ລາຄາສິນຄ້າຍັງເໜັງຕີງບໍ່ຄົງທີ່ ໂດຍສະເພາະປະເພດຜັກ


ລາຄາສິນຄ້າ ໃນຕະຫຼາດຍັງມີການໜັງຕີງບໍ່ຄົງທີ່ ໂດຍສະເພາະປະເພດພືດຜັກຕ່າງໆ ເນື່ອງຈາກການຜະລິດສ່ວນໃຫຍ່ຍັງເອື່ອຍອີງຕາມລະດູການຫຼາຍເກີນໄປ ແລະ ບໍ່ສາມາດຄາດການກຳລັງການຜະລິດທີ່ຊັດເຈນໄດ້.

ພໍໍ່ຄ້າແມ່ຄ້າໃນຕະຫຼາດໂພນສະຫວ່າງ ນະຄອນຫຼວງວຽງຈັນໄດ້ໃຫ້ສຳພາດກັບທີມງານ Lao Xperts ວ່າ: ຍັງພົບກັບບັນຫາລາຄາສິນຄ້າເໜັງຕີງ ບໍ່ມີຄວາມສະໝ່ຳສະເໝີ ມີການປ່ຽນແປງໄປໃນແຕ່ລະອາທິດ ຫຼື ໃນແຕ່ລະວັນ. ເນື່ອງຈາກຜົນຜະລິດໄດ້ໜ້ອຍ ບໍ່ສາມາດຜະລິດໄດ້ຕາມທີ່ຄາດໄວ້ ຫຼື ເວົ້າອີກຢ່າງກໍຄື ມີຜັກບາງປະເພດແມ່ນຂາດຕະຫຼາດ.

ຈາກບັນຫາດັ່ງກ່າວ ເຮັດໃຫ້ລາຄາສິນຄ້າປະເພດຜັກບາງຊະນິດ ຈະຂຶ້ນລາຄາຕາມຜົນຜະລິດ ຖ້າຜະລິດໄດ້ໜ້ອຍລາຄາກໍສູງຂຶ້ນ ຖ້າຜະລິດໄດ້ຫຼາຍລາຄາສິນຄ້າກໍຈະຫຼຸດລົງ, ເຊິ່ງຈະປັບປ່ຽນບໍ່ຄືກັນ ສັງເກດໄດ້ວ່າເມື່ອໄປຈ່າຍຕະຫຼາດ ລາຄາຜັກຈະປ່ຽນຢູ່ເປັນປະຈຳ.

ດ້ານປະເພດຊີ້ນປາ ລາຄາກໍຈະບໍ່ຄົງທີ່ຄືກັບລາຄາຜັກ ເຊິ່ງຂຶ້ນກັບຜູ້ປະກອບການທີ່ລ້ຽງປາ ບາງຄັ້ງກໍຈຳເປັນຕ້ອງໄດ້ຂຶ້ນລາຄາ ເພາະລາຄາຫົວອາຫານຈະສູງຂຶ້ນຕາມອັດຕາແລກປ່ຽນ ເພາະວັດຖຸດິບຫຼາຍຢ່າງຍັງເປັນສິນຄ້ານຳເຂົ້າ ບວກກັບປັດໄຈອື່ນໆ.

ສ່ວນລາຄາປະເພດຊີ້ນ ຍັງຄົງຮັກສາມາດຕະຖານໄດ້ດີ ເນື່ອງຈາກຊີ້ນໝູ, ຊີ້ນງົວທີ່ນຳມາຂາຍຢູ່ຕະຫຼາດ ສ່ວນໃຫຍ່ບໍ່ແມ່ນຊີ້ນທີ່ນຳເຂົ້າ ແຕ່ແມ່ນຊີ້ນທີ່ໄດ້ມາຈາກໝູ, ງົວ ທີ່ລ້ຽງໂດຍປະຊາຊົນເອງ ເຊິ່ງລາຄາຈະຄົງທີ່ຕາມທີ່ລັດຖະບານໄດ້ວາງອອກ ເພາະບາງຕະຫຼາດຖ້າຫາກຂາຍເກີນກຳນົດ ຫຼື ສວຍໂອກາດຂຶ້ນລາຄາ ແມ່ນຈະຖືກພາກສ່ວນທີ່ກ່ຽວຂ້ອງດຳເນີນຕາມກົດໝາຍທີ່ວາງອອກ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/