ເຮັດວຽກຫຼາຍໆຢ່າງພ້ອມກັນ ເຮັດໃຫ້ສະມາທິສັ້ນ ແລະ ປະສິດທິພາບຂອງວຽກລົດລົງ


ທ່ານເຄີຍເປັນບໍ່? ເຮັດວຽກຫຼາຍໆຢ່າງພ້ອມກັນ ໃນເວລາດຽວກັນ ເພື່ອໃຫ້ໜ້າວຽກນັ້ນໆສຳເລັດໄປພ້ອມກັນ. ພຶດຕິກຳເຫຼົ່ານີ້ ມັນເກີດຂຶ້ນໄດ້ກັບທຸກຄົນ ອາດດ້ວຍເຫດຜົນທີ່ເວລາມີຈຳກັດ ຫຼື ຢາກປະຢັດເວລາ ມີຄົນຈຳນວນບໍ່ໜ້ອຍເລີຍເລືອກວິທີນີ້, ແຕ່ທ່ານຮູ້ບໍ່! ການເຮັດຫຼາຍໜ້າວຽກພ້ອມກັນນີ້ຊໍ້າພັດສົ່ງຜົນໃຫ້ຜົນງານທີ່ອອກມາບໍ່ມີປະສິດທິພາບ ອັນເນື່ອງມາຈາກສະໝອງຂອງມະນຸດເຮົາໂຟກັສໄດ້ເທື່ອລະຢ່າງ.

ເຖິງແມ່ນວ່າຄົນເຮົາຈະສາມາດເຮັດຫຼາຍໆຢ່າງໄດ້ພ້ອມກັນກໍຕາມ ແຕ່ຄວາມຈິງທີ່ທຸກຄົນຕ້ອງຮູ້ນັ້ນກໍຄື ຄົນເຮົາໂຟກັສໄດ້ພຽງແຕ່ສິ່ງດຽວເທົ່ານັ້ນ. ຕົວຢ່າງເຊັ່ນ: ໃນຂະນະທີ່ເຮົາຂັບລົດ ແລະ ຟັງວິທະຍຸໄປພ້ອມກັນ ເຮົາຈະບໍ່ສາມາດຈັບເນື້ອໃນຂ່າວຈາກວິທະຍຸໄດ້ຢ່າງຄົບຖ້ວນເລິກເຊິ່ງ, ແຕ່ຈະຮູ້ໃນລັກສະນະຜິວເຜີນເທົ່ານັ້ນ ເພາະສິ່ງຫຼັກໆຄືເຮົາກຳລັງມຸ່ງໃສ່ການຂັບລົດ.

ຈາກປຶ້ມ The One Thing ໄດ້ເວົ້າເຖິງຜົນຂອງການວິໄຈພົບວ່າ: ຄົນທົ່ວໄປເສຍເວລາເກືອບ 28% ຈາກການປ່ຽນໜ້າວຽກກັບໄປກັບມາໃນເວລາດຽວກັນ ພ້ອມທັງມັກເຮັດ ແລະ ສ່ຽງຕັດສິນໃຈຜິດພາດຫຼາຍກວ່າຄົນທີ່ເຮັດພຽງສິ່ງດຽວ. 

ນອກນີ້ ຈາກການສຶກສາປີ 2011 ໂດຍ Joshua Rubinstein, Jeffrey Evans ແລະ David Meyer ຍັງກ່າວອີກວ່າ: ຄົນເຮົາຈະເສຍເວລາຫຼາຍເມື່ອສະຫຼັບວຽກໄປມາລະຫວ່າງການເຮັດວຽກຫຼາຍໜ້າວຽກ ແລະ ມີຄວາມຊັບຊ້ອນຫຼາຍຂຶ້ນ. ດັ່ງນັ້ນ, ພຶດຕິກຳເຫຼົ່ານີ້ອາດຈະເຮັດໃຫ້ເກີດອາການສັບສົນ ແລະ ບໍ່ດີຕໍ່ປະສິດທິພາບການເຮັດວຽກ ແລະ ອາດຈະສົ່ງຜົນກະທົບຕໍ່ສຸຂະພາບຮ່າງກາຍ ແລະ ຈິດໃຈ. ສິ່ງເຫຼົ່ານີ້ຈະສົ່ງຜົນກະທົບທາງລົບໃນໄລຍະຍາວ ແລະ ຊໍາເຮື້ອ.

ໃນບົດຄວາມ Driven to Distraction ໃຫ້ເນື້ອໃນເພີ່ມເຕີມວ່າ: ມີຫຼາຍກວ່າ 16% ຂອງອຸບັດຕິເຫດທາງຖະໜົນແມ່ນ ເກີດຈາກການຖືກລົບກວນສະມາທິ ຫຼື ເຮັດສິ່ງອື່ນໃນຂະນະທີ່ຂັບລົດ ເຊັ່ນວ່າ: ການລົມໂທລະສັບເຮັດໃຫ້ເຮົາລົດໂຟກັສເຖິງ 40% ເຊິ່ງມັນມີຜົນໃກ້ຄຽງກັບການເມົາແລ້ວຂັບ.

