Exhuma ກວາດຄະແນນວິຈານດ້ານບວກ! ແນ່ນອນວ່າເຂົ້າສາຍໃນລາວ


ຮູບເງົາ Exhuma ສັນຊາດເກົາຫຼີໃຕ້ທີ່ແຟນໆຕ່າງລໍຖ້າ ແລະ ລໍຄອຍ ທີ່ຈະຮັບຊົມ ແນ່ນອນວ່າຮູບເງົາເລື່ອງນີ້ບໍ່ທຳມະດາສາມາດກວາດຄະແນນວິຈານຈາກເວັບໄຊ Rotten tomatoes ສູງຮອດ 93% ຈາກຝັ່ງຄົນເບິ່ງ ແລະ ອີກ 79% ຈາກຝັ່ງນັກວິຈານຖືວ່າຢູ່ໃນເກນທີ່ສູງ.

ແຕ່ຍັງບໍ່ໝົດພຽງເທົ່ານັ້ນ ຍັງກາລິນຕີດ້ວຍເວັບໄຊຊື່ດັງອີກເວັບຢ່າງ IMDb ທີ່ສາມາດເຮັດຄະແນນສູງຮອດ 7.4/10 ຖີວ່າເປັນຄະແນນທີ່ສູງຫຼາຍ ພ້ອມຍັງມີການຣີວິວອອກມາອີກຫຼາກຫຼາຍ ທີ່ເວົ້າເຖິງຄວາມມ່ວນຂອງຮູບເງົາເລື່ອງນີ້ ຫ້າມພາດ!.

ໂດຍເປັນຮູບເງົາແນວສະຍອງຂວັນ, ເລິກລັບ ແລະ ເໜືອທຳມະຊາດ ພ້ອມໄດ້ນັກສະແດງຊື່ດັງຂອງເກົາຫຼີຢ່າງ Choi Min-sik, Lee Do-hyun ແລະ Kim Go-eun ທີ່ບອກໄດ້ແຕ່ວ່າ ບໍ່ມີຄຳວ່າທຳມະດາ ແນ່ນອນວ່າມີໃນໂຮງລາວ ສາຍວັນທີ 4 ເມສາ 2024 ມີແຕ່ຊັບລາວເທົ່ານັ້ນ!

ຂອບໃຈຂໍ້ມູນອ້າງອີງ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/