຍືດຫຍຸ່ນຂອງອຸປະສົງລາຄາຕໍ່າ ຫຼື ສູງ?

ຖ້າເວົ້າໃນເຊີງທິດສະດີແລ້ວ ພວກເຮົາສາມາດຄິດໄລ່ອອກມາໄດ້ເປັນຕົວເລກເລີຍ. ໂດຍເບິ່ງອັດຕາການປ່ຽນແປງໃນການຂາຍ ທຽບກັບ ອັດຕາການປ່ຽນແປງຂອງລາຄາ. ວ່າອັນໃດຈະຫຼາຍກວ່າ?

ຍົກຕົວຢ່າງຄື

  • ຮ້ານ A ປັບລາຄາຜະລິດຕະພັນ 1 ອັນຈາກ 20,000 ກີບ ເປັນ 30,000 ກີບ.

ແລ້ວຍອດຂາຍຫຼຸດຈາກ 100 ຊິ້ນ ເຫຼືອ 98 ຊິ້ນ

  • ໃນສ່ວນຂອງຮ້ານ B ປັບລາຄາຜະລິດຕະພັນເທົ່າກັນກັບຮ້ານ A . ແຕ່ຍອດຂາຍຫຼຸດລົງຈາກ 100 ຊິ້ນ ເຫຼືອ 40 ຊິ້ນ

ພວກເຮົາຈະເຫັນໄດ້ວ່າທັງສອງຮ້ານເພີ່ມລາຄາສິນຄ້າຂຶ້ນ 50% , ແຕ່ຍອດຂາຍທັງ 2 ຮ້ານກັບບໍ່ເທົ່າກັນ. ໂດຍຍອດຂາຍຂອງຮ້ານ A ມີການຫຼຸດລົງພຽງ 2% ເທົ່ານັ້ນຫຼັງຈາກທີ່ມີການປັບລາຄາຂຶ້ນ, ແຕ່ສຳລັບຮ້ານ B ນັ້ນກັບມີຍອດຂາຍຫຼຸດລົງເຖິງ 60%.

ພວກເຮົາສາມາດສະຫຼຸບໄດ້ວ່າ:

ຖ້າຫາກຍອດຂາຍຂອງຮ້ານ A ຫຼຸດລົງ 2%, ເຊິ່ງໜ້ອຍກວ່າອັດຕາການປ່ຽນແປງຂອງຍອດຂາຍທີ່ເພິ່ມຂຶ້ນ 50%. ອີງຕາມທິດສະດີ, ຜະລິດຕະພັນໃນຮ້ານນີ້ ມີຄວາມຍືດຫຍຸ່ນຂອງອຸປະສົງ (ຄວາມຕ້ອງການຊື້) ໃນລາຄາທີ່ຕໍ່າ

ສຳລັບຮ້ານຍອດຂາຍຂອງ B ທີ່ຫຼຸດລົງ 60%, ເຊິ່ງຫຼາຍກວ່າອັດຕາການປ່ຽນແປງຂອງຍອດຂາຍທີ່ເພິ່ມຂຶ້ນ 50%. ອີງຕາມທິດສະດີ, ຜະລິດຕະພັນໃນຮ້ານນີ້ ມີຄວາມຍືດຫຍຸ່ນຂອງອຸປະສົງ (ຄວາມຕ້ອງການຊື້) ໃນລາຄາທີ່ສູງ

ເພາະສະນັ້ນ ກົນລະຍຸດທີ່ເໝາະສົມສຳລັບຮ້ານ A ແມ່ນການເພີ່ມລາຄາຂາຍ ແລະ ສຳລັບຮ້ານ B ແມ່ນກົນລະຍຸດໃນການຫຼຸດຜ່ອນປະລິມານ ຫຼື ຫຼຸດລົງຄຸນະພາບເລັກນ້ອຍຈະເໝາະສົມຫຼາຍກວ່າການເພີ່ມລາຄາສິນຄ້າ.

ດັ່ງນັ້ນ, ຄໍາຕອບຂອງຄໍາຖາມຂອງການເພີ່ມລາຄາ ຫຼື ການຫຼຸດຜ່ອນປະລິມານ

ອັນໃດດີກວ່າໃນສາຍຕາຂອງລູກຄ້າ? ພວກເຮົາກໍຕ້ອງເລີ່ມຈາກການສັງເກດໃນຍອດຂາຍສິນຄ້າຂອງຕົນເອງກ່ອນ, ຖ້າພວກເຮົາຂຶ້ນລາຄາສິນຄ້າ ແລ້ວຍອດຫຼຸດລົງຫຼາຍຈົນໜ້າຕົກໃຈ ກໍແປວ່າຄວາມຍືດຫຍຸ່ນຂອງອຸປະສົງຕໍ່ລາຄາຂອງຜະລິດຕະພັນຂອງພວກເຮົາແມ່ນສູງ. ກົນລະຍຸດຫຼຸດແບບນຽນໆໃນການຫຼຸດປະລິມານທີ່ຫຼາຍໆບໍລິສັດໃຊ້ກັນ ແຕ່ຍັງຂາຍໃນລາຄາເດີມອາດຈະເໝາະຫຼາຍກວ່າ ແລະ ບໍ່ເຮັດໃຫ້ລູກຄ້າຂອງເຮົາຫຼຸດຫຼາຍອີກ. ແຕ່ກົນລະຍຸດແບບນີ້ກໍສາມາດຊ່ວຍໄດ້ພຽງສ່ວນໜຶ່ງເທົ່ານັ້ນ ເພາະເວົ້າຕາມຄວາມຈິງແລ້ວຍັງມີປັດໄຈອື່ນໆທີ່ມີຜົນຕໍ່ສິນຄ້າອີກເຊັ່ນ ພາບລັກຂອງແບຣນ ຫຼື ກຳລັງຊື້ຂອງກຸ່ມເປົ້າໝາຍ…

ທີ່ມາ:

facebook

firstinsight

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/