ອີງຈາກການສຳຫຼວດເມື່ອບໍ່ດົນມານີ້ ໂດຍນັກວິເຄາະການເງິນສາກົນ, ປະເທດບຣູໄນໄດ້ກາຍມາເປັນໜຶ່ງໃນຈຸດໝາຍປາຍທາງທີ່ກຸ້ມຄ່າທີ່ສຸດ ແລະ ເປັນທີ່ດຶງດູດຂອງຊາວຕ່າງຊາດທີ່ຊອກຫາບ່ອນລີ້ໄພໂດຍບໍ່ມີພາສີສຳລັບການຍົກຍ້າຍ.
ໂດຍປະເທດບຣູໄນນັ້ນຕັ້ງຢູ່ໃນອາຊີຕາເວັນອອກສຽງໃຕ້ຢູ່ເທິງເກາະ Borneo. ບຣູໄນບໍ່ພຽງແຕ່ມີວັດທະນະທຳທີ່ອຸດົມສົມບູນເທົ່ານັ້ນ, ແຕ່ມັນຍັງມີສະພາບແວດລ້ອມດ້ານພາສີທີ່ເອື້ອອໍານວຍເຊິ່ງເປັນທີ່ດຶງດູດຄົນຕ່າງປະເທດຈາກທົ່ວໂລກ.
- ການເກັບພາສີທີ່ຕໍ່າ ແລະ ຄຸນະພາບຊີວິດສູງ
ບຣູໄນມີຄວາມມຸ່ງໝັ້ນໃນການຮັກສາລະບອບພາສີທີ່ຕ່ຳ ເຊິ່ງນີ້ເຮັດໃຫ້ບຣູໄນເປັນຈຸດໝາຍປາຍທາງທີ່ຢູ່ໃນອຸດົມຄະຕິສໍາລັບຜູ້ທີ່ຊອກຫາຊ່ອງທາງໃນການໃຊ້ຊີວິດຂອງຕົນເພື່ອຫຼຸດຜ່ອນພາລະດ້ານພາສີໃຫ້ເຫຼືອໜ້ອຍທີ່ສຸດ. ໂດຍຄົນຕ່າງປະເທດທີ່ຍ້າຍຖິ່ນຖານໄປຢູ່ອາໄສໃນປະເທດບຣູໄນຈະໄດ້ຮັບຜົນປະໂຫຍດຈາກການບໍ່ເສຍຄ່າພາສີລາຍໄດ້ສ່ວນບຸກຄົນ, ອາກອນກໍາໄລທຶນຮອນ ແລະ ພາສີມໍລະດົກເຊິ່ງກໍ່ໃຫ້ເກີດຄວາມໄດ້ປຽບທາງດ້ານການເງິນທີ່ສໍາຄັນ.
ນອກເໜືອຈາກນະໂຍບາຍທີ່ເປັນມິດກັບພາສີແລ້ວ ບຣູໄນຍັງສະໜອງຄຸນະພາບຊີວິດໃນລະດັບສູງດ້ວຍໂຄງສ້າງພື້ນຖານຂອງຕົນ, ການຮັກສາສຸຂະພາບ ແລະ ການສຶກສາທີ່ທັນສະໄໝ, ພູມສັນຖານທີ່ງຽບສະຫງົບຂອງປະເທດ, ສັດປ່ານານາຊະນິດ ແລະ ທັດສະນີຍະພາບວັດທະນະທໍາທີ່ສົດໃສເພີ່ມຄວາມດຶງດູດຂອງປະເທດ ເຮັດໃຫ້ຊາວຕ່າງຊາດທີ່ຍ້າຍຖິ່ນມາຢູ່ໄດ້ຮັບປະສົບການໃໝ່ໆທີ່ຄອບຄຸມໃນທຸກດ້ານ
- ຄວາມຄິດລິເລີ່ມຂອງລັດຖະບານໃນສົ່ງເສີມການລົງທຶນຈາກຕ່າງປະເທດ.
