ປ່າອະເມຊອນ ແຫ້ງແລ້ງຮຸນແຮງໃນຮອບ 50 ປີ


ຜົນການສຶກສາໃໝ່ໄດ້ອອກມາເປີດເຜີຍວ່າ ເວລານີ້ພື້ນທີ່ປ້ອງກັນທີ່ສຳຄັນທີ່ສຸດຂອງໂລກຕໍ່ສະພາວະໂລກຮ້ອນ ຢ່າງປ່າອະເມຊອນ ກຳລັງໄດ້ຮັບຜົນກະທົບຈາກການປ່ຽນແປງສະພາບອາກາດ ເປັນເຫດທີ່ເຮັດໃຫ້ຕ້ອງພົບກັບຄວາມແຫ້ງແລ້ງທີ່ຮຸນແຮງທີ່ສຸດໃນຮອບຢ່າງໜ້ອຍ 50 ປີ.

ເຖິງແມ່ນວ່າຄວາມແຫ້ງແລ້ງໃນປ່າອະເມຊອນຈະບໍ່ແມ່ນເລື່ອງແປກໃໝ່ ແຕ່ເຫດການທີ່ເກີດຂຶ້ນໃນປີນີ້ສ້າງຄວາມວິຕົກກັງວົນ ໂດຍເມື່ອເດືອນຕຸລາ 2023 ທີ່ຜ່ານມາ ແມ່ນ້ຳ Rio Negro ຫຼຸດລົງແຕະລະດັບຕ່ຳສຸດ. ທັງນີ້ປ່າອະເມຊອນ ເປັນແນວປ້ອງກັນຕໍ່ການປ່ຽນແປງສະພາບອາກາດ ແລະ ຍັງເປັນແຫຼ່ງຄວາມຫຼາກຫຼາຍຂອງຊີວະພາບອັນອຸດົມສົມບູນຂອງໂລກປະມານ 10% ແລະ ຍັງມີອີກຫຼາກຫຼາຍສາຍພັນທີ່ລໍຖ້າການຄົ້ນພົບ.

ຢ່າງໃດກໍຕາມ ມັນໄດ້ສົ່ງຜົນກະທົບຕໍ່ລະບົບນິເວດ ແລະ ຜູ້ຄົນຫຼາຍລ້ານຄົນທີ່ຕ້ອງອາໄສແມ່ນ້ຳ ໂດຍທາງກຸ່ມ World Weather Attribution ໄດ້ລະບຸວ່າ ສາເຫດມາຈາກການປ່ຽນແປງສະພາບອາກາດ ແລະ ຄວາມແຫ້ງແລ້ງທີ່ມາຈາກການກະທຳຂອງມະນຸດ ຫາກຍັງມີການເຮັດກິດຈະກຳກ່ຽວກັບນ້ຳມັນ, ກ໊າສ ແລະ ຖ່ານຫີນ ຕໍ່ໄປ ອີກບໍ່ດົນໂລກຈະຮ້ອນ ພ້ອມກັນປ່າອະເມຊອນຈະແຫ້ງແລ້ງປະມານທຸກໆ 13 ປີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/