ໃນວັນທີ 24 ມັງກອນ, ສຳນັກງານຕ່າງປະເທດໄດ້ມີການລາຍງານວ່າ ກະຊວງການເງິນຍີ່ປຸ່ນໄດ້ເປີດເຜີຍຂໍ້ມູນທີ່ສະແດງໃຫ້ເຫັນວ່າ ມູນຄ່າການສົ່ງອອກຂອງຍີ່ປຸ່ນໄດ້ເພີ່ມຂຶ້ນເຮັດສະຖິຕິສູງສຸດໃນເດືອນທັນວາ 2023, ໂດຍຮັບແຮງຊຸກຍູ້ຈາກການສົ່ງອອກໄປຈີນເພີ່ມຂຶ້ນເປັນເທື່ອທຳອິດໃນຮອບຫຼາຍກວ່າປີ ແລະ ຍອດຂາຍເປັນປະຫວັດສາດໃຫ້ແກ່ສະຫະລັດ.
ໂດຍຍອດການສົ່ງອອກໃນເດືອນທັນວາ 2023 ເພີ່ມຂຶ້ນ 9,8% ຄິດເປັນ 9,65 ພັນຕື້ເຢນ (65,1 ຕື້ໂດລາ) ເມື່ອທຽບໃສ່ລາຍປີ ເຊິ່ງສູງກວ່າການຄາດການຂອງນັກເສດຖະສາດທີ່ໄດ້ຄາດວ່າຈະເພີ່ມຂຶ້ນ 9,1 % ແລະ ຕາມມາດ້ວຍການຫົດຕົວ 0,2% ໃນເດືອນພະຈິກ 2023.
ສໍາລັບການນໍາເຂົ້າຂອງຍີ່ປຸ່ນແມ່ນຫຼຸດລົງ 6,8% ເມື່ອທຽບເປັນລາຍປີຕໍ່ປີຈົນເຖິງເດືອນທັນວາ ໂດຍຫຼຸດລົງສະເລ່ຍຢູ່ທີ່ປະມານ 5,3%. ໃນສ່ວນຂອງຍອດມູນຄ່າການຄ້າໄດ້ເກີນດຸນ 62,1 ຕື້ເຢນ, ເມື່ອທຽບໃສ່ຄ່າມາດຕະຖານທີ່ຄາດການໄວ້ທີ່ 122,1 ຕື້ເຢນ.
ຢ່າງໃດກໍຕາມ, ນັກເສດຖະສາດກ່າວວ່າ ຍັງບໍ່ຊັດເຈນວ່າເສດຖະກິດທີ່ຊົບເຊົາຂອງຍີ່ປຸ່ນ ທີ່ກິດຈະກໍາຂອງໂຮງງານໄດ້ຫົດຕົວລົງມາເປັນເວລາແປດເດືອນຕິດຕໍ່ກັນ ຈະສາມາດໄດ້ຮັບແຮງຊຸກຍູ້ໃຫ້ມີການຟື້ນຕົວແບບຍືນຍົງຈາກການຟື້ນຕົວຂອງການສົ່ງອອກໄດ້ຫຼືບໍ?
“ການສົ່ງອອກຍັງຄົງແຂງແຮງແຕ່ອາດຈະຟື້ນຕົວຫຼັງຈາກທີ່ຫຼຸດລົງໃນເດືອນພະຈິກ. ການຂະຫຍາຍຕົວທາງດ້ານເສດຖະກິດໃນສະຫະລັດ ແລະ ຢູໂຣບເບິ່ງຄືວ່າຈະຊ້າລົງເລັກນ້ອຍ ແລະ ຈີນກໍພວມຫຼຸດພົ້ນອອກມາຈາກວິກິດການເສດຖະກິດ. ດັ່ງນັ້ນ, ການຟື້ນຕົວຂອງການສົ່ງອອກມີທ່າອ່ຽງທີ່ຈະອ່ອນແອ”
ການສົ່ງອອກໄປຕະຫຼາດທີ່ສຳຄັນຂອງຈີນ ເຊິ່ງເປັນຄູ່ຄ້າຂາຍລາຍໃຫຍ່ຂອງຍີ່ປຸ່ນໄດ້ເພີ່ມຂຶ້ນ 9,6% ຫຼື 1,77 ພັນຕື້ເຢນໃນເດືອນທັນວາ ເຊິ່ງໃຫຍ່ທີ່ສຸດອັນດັບສອງຂອງປະຫວັດສາດ. ໃນການຂົນສົ່ງຂອງອຸປະກອນການຜະລິດ semiconductor ແລະ ລົດໃຫຍ່ໄດ້ເຮັດໃຫ້ເກີດການຂະຫຍາຍຕົວ. ແຕ່ການສົ່ງອອກຊິບ ແລະ ເອເລັກໂຕຣນິກອື່ນໆຫຼຸດລົງ 22%.
ສຳລັບການສົ່ງອອກໄປຍັງສະຫະລັດ ເຊິ່ງເປັນພັນທະມິດທີ່ສຳຄັນຂອງຍີ່ປຸ່ນແມ່ນເພີ່ມຂຶ້ນ 20,4%, ຖືເປັນການເຕີບໂຕຢ່າງຕໍ່ເນື່ອງເປັນເດືອນທີ 27. ໃນດ້ານການຈັດສົ່ງລົດ, ເຄື່ອງກໍ່ສ້າງ ແລະ ຂຸດຄົ້ນບໍ່ແຮ່, ລວມທັງການຂະຫຍາຍຊິ້ນສ່ວນລົດໃຫຍ່ກໍມີການເພິ່ມຂຶ້ນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/