ລັດຖະບານບຣູໄນໄດ້ຕັ້ງໜ້າຊຸກຍູ້ການລົງທຶນຈາກຕ່າງປະເທດ. ໂດຍການປະຕິບັດນະໂຍບາຍທີ່ສະໜັບສະໜູນທຸລະກິດຕ່າງໆ ສ້າງຕັ້ງການດໍາເນີນງານພາຍໃນຂອບເຂດຂອງຕົນ. ດ້ວຍຄວາມສະດວກສະບາຍໃນການດໍາເນີນທຸລະກິດບວກກັບທີ່ຕັ້ງຍຸດທະສາດໃນອາຊີຕາເວັນອອກສຽງໃຕ້ ເຮັດໃຫ້ບຣູໄນກາຍເປັນປະຕູທີ່ສຳຄັນໃຫ້ກັບບໍລິສັດຕ່າງໆທີ່ຕ້ອງການເຈາະເຂົ້າໄປໃນຕະຫຼາດທີ່ກຳລັງຂະຫຍາຍຕົວໃນພາກພື້ນ
- ຄວາມໝັ້ນຄົງ ແລະ ຄວາມປອດໄພ
ອີກປັດໄຈໜຶ່ງທີ່ປະກອບສ່ວນເຂົ້າໃນການດຶງດູດຜູ້ຄົນຈາກຕ່າງປະເທດຂອງບຣູໄນແມ່ນຄວາມໝັ້ນຄົງທາງດ້ານການເມືອງ ແລະ ຄວາມມຸ່ງໝັ້ນໃນການຮັກສາສະພາບແວດລ້ອມທີ່ປອດໄພ. ຄົນຕ່າງປະເທດສາມາດອຸ່ນໃຈໄດ້ຈາກອັດຕາອາຊະຍາກໍາທີ່ຕໍ່າຂອງປະເທດ ແລະ ການອຸທິດຕົນຂອງລັດຖະບານໃນການຮັກສາຄວາມປອດໄພ ແລະ ສະຖຽນລະພາບ.
- ປະສົບການຂອງຊາວຕ່າງຊາດທີ່ອາໄສຢູ່ໃນປະເທດບຣູໄນ
ຊາວຕ່າງປະເທດທີ່ໄດ້ຍ້າຍໄປຢູ່ອາໄສໃນປະເທດບຣູໄນ ຕ່າງກໍຊົມເຊີຍກັບຊຸມຊົນທ້ອງຖິ່ນທີ່ເປັນມິດ, ການຮັກສາຮີດຄອງປະເພນີ ແລະ ຄວາມງາມທາງທໍາມະຊາດທີ່ປະເທດນີ້ມີໃຫ້. ຫຼາຍຄົນໆທີ່ຢູ່ອາໄສກ່າວວ່າ ວິຖີຊີວິດຂອງຕົນເອງທີ່ອາໄສຢູ່ໃນເມືອງທີ່ບໍ່ມີຄວາມວຸ້ນວາຍນີ້ ເຮັດໃຫ້ຊີວິດມີເວລາໃນການຜ່ອນຄາຍຫຼາຍຂຶ້ນເມື່ອທຽບໃສ່ກັບສະຖານທີ່ຕ່າງໆໃນປະເທດອື່ນໆ.
ໃນຂະນະທີ່ໂລກໄດ້ມີການເຊື່ອມໂຍງກັນຫຼາຍຂຶ້ນ, ການພັດທະນາທີ່ເພີ່ມຂຶ້ນຂອງ ປະເທດບຣູໄນໃນຖານະເປັນແຫຼ່ງເກັບພາສີທີ່ກຸ້ມຄ່ານີ້ ເຮັດໃຫ້ປະເທດບຣູໄນເປັນທາງເລືອກທີ່ເໝາະສົມສໍາລັບບຸກຄົນ ແລະ ທຸລະກິດທີ່ຊອກຫາຄວາມໄດ້ປຽບທາງດ້ານການເງິນ, ໃນຂະນະດຽວກັນກໍໄດ້ຮັບຄວາມປອດໄພ ແລະ ມີຄຸນະພາບຊີວິດໃນລະດັບສູງ.
ໂດຍລວມແລ້ວ, ບຣູໄນໄດ້ກາຍເປັນປະເທດທີ່ມີພາສີອາກອນຖືກທີ່ສຸດສໍາລັບການຍົກຍ້າຍຖິ່ນຖານລະຫວ່າງປະເທດ. ນີ້່ໄດ້ສະທ້ອນເຖິງການປ່ຽນແປງທົ່ວໂລກໃນການເລືອກຈຸດໝາຍປາຍທາງທີ່ສະເໜີໃຫ້ທັງຜົນປະໂຫຍດທາງດ້ານການເງິນ ແລະ ຄຸນະພາບຊີວິດທີ່ສູງ. ໃນຂະນະທີ່ບຸກຄົນ ແລະ ທຸລະກິດຕ່າງໆຍັງຄົງຊອກຫາຄວາມເປັນໄປໄດ້ໃນປະເທດຕ່າງໆຫຼາຍຂຶ້ນ, ບຣູໄນກໍພ້ອມທີ່ຈະກາຍເປັນຜູ້ຫຼິ້ນຫຼັກທີ່ສຳຄັນໃນພາກພື້ນຂອງຊາວຕ່າງຊາດທີ່ຢູ່ຕ່າງປະເທດ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/