Nayib Bukele ສົ່ງທີມງານ Bitcoin ໃນປະເທດໄປຢ້ຽມຢາມອາເຈນຕິນາໃນພາລະກິດ “Bitcoin ແຫ່ງສັນຕິພາບ ແລະ ເສລີພາບທາງເສດຖະກິດ”


ໃນຂະນະທີ່ຜູ້ນໍາໃນພາກພື້ນອາເມຣິກາລາຕິນເລີ່ມຫັນມາສົນໃຈໃນ Bitcoin ຫຼາຍຂຶ້ນ, Nayib Bukele ປະທານາທິບໍດີ El Salvador ເອງກໍໄດ້ເຊັນອະນຸມັດໃຫ້ທີມງານ Bitcoin ໃນປະເທດ ເດີນທາງໄປຢ້ຽມຢາມອາເຈນຕິນາເພື່ອສະໜັບສະໜູນ Javier Milei ປະທານາທິບໍດີໃໝ່ຂອງອາເຈນຕິນາ ໃນການທຳຄວາມເຂົ້າໃຈກ່ຽວກັບຄວາມສໍາຄັນຂອງການເງິນແບບ decentralized.

Javier Milei ຜູ້ສະໜັບສະໜູນ Bitcoin ທີ່ພວມໄດ້ຮັບໄຊຊະນະຈາກການເລືອກຕັ້ງປະທານາທິບໍດີຄົນຫຼ້າສຸດຂອງອາເຈນຕິນາ ໄດ້ເຮັດໃຫ້ Elon Musk CEO ຂອງ Tesla ແລະ Michael Saylor, ລວມທັງຜູ້ຫຼົງໃຫຼໃນ crypto ຄົນອື່ນໆ ມາຮ່ວມສະແດງຄວາມຍິນດີກັບ Javier Milei ໃນໄຊຊະນະຂອງເຂົາ.

ແລະໃນຂະນະດຽວກັນ, Max Keiser ທີ່ປຶກສາ Bitcoin (BTC) ຂອງປະທານາທິບໍດີ Nayib Bukele ໄດ້ມີການເປີດເຜີຍວ່າ ທີມງານ Bitcoin ຂອງ El Salvador ຈະເດີນທາງໄປອາເຈນຕິນາເພື່ອປຶກສາຫາລືກັບປະທານາທິບໍດີຄົນໃໝ່ກ່ຽວກັບໂຄງການທົດລອງ BTC, ໂດຍທີມງານໄດ້ສົ່ງຄຳເຊີນໄປຫາ Javier Milei ເພື່ອເຂົ້າຮ່ວມຮັບປະທານອາຫານຢູ່ທີ່ທໍານຽບປະທານາທິບໍດີນີ້ໃນ El Salvador ແລະສົນທະນາກ່ຽວກັບເລື່ອງຂອງ Bitcoin.

Max Keizer ໄດ້ເປີດເຜີຍໃນໂພສຖັດໄປໃນແພລັດຟອມ X ວ່າ: ປະທານາທິບໍດີ Nayib Bukele ໄດ້ລົງນາມເຊັນອະນຸຍາດໃຫ້ທີມງານ Bitcoin ຂອງ El Salvador ໄປຢ້ຽມຢາມອາເຈນຕິນາໃນພາລະກິດທາງການທູດ “Bitcoin ແຫ່ງສັນຕິພາບ ແລະ ເສລີພາບທາງເສດຖະກິດ (Bitcoin diplomatic mission of peace and economic freedom)”

ກ່ອນໜ້ານີ້, El Salvador ໄດ້ຮອງຮັບເອົາ Bitcoin ມາໃຊ້ເປັນເງິນຕາມກົດໝາຍເພື່ອຕໍ່ສູ້ກັບໄພເງິນເຟີ້ ແລະ ເພື່ອປົດປ່ອຍປະຊາຊົນອອກຈາກການຄວບຄຸມທະນາຄານກາງ ແລະ ຍັງເປັນປະເທດທໍາອິດທີ່ນໍາເອົາ Bitcoin ໃຊ້ເປັນສະກຸນເງິນຊໍາລະໜີ້ໄດ້ຕາມກົດໝາຍ.

