ກັບມາແລ້ວ! BABYMONSTER ກຽມບັນທຶກສຽງ BATTER UP ແລະ ເພງໃໝ່ດ້ວຍສະມາຊິກ 7 ຄົນ


ປະທານ Yang Hyun Suk ແຫ່ງຄ້າຍ YG Entertainment ໄດ້ອອກມາປະກາດຂ່າວສຳຄັນເຖິງການກັບມາເຮັດກິດຈະກຳວົງ BABYMONSTER ຂອງ Ahyeon ຫຼັງຈາກທີ່ຕ້ອງພັກກິດຈະກຳລົງ ເນື່ອງຈາກຕ້ອງປິ່ນປົວສຸຂະພາບ ເຮັດໃຫ້ບໍ່ໄດ້ຮ່ວມການເດບິວໃນໄລຍະປາຍປີທີ່ຜ່ານມາ.

ໂດຍການກັບມານີ້ ຈະມາພ້ອມການບັນທຶກສຽງເວີຊັນໃໝ່ຂອງເພງ BATTER UP ແລະ ເພງໃໝ່ຢ່າງ “Stuck In the Middle” ທີ່ມີສະມາຊິກຄົບທັງ 7 ສາວ ເຊິ່ງຈະປ່ອຍໃຫ້ໄດ້ຟັງໃນວັນທີ 1 ກຸມພາ 2024 ທີ່ຈະມາຮອດນີ້ ພ້ອມປ່ອຍມິນິອາລະບ້ຳທຳອິດໃນເດືອນ ເມສາ ນີ້ອີກດ້ວຍ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/