ຜູ້ວ່າການທະນາຄານ ຮຽກຮ້ອງບໍ່ໃຫ້ນຳເຂົ້າສິນຄ້າແບບຟຸມເຟືອຍ ເພື່ອສູ້ກັບບັນຫາເງິນເຟີ້


ເມື່ອບໍ່ດົນມານີ້ ທ່ານ ບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຫາລືກ່ຽວກັບອັດຕາເງິນເຟີ້ທີ່ສູງ ແລະ ຄວາມທ້າທາຍຕ່າງໆ ທີ່ມີພຽງປະເທດລາວທີ່ຕ້ອງພົບ. ເນື່ອງຈາກປະເທດຕ້ອງເພິ່ງພາການນຳເຂົ້າເປັນຈຳນວນຫຼາຍ ຄິດເປັນ 70-80% ຂອງສິນຄ້າໃນປະເທດ ແລະ ໄດ້ສະເໜີມາດຕະການທີ່ເຂັ້ມງວດ ໂດຍຮຽກຮ້ອງໃຫ້ຈຳກັດການນຳເຂົ້າສິນຄ້າແບບຟຸມເຟືອຍຕ່າງໆຢ່າງເຂັ້ມງວດ.

ພ້ອມກັນນີ້ ຍັງເນັ້ນວ່າ ວິທີແບບເກົ່າໃນການຈັດການກັບພາວະເງິນເຟີ້ ໂດຍລວມອາດບໍ່ໄດ້ຜົນຢ່າງສົມບູນໃນ ສປປ ລາວ ເນື່ອງຈາກການຂາດດຸນການຄ້າຂອງປະເທດທີ່ເພີ່ມຫຼາຍຂຶ້ນ. ນອກຈາກນີ້ ຜູ້ວ່າການທະນາຄານໄດ້ສະເໜີມາດຕະການ ເພື່ອລົດການນຳເຂົ້າສິນຄ້າຟຸມເຟືອຍ ການກຳນົດໂຄຕ້ານຳເຂົ້າສິນຄ້າແບບຟຸມເຟືອຍຖືກນຳມາໃຊ້ ເພື່ອລົດການນຳເຂົ້າສິນຄ້າເຫຼົ່ານີ້ໄດ້ຢ່າງມີປະສິດທິພາບ.

ນອກຈາກນີ້ ຍັງແນະນຳໃຫ້ເກັບພາສີສຳລັບບັນດາສິນຄ້າຟຸມເຟືອຍໃຫ້ສູງຂຶ້ນ ເພື່ອສະກັດກັ້ນຄວາມຕ້ອງການໃນການບໍລິໂພກ ແລະ ລົດແຮງກົດດັນຕໍ່ປະລິມານທຶນສຳຮອງເງິນຕາຕ່າງປະເທດ ໂດຍເສີມວ່າຄວາມເຊື່ອມໂຍງໂດຍກົງລະຫວ່າງການນຳເຂົ້າສິນຄ້າຟຸມເຟືອຍ, ອັດຕາແລກປ່ຽນ ແລະ ອັດຕາເງິນເຟີ້ ເຮັດໃຫ້ຈຳເປັນຕ້ອງມີການດຳເນີນການທີ່ກົງກັບເປົ້າໝາຍທີ່ວາງໄວ້.

ສຸດທ້າຍ ແມ່ນເນັ້ນເຖິງຄວາມສຳຄັນຂອງຂໍ້ສະເໜີດັ່ງກ່າວ ໂດຍການລະບຸການຈັດການພາວະເງິນເຟີ້ ຕ້ອງໃຊ້ແນວທາງທີ່ຄວບຄຸມ ໂດຍຈັດການທີ່ຕົ້ນເຫດ ແລະ ສົ່ງເສີມສະພາບທາງດ້ານເສດຖະກິດຂອງລາວ. ມີເປົ້າໝາຍທີ່ຈະປົກປ້ອງເສດຖະກິດ ຮັກສາສະພາບຂອງອັດຕາແລກປ່ຽນ ແລະ ລົດຜົນກະທົບຂອງອັດຕາເງິນເຟີ້ໃນຊີວິດປະຈຳວັນຂອງປະຊາຊົນ ໂດຍການຄວບຄຸມການນຳເຂົ້າຂອງສິນຄ້າ.

ຂໍ້ມູນຈາກ:

AEC Connect

laotiantime

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/