ເຊິ່ງ Javier Milei ປະທານາທິບໍດີຄົນຫຼ້າສຸດຂອງອາເຈນຕິນາກໍໄດ້ມີຄວາມຄິດເຫັນທີ່ຄ້າຍຄືກັນ, ໂດຍເຂົາໄດ້ວິພາກວິຈານວ່າທະນາຄານກາງຂອງປະເທດນີ້ແມ່ນ “ລະບົບການຫຼອກລວງ” ແລະ “ກົນໄກທີ່ນັກການເມືອງໃຊ້ເພື່ອຫຼອກຫຼວງປະຊາຊົນດ້ວຍພາສີເງິນເຟີ້”. ນອກຈາກນີ້ເຂົາຍັງຖືວ່າ Bitcoin ເປັນການເຄື່ອນໄຫວທີ່ມີຈຸດປະສົງເພື່ອ “ຄືນເງິນໃຫ້ຜູ້ສ້າງດັ້ງເດີມ, ນັ້ນກໍຄືພາກເອກະຊົນ”

ເຖິງແມ່ນວ່າ Javier Milei ຈະສະໜັບສະໜູນ Bitcoin, ແຕ່ຍັງມີຄວາມບໍ່ແນ່ນອນກ່ຽວກັບອະນາຄົດຂອງສະກຸນເງິນດິຈິຕອນໃນປະເທດ ເຊິ່ງໃນປັດຈຸບັນກຳລັງປະສົບກັບວິກິດການທາງດ້ານການເງິນຢູ່.

ໃນອາ​ທິດ​ທີ່​ຜ່ານມາ, ນັກເສດຖະສາດທີ່ສໍາຫຼວດໂດຍທະນາຄານກາງອາເຈນຕິນາໄດ້ເພີ່ມ ການຄາດການອັດຕາເງິນເຟີ້ປະຈໍາປີເປັນ 185% ໂດຍມີການເພີ່ມຂຶ້ນເປັນ 4.3% ເພີ່ມຂຶ້ນຈາກການຄາດການໃນເດືອນແລ້ວນີ້ທີ່ 180.7%. ນີ້ເຮັດໃຫ້ປະເທດກໍາລັງປະເຊີນກັບກໍລະນີໄພເງິນເຟີ້ທີ່ຮ້າຍແຮງທີ່ສຸດໃນໂລກ.

ໂດຍມີອັດຕາເງິນເຟີ້ປະຈໍາປີຢູ່ທີ່ 142.7% ໃນເດືອນຕຸລາ, ເພີ່ມຂຶ້ນ 8.3% ຈາກເດືອນກ່ອນ. ເຖິງແມ່ນວ່າອັດຕາເງິນເຟີ້ໃນປະເທດອື່ນໆໄດ້ຫຼຸດລົງເທື່ອລະກ້າວ, ແຕ່ອາເຈນຕິນາຍັງຄົງປະສົບກັບບັນຫານີ້ຢູ່. ແຕກຕ່າງສຳລັບ El Salvador ທີ່ມີອັດຕາເງິນເຟີ້ມີທ່າອ່ຍງທີ່ຈະຫຼຸດລົງເຖິງ 2.66% ໃນເດືອນຕຸລາ 2023, ເຊິ່ງຖືເປັນຫຼຸດລົງຕິດຕໍ່ກັນເປັນເດືອນທີ່ໃນໄລຍະ 62 ປີທີ່ຜ່ານມາ. ອັດຕາເງິນເຟີ້ຂອງ El Salvador ແມ່ນຢູ່ໃນລະຫວ່າງ -2.7% ເຖິງ 31.9%, ໂດຍສາມາດຄຳນນອັດຕາເງິນເຟີ້ໄດ້ທີ່ 7.2% ໃນປີ 2022.

ທັງນີ້, ອາ​ເມຣິ​ກາ​ໃຕ້​ໃນຕອນນີ້ກຳລັງປະ​ສົບ​ກັບ​ວິກິດການ​ເສດ​ຖະ​ກິດ​ທີ່​ຮ້າຍ​ແຮງ​ທີ່​ສຸດ​. ໃນເວເນຊູເອລາ, ເຊິ່ງມີລະດັບເງິນເຟີ້ສູງທີ່ກວ່າອາເຈນຕິນາ ແລະ El Salvador ຢ່າງຫຼວງຫຼາຍ ໄດ້ພະຍາຍາມທີ່ຈະພັດທະນາສິນຊັບ crypto ຂອງຕົນເອງໃນອະດີດ, ແຕ່ເຖິງແບບນັ້ນ ການລິເລີ່ມໂຄງການ crypto ຂອງເວເນຊູເອລາທີ່ຮູ້ຈັກກັນໃນນາມ Petro ນັ້ນມີການລວມສູນກັນເປັນສ່ວນໃຫຍ່ ແລະ ໄດ້ມີການດໍາເນີນການທີ່ແຕກຕ່າງຈາກ Bitcoin ຫຼາຍ, ເຊິ່ງໃນທີ່ສຸດກໍບໍ່ສາມາດບັນລຸເປົ້າໝາຍໄດ້.

ທີ່ມາ:

cryptopolitan

bnnbloomberg

tradingeconomics

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/