Bitcoin ໄດ້ເດີນທາງມາຮອດບລັອກທີ 800.000 ເປັນຄັ້ງທໍາອິດໃນປະຫວັດສາດ ກ່ອນທີ່ຈະເຂົ້າສູ່ Bitcoin Halving ໃນປີໜ້າ


ເມື່ອວັນຈັນທີ່ຜ່ານມາ ຈຳນວນບລັອກຂອງ Bitcoin ໃນ Mempool ໄດ້ເພີ່ມຂຶ້ນທະລຸບລັອກທີ 800.000 ເຊິ່ງເປັນຄັ້ງທຳອິດໃນປະຫວັດສາດ ຫຼັງຈາກການຖືກຳເນີດຂຶ້ນຂອງບລັອກ Genesis ເມື່ອ 14 ປີກ່ອນ, ເຮັດໃຫ້ໃນປັດຈຸບັນ Bitcoin ເຫຼືອບລັອກທີ່ສາມາດຂຸດໄດ້ພຽງ 40.000 ບລັອກເທົ່ານັ້ນ.

ທັງນີ້ Bitcoin ໄດ້ຜ່ານ Halving ມາເເລ້ວ 3 ຄັ້ງ, ໂດຍຄັ້ງທີ 3 ເກີດຂຶ້ນໃນວັນທີ 11 ພຶດສະພາ ປີ 2020 ທີ່ບລັອກໝາຍເລກ 630.000 ຖືກຂຸດໄດ້ໂດຍກຸ່ມ “AntPool”. ຖ້າພວກເຮົານັບໄປອີກ 210.000 ບລັອກ, ມັນກໍຈະຕົກຢູ່ໃນເດືອນເມສາ 2024 ຫຼື ເຫຼືອເວລາອີກ 268 ມື້.

ໂດຍປາກົດການ Halving ຈະເຮັດໃຫ້ຜູ້ຂຸດສາມາດຂຸດ Bitcoin ໄດ້ພຽງເຄິ່ງໜຶ່ງເທົ່ານັ້ນຈາກ 6,25 BTC/ຕໍ່ບລັອກໃນປັດຈຸບັນ ຈະເຫຼືອພຽງ 3,125 BTC /ຕໍ່ບລັອກ ເຊິ່ງຈະເລີ່ມທີ່ບລັອກໝາຍເລກ 840.000 ເປັນຕົ້ນໄປ.

ຢ່າງໃດກໍຕາມ, ບັນດານັກວິ​ເຄາະ​ມີ​ຄວາມ​ເຫັນ​ວ່າ ພາຍຫຼັງການ Halving  ໃນປີໜ້າ, Bitcoin ຈະມີລາຄາເພີ່ມຂຶ້ນຫຼາຍເຊັ່ນດຽວກັບການ Halving ທີ່ຜ່ານມາ, ເຊິ່ງຈະສົ່ງຜົນໃຫ້ Bitcoin ບັນລຸຈຸດສູງສຸດໃໝ່ທຸກໆຄັ້ງ.

ເຖິງແມ່ນວ່າຜົນຕອບແທນຈາກການຂຸດ Bitcoin ຈະລົດລົງ, ເເຕ່ການຂຸດຄົ້ນ Bitcoin ອາດຈະມີຄວາມເຄັ່ງຕຶງຫຼາຍຂຶ້ນໃນອະນາຄົດ. ເນື່ອງຈາກທ່າອ່ຽງຂອງລາຄາທີ່ຈະເພີ່ມສູງຂຶ້ນຕາມການເວລາ ແລະ ຈໍານວນບລັອກທີ່ຍັງເຫຼືອຢູ່ບໍ່ຫຼາຍໃນປັດຈຸບັນ.

ທີ່ມາ:

reddit

siamblockchain

mempool

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/