ແຕ່ກົງກັນຂ້າມ, ອີງ​ຕາມ​ການ​ສຶກ​ສາ​ຂອງ​ນັກ​ຄົ້ນ​ຄວ້າ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຈີນ​ ຮ່ອງ​ກົງ​ ບອກວ່າ: ພຶດຕິກຳເຫຼົ່ານີ້ອາດ​ຈະ​ບໍ່​ຮ້າຍ​ແຮງສະເໝີໄປ​ ຫາກເຮົາຮູ້ປັບໃຊ້ຢ່າງເໝາະສົມ ເຊັ່ນວ່າ: ການນຳໃຊ້ ສື່ ຫຼື ເທັກໂນໂລຢີເຂົ້າມາຊ່ວຍອາດຈະໄດ້ຜົນງານທີ່ມີປະສິດທິພາບຫຼາຍຂຶ້ນ ເຊັ່ນ: ໃນຂະນະທີ່ເຮົາເຮັດວຽກ ຫຼື ອ່ານປຶ້ມຢູ່ ສຳລັບບາງຄົນຈະຮູ້ສຶກວ່າເຮັດວຽກໄດ້ດີຂຶ້ນ ຫຼື ອ່ານເຂົ້າໃຈຫຼາຍຂຶ້ນຖ້າຫາກເປີດສຽງເພງ ຫຼື ວິດີໂອຄ່ອຍໆຄຽງຄູ່ກັນໄປ ຍ້ອນຮູ້ສຶກໄດ້ວ່າມີຄວາມຜ່ອນຄາຍ ແຕ່ແນວໃດກໍຕາມນັ້ນມັນໃຊ້ໄດ້ສຳລັບບາງຄົນເທົ່ານັ້ນ.

ຈາກການສັງລວມແລ້ວ ການເຮັດຫຼາຍໜ້າວຽກໄປພ້ອມກັນສົ່ງຜົນກະທົບຕໍ່ການເຮັດວຽກເຮົາໃນຫຼາຍໆດ້ານເຊັ່ນ:

1.ເຮັດໃຫ້ວິຕົກກັງວົນ ຫຼື ສັບສົນ, ຈັດການວຽກບໍ່ໄດ້

2.ໃຊ້ເວລາໃນການເຮັດວຽກຫຼາຍຂຶ້ນ ແຕ່ຄຸນະພາບລົດລົງ ແລະ ເກີດຂໍ້ຜິດພາດງ່າຍ

3.ສະໝອງລຶ້ງເຄີຍກັບການສະຫຼັບຄວາມສົນໃຈໄປມາສົ່ງຜົນເຮັດໃຫ້ສະມາທິສັ້ນໄດ້.

4.ເຮັດໃຫ້ເກີດບັນຫາສຸຂະພາບຈິດ ເຊັ່ນ: ວິຕົກກັງວັນ ແລະ ໂຣກຊຶມເສົ້າ

ວິທີປ້ອງກັນ

1.ເຝິກເຮັດວຽກທີ່ໂຟກັສແຕ່ຢ່າງດຽວ ໂດຍເຮັດແຕ່ລະໜ້າວຽກໃຫ້ສຳເລັດເທື່ອລະອັນ.

2.ຈັດລຳດັບຄວາມສຳຄັນຂອງວຽກ ແລະ ບໍລິຫານເວລາໃຫ້ໄດ້.

ສຸດທ້າຍແລ້ວ, ເຖິງວ່າຄົນເຮົາຈະສາມາດເຮັດຫຼາຍສິ່ງໄດ້ໃນເວລາດຽວກັນ, ແຕ່ຖ້າເບິ່ງໂດຍລວມແລ້ວ ການເຮັດວຽກເທື່ອລະອັນຈະຊ່ວຍໃຫ້ເຮົາຕັ້ງໃຈເຮັດວຽກໄດ້ດີຂຶ້ນ,  ມີປະສິດທິພາບຫຼາຍຂຶ້ນ  ແລະ ສຳເລັດໄວກວ່າ ເພາະວ່າຖ້າສຸມໃສ່ວຽກງານທີ່ກໍາລັງຈະເຮັດຢ່າງເຕັມທີ່ ແລະ ມີຄວາມສຸກກັບມັນແລ້ວ ສະໝອງຂອງເຮົາຈະເປີດຮັບຫຼາຍກວ່າການເຮັດວຽກກັບໄປກັບມາ ພ້ອມທັງຍັງຊ່ວຍຮັກສາສຸຂະພາບສະໝອງ ແລະ ຈິດໃຈເຮົາອີກດ້ວຍ.

ອ້າງອີງແຫຼ່ງທີ່ມາ:

https://cutt.ly/owy1KJGq

https://cutt.ly/Nwy1KNME

https://cutt.ly/Xwy1ZeOi

https://cutt.ly/9wy1ZaMp

https://cutt.ly/Xwy1ZjVA

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/