ຄູຈີນ ແຊຣ໌ຮູບ ກ່ອນເຮັດວຽກ ແລະ ຫຼັງເຮັດວຽກ!


ໜຸ່ມຈີນແຊ໌ຮູບກ່ອນ ແລະ ຫຼັງ ເຮັດວຽກ ແຕ່ກ່ອນຍັງເປັນໜຸ່ມໜ້າໃສຫົວໃຈສີ່ດວງ ແຕ່ຜ່ານໄປ 6 ປີ ໃຜໆເຫັນກໍຕ້ອງນຶກວ່າແມ່ນລຸງເອົາໂລດ ແຖມແວວຕາກໍຍັງປ່ຽນໄປ ໄຮ້ສິ້ນຄວາມສົດໃສໃດໆ ເມື່ອພາບນີ້ໄດ້ແຜ່ອອກໄປກໍກາຍເປັນກະແສທົ່ວໂລກອອນລາຍ.

ປີ 20218 ສະໄໝຮຽນຈົບ ໝູ່ໆຈະເອີ້ນລາວວ່າ ໜຸ່ມນ້ອຍຜູ້ສົດໃສຢູ່ສະເໝີ ເພາະນອກຈາກມີຮອຍຍິ້ມອັນສົດໃສແລ້ວ ຍັງມີພາບລັກທີ່ດຶງດູດ ແມ່ນແຕ່ວ່າຕອນເຮັດວຽກຄູປີທຳອິດ ນັກຮຽນຍັງຄົງຍ້ອງຍໍໃຫ້ກັບໃບໜ້າອັນງົດງາມນີ້ຢູ່ ແຕ່ພໍຜ່ານໄປ 2 ປີດ້ວຍພາລະອັນໜັກໜ່ວງ ຈາກຄູຜູ້ສົດໃສ ກາຍເປັນ ຄູຜູ້ເຄັ່ງຄັດ.

ເຖິງແມ່ນວ່າຈະຫາເວລາດູແລຕົນເອງເທົ່າໃດ ແຕ່ຄວາມເມື່ອຍທັງຮ່າງກາຍ ແລະ ຈິດໃຈກໍສະສົມຫຼາຍຂຶ້ນ ຈຶ່ງເຮັດໃຫ້ໃບໜ້າເກີດການປ່ຽນແປງ ເບິ່ງແລ້ວມີອາຍຸ ເຊິ່ງຊາວເນັດຍັງບອກອີກວ່າ ບໍ່ແມ່ນພຽງຮູບລັກເທົ່ານັ້ນທີ່ປ່ຽນໄປ ແຕ່ແວວຕາອັນສົດໃສກໍປ່ຽນໄປເຊັ່ນດຽວກັນ ລູກເພຈເດມີໃຜປ່ຽນໄປບໍ?

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/