ການສົ່ງອອກ ແລະ ນຳເຂົ້າຂອງຍີ່ປຸ່ນເພີ່ມຂຶ້ນເຮັດສະຖິຕິສູງສຸດໃນເດືອນທັນວາ ສົ່ງຜົນໃຫ້ຍອດ​ມູນ​ຄ່າ​ການ​ຄ້າ​ເກີນ​ດຸນ 62,1 ຕື້​ເຢນ


ໃນວັນທີ 24 ມັງກອນ, ສຳນັກງານຕ່າງປະເທດໄດ້ມີການລາຍງານວ່າ ກະຊວງການເງິນຍີ່ປຸ່ນໄດ້ເປີດເຜີຍຂໍ້​ມູນ​ທີ່ສະ​ແດງ​ໃຫ້​ເຫັນ​ວ່າ ມູນ​ຄ່າ​ການ​ສົ່ງ​ອອກ​ຂອງ​ຍີ່​ປຸ່ນ​ໄດ້​ເພີ່ມ​ຂຶ້ນ​ເຮັດ​ສະຖິຕິສູງສຸດ​ໃນ​ເດືອນ​ທັນວາ 2023, ​ໂດຍ​ຮັບແຮງຊຸກຍູ້ຈາກການ​ສົ່ງ​ອອກ​ໄປ​ຈີນ​ເພີ່ມ​ຂຶ້ນ​ເປັນ​ເທື່ອ​ທຳ​ອິດ​ໃນ​ຮອບ​ຫຼາຍ​ກວ່າ​ປີ ແລະ ຍອດຂາຍເປັນປະຫວັດສາດໃຫ້ແກ່ສະຫະລັດ.

ໂດຍຍອດການ​ສົ່ງ​ອອກໃນເດືອນ​ທັນວາ 2023 ​ເພີ່ມ​ຂຶ້ນ 9,8% ຄິດເປັນ 9,65 ພັນຕື້ເຢນ (65,1 ຕື້ໂດລາ) ​ເມື່ອ​ທຽບ​ໃສ່ລາຍປີ​ ເຊິ່ງສູງກວ່າການຄາດການຂອງນັກເສດຖະສາດທີ່ໄດ້ຄາດວ່າຈະເພີ່ມຂຶ້ນ 9,1 % ແລະ​ ຕາມ​ມາ​ດ້ວຍ​ການ​ຫົດ​ຕົວ 0,2% ໃນ​ເດືອນ​ພະ​ຈິກ 2023.

ສໍາລັບການນໍາເຂົ້າຂອງຍີ່ປຸ່ນແມ່ນຫຼຸດລົງ 6,8% ເມື່ອທຽບເປັນລາຍປີຕໍ່ປີຈົນເຖິງເດືອນທັນວາ ໂດຍຫຼຸດລົງສະເລ່ຍຢູ່ທີ່ປະມານ 5,3%. ໃນສ່ວນຂອງຍອດ​ມູນ​ຄ່າ​ການ​ຄ້າ​ໄດ້​ເກີນ​ດຸນ 62,1 ຕື້​ເຢນ, ​ເມື່ອ​ທຽບ​ໃສ່​ຄ່າມາດຕະຖານທີ່ຄາດການໄວ້ທີ່ 122,1 ຕື້​ເຢນ.

ຢ່າງໃດກໍຕາມ, ນັກເສດຖະສາດກ່າວວ່າ ຍັງບໍ່ຊັດເຈນວ່າເສດຖະກິດທີ່ຊົບເຊົາຂອງຍີ່ປຸ່ນ ທີ່ກິດຈະກໍາຂອງໂຮງງານໄດ້ຫົດຕົວລົງມາເປັນເວລາແປດເດືອນຕິດຕໍ່ກັນ ຈະສາມາດໄດ້ຮັບແຮງຊຸກຍູ້ໃຫ້ມີການຟື້ນຕົວແບບຍືນຍົງຈາກການຟື້ນຕົວຂອງການສົ່ງອອກໄດ້ຫຼືບໍ?

“ການສົ່ງອອກຍັງຄົງແຂງແຮງແຕ່ອາດຈະຟື້ນຕົວຫຼັງຈາກທີ່ຫຼຸດລົງໃນເດືອນພະຈິກ. ການຂະຫຍາຍຕົວທາງດ້ານເສດຖະກິດໃນສະຫະລັດ ແລະ ຢູໂຣບເບິ່ງຄືວ່າຈະຊ້າລົງເລັກນ້ອຍ ​ແລະ ​ຈີນ​ກໍພວມ​ຫຼຸດ​ພົ້ນ​ອອກ​ມາຈາກວິກິດການເສດຖະກິດ. ດັ່ງນັ້ນ, ການຟື້ນຕົວຂອງການສົ່ງອອກມີທ່າອ່ຽງທີ່ຈະອ່ອນແອ”

ການ​ສົ່ງ​ອອກ​ໄປ​ຕະຫຼາດ​ທີ່​ສຳຄັນ​ຂອງ​ຈີນ ເຊິ່ງເປັນຄູ່ຄ້າຂາຍລາຍໃຫຍ່ຂອງຍີ່ປຸ່ນ​ໄດ້​ເພີ່ມ​ຂຶ້ນ 9,6% ຫຼື 1,77 ພັນ​ຕື້​ເຢນ​ໃນ​ເດືອນ​ທັນວາ ເຊິ່ງໃຫຍ່ທີ່ສຸດອັນດັບສອງຂອງປະຫວັດສາດ. ໃນການຂົນສົ່ງຂອງອຸປະກອນການຜະລິດ semiconductor ແລະ ລົດໃຫຍ່ໄດ້ເຮັດໃຫ້ເກີດການຂະຫຍາຍຕົວ. ແຕ່ການສົ່ງອອກຊິບ ແລະ ເອເລັກໂຕຣນິກອື່ນໆຫຼຸດລົງ 22%.

ສຳລັບການສົ່ງອອກໄປຍັງສະຫະລັດ ​ເຊິ່ງ​ເປັນ​ພັນທະ​ມິດ​ທີ່​ສຳຄັນ​ຂອງ​ຍີ່​ປຸ່ນແມ່ນ​ເພີ່ມ​ຂຶ້ນ 20,4%, ​ຖືເປັນການເຕີບໂຕຢ່າງຕໍ່ເນື່ອງເປັນ​ເດືອນ​ທີ 27. ໃນ​ດ້ານການຈັດສົ່ງ​ລົດ, ​ເຄື່ອງ​ກໍ່ສ້າງ ​ແລະ ຂຸດ​ຄົ້ນ​ບໍ່​ແຮ່, ລວມທັງການຂະຫຍາຍຊິ້ນສ່ວນລົດໃຫຍ່ກໍມີການເພິ່ມຂຶ້ນ.

ທີ່ມາ:

moneyandbanking

reuters

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/