“ບຣູ​ໄນ​”​ ປະ​ເທດ​ທີ່​ເສຍ​ພາສີ​ທີ່​ຖືກ​ທີ່​ສຸດ​ສຳລັບການ​ຍົກຍ້າຍຖິ່ນຖານຂອງ​ຄົນ​ຕ່າງປະ​ເທດ


ອີງຈາກການ​ສຳ​ຫຼວດ​ເມື່ອ​ບໍ່​ດົນ​ມາ​ນີ້ ໂດຍ​ນັກ​ວິ​ເຄາະ​ການ​ເງິນ​ສາກົນ, ປະເທດບຣູໄນໄດ້ກາຍມາເປັນໜຶ່ງໃນຈຸດໝາຍປາຍທາງທີ່ກຸ້ມຄ່າທີ່ສຸດ ແລະ ເປັນທີ່ດຶງດູດຂອງຊາວຕ່າງຊາດທີ່ຊອກຫາບ່ອນລີ້ໄພໂດຍບໍ່ມີພາສີສຳລັບການຍົກຍ້າຍ.

ໂດຍປະເທດບຣູໄນນັ້ນຕັ້ງຢູ່ໃນອາຊີຕາເວັນອອກສຽງໃຕ້ຢູ່ເທິງເກາະ Borneo. ບຣູໄນບໍ່​ພຽງ​ແຕ່​ມີ​ວັດ​ທະ​ນະ​ທຳ​ທີ່​ອຸດົມສົມບູນ​ເທົ່າ​ນັ້ນ, ແຕ່ມັນຍັງມີສະພາບແວດລ້ອມດ້ານພາສີທີ່ເອື້ອອໍານວຍເຊິ່ງເປັນທີ່ດຶງດູດຄົນຕ່າງປະເທດຈາກທົ່ວໂລກ.

  • ການເກັບພາສີທີ່ຕໍ່າ ແລະ ຄຸນະພາບຊີວິດສູງ

ບຣູ​ໄນ​ມີຄວາມມຸ່ງໝັ້ນໃນການຮັກ​ສາ​ລະ​ບອບ​ພາ​ສີ​ທີ່ຕ່ຳ ເຊິ່ງນີ້ເຮັດໃຫ້ບຣູໄນເປັນຈຸດໝາຍປາຍທາງທີ່ຢູ່ໃນອຸດົມຄະຕິສໍາລັບຜູ້ທີ່ຊອກຫາຊ່ອງທາງໃນການໃຊ້ຊີວິດຂອງຕົນເພື່ອຫຼຸດຜ່ອນພາລະດ້ານພາສີໃຫ້ເຫຼືອໜ້ອຍທີ່ສຸດ. ໂດຍຄົນຕ່າງປະເທດທີ່ຍ້າຍຖິ່ນຖານໄປຢູ່ອາໄສໃນປະເທດບຣູໄນຈະໄດ້ຮັບຜົນປະໂຫຍດຈາກການບໍ່ເສຍຄ່າພາສີລາຍໄດ້ສ່ວນບຸກຄົນ, ອາກອນກໍາໄລທຶນຮອນ ແລະ ພາສີມໍລະດົກເຊິ່ງກໍ່ໃຫ້ເກີດຄວາມໄດ້ປຽບທາງດ້ານການເງິນທີ່ສໍາຄັນ.

ນອກ​ເໜືອຈາກ​ນະ​ໂຍ​ບາຍ​ທີ່​ເປັນ​ມິດກັບ​ພາ​ສີແລ້ວ​ ບຣູ​ໄນ​ຍັງ​ສະ​ໜອງ​ຄຸນ​ະ​ພາບ​ຊີ​ວິດໃນລະດັບ​ສູງ​ດ້ວຍ​ໂຄງ​ສ້າງ​ພື້ນ​ຖານ​ຂອງ​ຕົນ, ການຮັກ​ສາ​ສຸ​ຂະ​ພາບ ແລະ ການສຶກສາທີ່ທັນສະໄໝ, ພູມສັນຖານທີ່ງຽບສະຫງົບຂອງປະເທດ, ສັດປ່ານານາຊະນິດ ແລະ ​ທັດສະ​ນີ​ຍະ​ພາບ​ວັດ​ທະ​ນະ​ທໍາ​ທີ່​ສົດ​ໃສ​ເພີ່ມ​ຄວາມ​ດຶງ​ດູດ​ຂອງ​ປະ​ເທດ ເຮັດໃຫ້ຊາວຕ່າງຊາດທີ່ຍ້າຍຖິ່ນມາຢູ່ໄດ້ຮັບປະສົບການໃໝ່ໆທີ່ຄອບຄຸມໃນທຸກດ້ານ

  • ຄວາມຄິດລິເລີ່ມຂອງລັດຖະບານໃນສົ່ງເສີມການລົງທຶນຈາກຕ່າງປະເທດ.

