Ripple ໝັ້ນໃຈວ່າຈະສາມາດຊັກຊວນໃຫ້ສະຖາບັນການເງິນຂອງສະຫະລັດນໍາໃຊ້ XRP ສໍາລັບການໂອນເງິນຂ້າມຕ່າງປະເທດ


Ripple ເຊື່ອວ່າທະນາຄານສະຫະລັດ ແລະ ສະຖາບັນການເງິນອື່ນໆເລີ່ມທີ່ຈະສົນໃຈໃນການເອົາຫຼຽນ XRP ມາໃຊ້ເພື່ອຊຳລະເງິນຂ້າມພົມແດນ ຫຼັງຈາກທີ່ບໍລິສັດໄດ້ຮັບໄຊຊະນະບາງສ່ວນຈາກ SEC ໃນອາທິດທີ່ຜ່ານມາ ຈາກການຕັດສິນຂອງສານ ໂດຍລະບຸວ່າ XRP ແມ່ນຫຼັກຊັບ.

Stu Alderoty ທີ່ປຶກສາທົ່ວໄປຂອງ Ripple ກ່າວວ່າ ບໍລິສັດທີ່ຕັ້ງຢູ່ໃນ San Francisco ຄາດວ່າຈະເລີ່ມຕົ້ນການເຈລະຈາກັບບໍລິສັດການເງິນຂອງອາເມຣິກາກ່ຽວກັບການຮັບຮອງເອົາຜະລິດຕະພັນ Liquidity On-Demand Liquidity (ODL) ເຊິ່ງໃຊ້ XRP ຂອງຕົນໃນການໂອນເງິນໃນໄຕມາດທີສາມຂອງປີ 2023.

Stu Alderoty ຍັງກ່າວອີກວ່າ “ຂ້ອຍຫວັງວ່າໄຕມາດໃໝ່ນີ້ຈະສ້າງບົດສົນທະນາໃໝ່ໆໃຫ້ກັບລູກຄ້າໃນສະຫະລັດ ແລະ ຫວັງວ່າບົດສົນທະນາເຫຼົ່ານັ້ນບາງສ່ວນຈະຫັນໄປສູ່ທຸລະກິດຕົວຈິງ”

ຫຼັງຈາກທີ່ Ripple ໄດ້ຮັບໄຊຊະນະທາງດ້ານກົດໝາຍບາງສ່ວນໃນການສູ້ຮົບທີ່ຍາວນານກັບ SEC ກ່ຽວກັບສະຖານະພາບຂອງ XRP, ນີ້ເຮັດໃຫ້ການຂາຍ XRP tokens ຜ່ານການແລກປ່ຽນ ແລະ algorithms ບໍ່ຖືວ່າແມ່ນສັນຍາການລົງທຶນ ໂດຍອີງ​ຕາມ​ການ​ຕັດສິນ​ຂອງ​ສານ​ຂອງ​ສະຫະລັດ ເຂດພາກໃຕ້ຂອງນິວຢອກໄດ້ຕັດສິນໃນວັນທີ 13 ເດືອນກໍລະກົດ.

ຢ່າງໃດກໍຕາມ, ຜູ້ພິພາກສາກ່າວວ່າການຂາຍ XRP ໂດຍນັກລົງທຶນສະຖາບັນອາດຈະລະເມີດກົດລະບຽບຫຼັກຊັບ. ນີ້ເຮັດໃຫ້ລາຄາຂອງ XRP ເພີ່ມສູງຂຶ້ນຢ່າງໄວວາ ແລະ ມີການຊື້ຂາຍຢູ່ທີ່ປະມານ 0,73 ໂດລາໃນເວລາຂຽນ. ໂດຍເພີ່ມຂຶ້ນຫຼາຍກວ່າ 55% ໃນອາທິດທີ່ຜ່ານມາ.

ທີ່ມາ:

cnbc
siamblockchain

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/