ປີ 2024 ລັດຖະບານ ຈະເພີ່ມເງິນເດືອນຂຶ້ນອີກ


ໃນວາລະດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 9 ໃນວັນທີ 2 ພະຈິກ 2023 ຜ່ານມາ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຄຳຊັກຖາມຂອງສະພາແຫ່ງຊາດ ແລະ ຄຳຖາມເຈາະຈິ້ມຂອງສະມາຊິກສະພາແຫ່ງຊາດ ເປັນຕົ້ນແມ່ນການແກ້ໄຂບັນຫາເຄັ່ງຮ້ອນຄື ການຄົ້ນຄວ້າເພີ່ມເງິນເດືອນນະໂຍບາຍ ເງິນອຸດໜູນໃຫ້ແກ່ພະນັກງານລັດຖະກອນ, ທະຫານ, ຕຳຫຼວດ ແລະ ພະນັກງານບຳນານ. ເພື່ອແກ້ໄຂຄ່າຄອງຊີບທີ່ສູງຂຶ້ນ ເນື່ອງຈາກເງິນເຟີ້ເພີ່ມຂຶ້ນສູງ.

ຕໍ່ກັບບັນຫາດັ່ງກ່າວ ໃນປີ​ 2023 ລັດຖະບານກໍໄດ້ ຄົ້ນຄວ້ານະໂຍບາຍ ເພື່ອແກ້ໄຂຄ່າຄອງຊີບທີ່ສູງຂຶ້ນເພື່ອແກ້ໄຂບັນຫາເງິນເຟີ້ ແລະ ອັດຕາແລກປ່ຽນທີ່ສູງຂຶ້ນ. ໂດຍໄດ້ເພີ່ມເງິນອຸດໜູນຄ່າຄອງຊີບ 150.000 ກີບ ຕໍ່ຄົນຕໍ່ເດືອນ. ຕໍ່ມາ ໂດຍອີງໃສ່ນະໂຍບາຍຄ່າແຮງງານຂັ້ນຕໍ່າ ຈາກ 1.500.000 ກີບ ມາເປັນ 1.600.000 ກີບ ເຊິ່ງລັດຖະບານກໍໄດ້ມີການຄົ້ນຄວ້າ ເພີ່ມເງິນອຸດໜູນຜູ້ທີ່ມີເງິນເດືອນຕ່ຳກວ່າ 1.700.000 ກີບ ໃຫ້ພະນັກງານລັດຖະກອນ, ພະນັກງານບໍານານ, ເສຍອົງຄະພ້ອມທັງເສຍເງິນເດືອນ ເງິນອຸດໜູນຄົວລວມໃຫ້ສອງກຳລັງ ເລີ່ມປະຕິບັດງວດ 4 ປີ 2023 ເປັນຕົ້ນໄປ ໂດຍບໍ່ຄິດໄລ່ຫັກຄ່າພັນທະອາກອນ ເງິນເດືອນ ໃນສ່ວນທີ່ອຸດໜູນເພີ່ມ.

ສຳລັບ ປີ 2024 ຈະໄດ້ມີການປະເມີນຜົນ ການຈັດຕັ້ງເງິນອຸດໜູນ ການຈັດຕັ້ງປະຕິບັດ ເພີ່ມເງິນອຸດໜຸນ ຫຼື ເພີ່ມດັດຊະນີເງິນເດືອນເພີ່ມຂຶ້ນອີກ ຕາມຄວາມສາມາດຕົວຈິງຂອງງົບປະມານ.

ຂໍ້ມູນຈາກ:

ປະເທດລາວ Pathedlao

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/