ລັດຖະບານ​ບຣູ​ໄນ​ໄດ້​ຕັ້ງໜ້າ​ຊຸກຍູ້​ການ​ລົງທຶນ​ຈາກ​ຕ່າງປະ​ເທດ. ໂດຍການປະຕິບັດນະໂຍບາຍທີ່ສະໜັບສະໜູນທຸລະກິດຕ່າງໆ ສ້າງຕັ້ງການດໍາເນີນງານພາຍໃນຂອບເຂດຂອງຕົນ. ດ້ວຍຄວາມສະດວກສະບາຍໃນການດໍາເນີນທຸລະກິດບວກກັບທີ່ຕັ້ງຍຸດທະສາດໃນອາຊີຕາເວັນອອກສຽງໃຕ້ ​ເຮັດ​ໃຫ້​ບຣູ​ໄນ​ກາຍ​ເປັນ​ປະຕູທີ່ສຳຄັນ​ໃຫ້ກັບ​ບໍລິສັດຕ່າງໆທີ່ຕ້ອງການເຈາະເຂົ້າໄປໃນຕະຫຼາດທີ່ກຳລັງຂະຫຍາຍຕົວໃນພາກພື້ນ

  • ຄວາມໝັ້ນຄົງ ແລະ ຄວາມປອດໄພ

ອີກ​ປັດ​ໄຈ​ໜຶ່ງ​ທີ່​ປະກອບສ່ວນ​ເຂົ້າ​ໃນການ​ດຶງ​ດູດຜູ້ຄົນຈາກຕ່າງປະເທດ​ຂອງ​ບຣູ​ໄນ​ແມ່ນ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ການ​ເມືອງ ​ແລະ ຄວາມ​ມຸ່ງ​ໝັ້ນ​ໃນ​ການ​ຮັກສາ​ສະພາບ​ແວດ​ລ້ອມ​ທີ່​ປອດ​ໄພ. ຄົນຕ່າງປະເທດສາມາດອຸ່ນໃຈໄດ້ຈາກອັດຕາອາຊະຍາກໍາທີ່ຕໍ່າຂອງປະເທດ ແລະ ​ການ​ອຸທິດ​ຕົນ​ຂອງ​ລັດຖະບານ​ໃນ​ການ​ຮັກສາ​ຄວາມ​ປອດ​ໄພ ​ແລະ ສະຖຽນ​ລະ​ພາບ.

  • ປະ​ສົບ​ການ​ຂອງຊາວຕ່າງຊາດທີ່ອາໄສຢູ່​ໃນ​ປະ​ເທດ​ບ​ຣູ​ໄນ​

ຊາວ​ຕ່າງ​ປະ​ເທດ​ທີ່​ໄດ້​ຍ້າຍ​ໄປຢູ່ອາໄສໃນ​ປະ​ເທດ​ບຣູ​ໄນ ຕ່າງກໍ​ຊົມເຊີຍ​ກັບ​ຊຸມ​ຊົນ​ທ້ອງ​ຖິ່ນ​ທີ່​ເປັນ​ມິດ, ການຮັກສາຮີດຄອງປະເພນີ ແລະ ຄວາມງາມທາງທໍາມະຊາດທີ່ປະເທດນີ້ມີໃຫ້. ຫຼາຍຄົນໆທີ່ຢູ່ອາໄສກ່າວວ່າ ວິຖີຊີວິດຂອງຕົນເອງທີ່ອາໄສຢູ່ໃນເມືອງທີ່ບໍ່ມີຄວາມວຸ້ນວາຍນີ້ ເຮັດໃຫ້ຊີວິດມີເວລາໃນການຜ່ອນຄາຍຫຼາຍຂຶ້ນເມື່ອທຽບໃສ່ກັບສະຖານທີ່ຕ່າງໆໃນປະເທດອື່ນໆ.

ໃນຂະນະ​ທີ່​ໂລກໄດ້ມີການເຊື່ອມໂຍງກັນ​ຫຼາຍ​ຂຶ້ນ, ການພັດທະນາທີ່ເພີ່ມຂຶ້ນຂອງ ປະເທດບຣູໄນໃນຖານະເປັນແຫຼ່ງເກັບພາສີທີ່ກຸ້ມຄ່ານີ້ ເຮັດໃຫ້ປະເທດບຣູໄນເປັນທາງເລືອກທີ່ເໝາະສົມສໍາລັບບຸກຄົນ ແລະ ທຸລະກິດທີ່ຊອກຫາຄວາມໄດ້ປຽບທາງດ້ານການເງິນ, ໃນຂະນະດຽວກັນກໍໄດ້ຮັບຄວາມປອດໄພ ແລະ ມີຄຸນະພາບຊີວິດໃນລະດັບສູງ.

ໂດຍລວມແລ້ວ, ບຣູໄນໄດ້ກາຍເປັນປະເທດທີ່ມີພາສີອາກອນຖືກທີ່ສຸດສໍາລັບການຍົກຍ້າຍຖິ່ນຖານລະຫວ່າງປະເທດ. ນີ້່ໄດ້ສະທ້ອນເຖິງການປ່ຽນແປງທົ່ວໂລກໃນການເລືອກຈຸດໝາຍປາຍທາງທີ່ສະເໜີໃຫ້ທັງຜົນປະໂຫຍດທາງດ້ານການເງິນ ແລະ ຄຸນະພາບຊີວິດທີ່ສູງ. ໃນຂະນະທີ່ບຸກຄົນ ແລະ ທຸລະກິດຕ່າງໆຍັງຄົງ​ຊອກ​ຫາ​ຄວາມ​ເປັນ​ໄປ​ໄດ້​​ໃນປະເທດຕ່າງໆຫຼາຍຂຶ້ນ, ບຣູ​ໄນກໍພ້ອມທີ່​ຈະ​ກາຍ​ເປັນ​ຜູ້​ຫຼິ້ນຫຼັກ​ທີ່​ສຳ​ຄັນ​ໃນ​ພາກພື້ນຂອງຊາວຕ່າງຊາດທີ່ຢູ່ຕ່າງປະເທດ.

ທີ່ມາ:

thestar

gulfbusiness

nan.mcu.ac.th

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/