ລັດຖະບານ​ລາວ ຈະແນໃສ່ ​ປັບປຸງ​ການ​ຄຸ້ມ​ຄອງ​ການ​ລົງທຶນ​ຂອງ​ລັດ ຮັບປະກັນໃຫ້ເກີດຜົນປະໂຫຍດສູງສຸດຕໍ່ປະເທດ


ລັດຖະບານ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ປັບປຸງ​ການ​ຕິດຕາມ​ກວດກາ​ການ​ລົງທຶນ​ຂອງ​ລັດ ​ເພື່ອ​ຮັບປະກັນ​ໃຫ້​ຂະ​ບວນການ​ດັ່ງກ່າວ​ມີ​ປະສິດທິ​ຜົນ ​ແລະ ມີ​ຄວາມ​ສາມາດ​ກວດກາ ​ແລະ ສົ່ງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະ​ເທດ​ຊາດ ​ແລະ ປະຊາຊົນ.

ການ​ໃຫ້​ຄຳ​ໝັ້ນ​ສັນຍາ​ດັ່ງກ່າວ​ໄດ້​ມີ​ຂຶ້ນ​ໃນ​ກອງ​ປະຊຸມ​ຄະນະ​ຊີ້​ນຳ​ການ​ຄຸ້ມ​ຄອງ​ການ​ລົງທຶນ​ພາກ​ລັດ​ຄັ້ງ​ທີ 5 ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ ເມື່ອບໍ່ດົນນີ້, ໂດຍການ​ເປັນ​ປະທານ​ຂອງ​ທ່ານ​ນາງ ພອນ​ວັນ ອຸທະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ, ພ້ອມມີຜູ້ຕາງໜ້າ​ອົງການ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ (JICA) ແລະ ກະຊວງການເງິນ ເຂົ້າຮ່ວມ.

ທ່ານ​ນາງ ພອນ​ວັນ ​ກ່າວ​ວ່າ: ລັດຖະບານ, ກະຊວງແຜນການ ແລະ ການລົງທຶນ ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່​ພັດທະນາ​ປະ​ເທດ​ຢ່າງ​ມີ​ຄຸນະພາ​ບ, ມຸ່ງ​ໜ້າໄປ​ໃນ​ທິດ​ທາງ​ສີຂຽວ ​ແບບ​ຍືນ​ຍົງ. ສະນັ້ນ, ຕ້ອງມີການປັບປຸງການຄຸ້ມຄອງການລົງທຶນຂອງລັດ ເຊິ່ງເປັນໜຶ່ງໃນບັນດາເປົ້າໝາຍຂອງລັດຖະບານ ເພື່ອຮັບປະກັນປະສິດທິຜົນ ແລະ ເຮັດໃຫ້ການລົງທຶນໄດ້ຜົນປະໂຫຍດສູງສຸດ, ຍືນຍົງ ແລະ ນຳໄປສູ່ການເຕີບໃຫຍ່ຂະຫຍາຍຕົວ ໃນທຸກດ້ານຂອງປະເທດຊາດ.”

ທ່ານ ຮອງລັດຖະມົນຕີ ກ່າວຕື່ມວ່າ: “​ແຜນ​ດຳ​ເນີນ​ການ​ຄຸ້ມ​ຄອງ​ການ​ລົງທຶນ​ຂອງ​ລັດ​ໄລຍະ 2022-2030 ​ແມ່ນ​ຫຼັກ​ຖານ​ທີ່​ຈະ​ແຈ້ງ​ວ່າ​ລັດຖະບານ​ຕັ້ງ​ໃຈ​ປັບປຸງ​ການ​ຄຸ້ມ​ຄອງ​ການ​ລົງທຶນ​ຂອງ​ລັດ​ໃຫ້​ມີ​ປະສິດທິ​ພາບ ​ແລະ ມີ​ປະສິດທິ​ຜົນ​ສູງ​ສຸດ​ໃຫ້​ແກ່​ປະ​ເທດ​ຊາດ ​ແລະ ປະຊາຊົນ.

ກອງປະຊຸມໄດ້ລາຍງານຜົນການຈັດຕັ້ງປະຕິບັດແຜນການຄຸ້ມຄອງການລົງທຶນຂອງລັດ ໄລຍະ 2022-2030 ແລະ ປຶກສາຫາລືກ່ຽວກັບໂຄງການຝຶກອົບຮົມຕ່າງໆ. ​ເພື່ອ​ປັບປຸງ​ການ​ຄຸ້ມ​ຄອງ​ການ​ລົງທຶນ​ຂອງ​ລັດ, ໂດຍຄະນະ​ຊີ້​ນຳ​ຈະ​ດຳ​ເນີນ​ໂຄງການເຝິກ​ອົບຮົມ​ຄັ້ງໃຫຍ່ໃນ​ທົ່ວ​ປະ​ເທດ ​ໃນ​ເດືອນ​ກຸມພາ​ ປີ 2024.

ຜູ້​ທີ່​ເຂົ້າ​ຮ່ວມ​ຈະ​ເປັນ​ບຸກຄະລາ​ກອນ​ທີ່​ຮັບຜິດຊອບ​ໃນ​ການ​ວາງ​ແຜນ ​ແລະ ປະ​ເມີນ​ຜົນ​ທົ່ວ​ທຸກ​ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ ​ເພື່ອ​ແນ​ໃສ່​ການສ້າງ​ຄວາມ​ສາມາດ​ໃນ​ການ​ສ້າງ​ແຜນການ​ລົງທຶນ​ຂອງ​ລັດ. ເຊິ່ງໂຄງການເຝິກອົບຮົມດັ່ງກ່າວແມ່ນຈະໄດ້ຮັບການສະໜັບສະໜູນຈາກອົງການ JICA.

ຂອບ​ເຂດ​ທີ່​ໄດ້​ຕົກລົງ​ຈະ​ຊ່ວຍ​ໃນ​ການ​ຕິດຕາມ​ກວດກາ​ຄວາມ​ຄືບ​ໜ້າ​ຂອງ​ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ ​ໃນ​ຂະນະ​ທີ່​ໂຄງການ​ເຝິກ​ອົບຮົມ​ຈະ​ເປັນ​ພື້ນຖານ​ເພື່ອ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ຂອງ​ພະນັກງານ​ລັດຖະກອນ​ໃນ​ວຽກ​ງານ​ກ່ຽວ​ກັບ​ການ​ລົງທຶນ​ຂອງ​ລັດ.

ໃນ 9 ເດືອນຜ່ານມາ, ການລົງທຶນທັງໝົດໃນລາວ ບັນລຸໄດ້ປະມານ 78.693 ຕື້ກີບ ເທົ່າກັບ 151.05% ຂອງແຜນການ. ໃນທ້າຍປີນີ້ ຄາດວ່າ ຈະເພີ່ມຂຶ້ນຕື່ມອີກ ປະມານ 90.838 ຕື້ກີບ ເທົ່າກັບ 174.36 ເປີເຊັນ ຂອງແຜນການປີ 2023. ເຊິ່ງຕົວເລກດັ່ງກ່າວ ແມ່ນສູງກວ່າທີ່ຄາດໄວ້ໃນຕອນຕົ້ນ ເພາະມີການລົງທຶນຈາກພາກເອກະຊົນຫຼາຍຂຶ້ນ.

https://www.vientianetimes.org.la/sub-new/Current/Cur_228Govtpledges_23.php?fbclid=IwAR2JThluSdtcBiSgOLLUe2daFEd1Z_dYK69_1HdTlAr7TWMBEgTvUcgP7r0

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/