CZ ລາອອກຈາກຕໍາແໜ່ງ CEO ຂອງ Binance ພ້ອມກັບຍອມຮັບຄວາມຜິດຂໍ້ຫາລະ​ເມີດ​ຂໍ້​ກຳນົດ​ຕ້ານ​ການ​ຟອກ​ເງິນ​ຂອງ​ສະຫະລັດ


ໃນມື້ນີ້ Changpeng Zhao ‘CZ’ CEO ຂອງ Binance ເວັບເທຣດ Crypto ອັນດັບ 1 ຂອງໂລກ ໄດ້ອອກປະກາດໃນແພລັດຟອມ X ວ່າ ຕົນເອງນັ້ນໄດ້ລົງຈາກຕໍຳແໜ່ງ CEO ເປັນທີ່ຮຽບຮ້ອຍແລ້ວ ແລະ ຈະໃຫ້ Richard Teng ເຂົ້າມາຮັບຕຳແໜ່ງ CEO ແທນ. ພ້ອມກັນນັ້ນ CZ ຍັງຮັບສາລະພາບກ່ຽວກັບຄວາມຜິດຖານລະເມີດຂໍ້ກຳນົດຕ້ານການຟອກເງິນໃນສະຫະລັດ ແລະ ພ້ອມທີ່ຈະຮັບຜິດຊອບໃນການກະທຳທີ່ຜິດພາດຂອງຕົນ.

ກ່ອນໜ້ານີ້, ກະຊວງຍຸຕິທຳສະຫະລັດໄດ້ມີການປັບໃໝຫຼາຍກວ່າ 4 ຕື້ໂດລາຈາກ Binance Holdings ເພື່ອເປັນສ່ວນໜຶ່ງໃນການຍຸຕິຂໍ້ພິພາດທີ່ຍືດເຍື້ອມາດົນຫຼາຍປີ ເຊິ່ງນີ້ເປັນໜຶ່ງໃນຂໍ້ສະເໜີຂອງການສືບສວນສອບສວນໃນຂໍ້ກ່າວຫາການຟອກເງິນ, ການສໍ້ໂກງທະນາຄານ ແລະ ການລະເມີດມາດຕະການຄວບຄຸມການປະຕິບັດຕາມກົດໝາຍ. ໂດຍມີຄວາມເປັນໄປໄດ້ວ່າ CZ ອາດຈະຍັງປະເຊີນຂໍ້ຫາເຫຼົ່ານັ້ນຢູ່.

ເຖິງແມ່ນວ່າ CZ ຈະຮັບສາລະພາບແລ້ວ, ແຕ່ຂໍ້ຫາທາງອາຍາທີ່ຮັບສາລະພາບຜິດຈະຕ້ອງມີໂທດຈຳຄຸກສູງສຸດ 10 ປີ ແລະ ປັບໃໝ 500,000 ໂດລາ, ແຕ່ນີ້ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ໄອຍະການລັດຖະບານກາງຈະແນະນຳໃຫ້ລາວປະຕິບັດໜ້າທີ່ແນວໃດພາຍໃຕ້ຂໍ້ຕົກລົງດັ່ງກ່າວ. ຢ່າງໃດກໍຕາມ ໄດ້ມີການຄາດການວ່າອະດີດ CEO ຂອງ Binance ອາດຈະຕ້ອງຮັບໂທດຈຳຄຸກສູງສຸດ 18 ເດືອນ.

ໂດຍຫຼ້າສຸດ, ຫຼັງຈາກທີ່ເຈົ້າໜ້າທີ່ຂອງລັດຖະບານໄດ້ຄວບຄຸມ CZ ກໍໄດ້ຮັບປະກັນດ້ວຍພັນທະບັດສ່ວນຕົວມູນຄ່າ 175 ລ້ານໂດລາ ແລະ ໄດ້ຮັບການປ່ອຍຕົວເປັນທີ່ຮຽບຮ້ອຍ

ເມື່ອວັນອັງ​ຄານ​ທີ່ຜ່ານມາ ໃນລະຫວ່າງການດໍາເນີນຄະດີຂອງສານ ເຈົ້າໜ້າທີ່ລັດຖະບານກາງໄດ້ກ່າວຫາ CZ ວ່າໄດ້ສັ່ງໃຫ້ Binance ອະນຸຍາດໃຫ້ລູກຄ້າສະຫະລັດໃຊ້ແພລັດຟອມຂອງຕົນເອງ ໂດຍບໍ່ມີການດໍາເນີນການກວດກາ KYC ທີ່ຖືກຕ້ອງ ແລະ ບໍ່ມີການກວດກາຕາມມາດຕະການຕ້ານການຟອກເງິນ.

ອີງຕາມຄຳຟ້ອງຂອງສານ, CZ ໄດ້ວາງເງິນ 15 ລ້ານໂດລາໃນບັນຊີຂອງ Davis Wright Tremaine ເຊິ່ງເປັນບໍລິສັດກົດໝາຍທີ່ມີຄວາມຊ່ຽວຊານດ້ານກົດໝາຍທາງດ້ານການເງິນ ແລະ ເຕັກໂນໂລຊີ. ໂດຍໃນບັນຊີນີ້ຈະແຍກອອກຕ່າງຫາກຈາກພັນທະບັດສ່ວນຕົວ ມູນຄ່າ 175 ລ້ານໂດລາ ທີ່ CZ ໃຊ້ໄວ້ເພື່ອປະກັນຕົນເອງ, ໃນຂະນະດຽວກັນ CZ ຍັງໄດ້ຕົກລົງທີ່ຈະສະຫຼະຊັບສິນ ຖ້າຫາກເຂົາລະເມີດເງື່ອນໄຂໃນການປ່ອຍຕົວ.

ທັງນີ້ CZ ຈະມີການກຳນົດພິຈາລະນາຄະດີີອີກຄັ້ງໃນວັນທີ 23 ກຸມພາ 2024, ອີງຕາມຄຳສັ່ງສານ CZ ສາມາດອອກຈາກສະຫະລັັດໄດ້ ແຕ່ຕ້ອງໄດ້ກັບມາກ່ອນພິຈາລະນາຄະດີ 14 ມື້. ແຕ່ວ່າ CZ ໄດ້ຕັດສິນໃຈທີ່ຈະຢູ່ໃນຊີແອດເທິລ, ວໍຊິງຕັນ ຈົນຮອດວັນຈັນທີ 27 ພະຈິກ ແລະ ອະນຸຍາດໃຫ້ທະນາຍຄວາມ DOJ ແລະ ທະນາຍຄວາມຂອງລາວຈັດການກັບຄວາມບໍ່ເຫັນດີຂອງຜູ້ພິພາກສາໃນເຂດທີ່ເບິ່ງແຍງຄະດີໄດ້.

ທັງນີ້, ຜູ້ພິພາກສາ Brian Tchida ໄດ້ກ່າວໃນສານໃນວັນອັງຄານນີ້ວ່າ CZ ຍອມຮັບຜິດຕໍ່ຂໍ້ກ່າວຫາ ແລະ ຍົກເວັ້ນສິດທິໃນການອຸທອນການຕັດສິນໃຈໃດໆທີ່ມີອາຍຸຫຼາຍກວ່າ 18 ເດືອນ, ອີງຕາມເອກະສານຍື່ນຟ້ອງຂອງສານອີກສະບັບ ກະຊວງຍຸຕິທໍາຂອງສະຫະລັດ (DOJ) ແລະ CZ ໄດ້ຕົກລົງທີ່ຈະຈ່າຍຄ່າປັບໃໝ 50 ລ້ານໂດລາ, ແຕ່ອາດຈະບໍ່ມີໂທດຈໍາຄຸກ.

ອີງຕາມຂໍ້ມູນຈາກ Nansen ບໍລິສັດວິເຄາະ blockchain ພົບວ່າ ເຫດການດັ່ງກ່າວເຮັດໃຫ້ເງິນທຶນຫຼາຍກວ່າ 1 ຕື້ໂດລາໄຫຼອອກຈາກ Binance. ນັບຕັ້ງແຕ່ມີຂ່າວກ່ຽວກັບການຟ້ອງເວັບເທຣດ Crypto. ປັດຈຸບັນຍັງຄົງມີເງິນ 65 ຕື້ພາຍໃຕ້ການຄວບຄຸມຂອງ Binance. ເຊິ່ງນີ້ບໍ່ແມ່ນຄັ້ງທໍາອິດທີ່ Binance ປະເຊີນກັບການໄຫຼອອກຂອງເງິນທຶນຢ່າງຫຼວງຫຼາຍຈາກເວັບເທຣດຂອງຕົນ.

ນອກຈາກນີ້, ເຫດການດັ່ງກ່າວຍັງກ່າວຍັງສົ່ງຜົນໃຫ້ລາຄາຂອງຕະຫຼາດ Crypto ຫຼຸດລົງຢ່າງຮຸນແຮງໃນ 24 ຊົ່ວໂມງທີ່ຜ່ານມາ, ໂດຍ BITCOIN -4%, ETH -4%, BNB -10%, SAND -10%, OP -7% ແລະອື່ນໆ.

อาจเป็นรูปภาพของ ข้อความพูดว่า "S SANDUSDT Đ 0.3691 DOGEUSDT 0.07230 -0.00538- SHIBUSDT UNIUSDT 0.00000779 -0.00000064 4.896 SOLUSDT 52.14 SUIUSDT 0.5064 PEPEUSDT 0.000001047 0.000000084 TRBUSDT 84.41 ETHUSD 1944.35 BTCUSDT 平 35937.81 1510.97 WLDUSDT 平 2.259 TIAUSDT 5.204"

ທີ່ມາ:

twitter

siamblockchain2

siamblockchain3

coindesk

facebook

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/