ລາຄາຮຸ້ນໃນຕະຫຼາດອາຊີເພີ່ມຂຶ້ນເລັກນ້ອຍ ຫຼັງຂານຮັບການກຳນົດອັດຕາດອກເບ້ຍນະໂຍບາຍເປັນຄັ້ງທີ 2 ຂອງທະນາຄານກາງສະຫະລັດ


ໃນວັນທີ 2 ພະຈິກ ຕະຫຼາດຮຸ້ນອາຊີໄດ້ປິດລາຄາຂອງຮຸ້ນໃນພາກເຊົ້າໄປຢາງສວຍງາມ ໂດຍເຄື່ອນໄຫວຕາມທິດທາງຂອງຕະຫຼາດຮຸ້ນໃນສະຫະລັດທີ່ເພີ່ມຂຶ້ນໃນວັນພຸດ (ທີ 1 ພະຈິກ). ເນື່ອງຈາກນັກລົງທຶນໄດ້ມີການຕອບສະໜອງຕໍ່ທະນາຄານກາງສະຫະລັດ (Fed) ທີ່ບໍ່ປັບອັດຕາດອກເບ້ຍຂຶ້ນໃນການປະຊຸມຄັ້ງຫຼ້າສຸດໃນວັນທີ 31 ຕຸລາ – 1 ພະຈິກ, ເຊິ່ງເປັນຄັ້ງທີສອງຕິດຕໍ່ກັນ. ໃນຂະນະດຽວກັນ, ນັກລົງທຶນໄດ້ພິຈາລະນາການເປີດເຜີຍຂໍ້ມູນເງິນເຟີ້ຂອງເກົາຫຼີໃຕ້.

ດັດຊະນີ Nikkei ຕະຫຼາດຮຸ້ນໂຕກຽວໄດ້ປິດໃນພາກເຊົ້າຢູ່ທີ່ລະດັບ 31.954.48 ຈຸດ, ໂດຍເພີ່ມຂຶ້ນເປັນ 352.83 ຈຸດ ຫຼື +1.12%.

ດັດຊະນີ Shanghai Composite ຕະຫຼາດຮຸ້ນຂອງຈີນໄດ້ປິດໃນພາກເຊົ້າຢູ່ທີ່ 3,026.32 ຈຸດ, ໂດຍເພີ່ມຂຶ້ນ 3.24 ຈຸດ ຫຼື +0.11%

ໃນສ່ວນຂອງດັດຊະນີ Hang Seng ຂອງຕະຫຼາດຮຸ້ນຮົງກົງນັ້ນໄດ້ປິດໃນພາກເຊົ້າຢູ່ທີ່ 17,307.88 ຈຸດ, ໂດຍເພີ່ມຂຶ້ນ 206.10 ຈຸດ ຫຼື +1.21%.

ການທີ່ທະນາຄານກາງຂອງສະຫະລັດ (Fed) ໄດ້ຕັດສິນໃຈຄົງອັດຕາດອກເບ້ຍນະໂຍບາຍເປັນຄັ້ງທີ 2 ຕິດຕໍ່ກັນທ່າມກາງສັນຍານທີ່ສະແດງໃຫ້ເຫັນວ່າເສດຖະກິດຂອງສະຫະລັດກໍາລັງຂະຫຍາຍຕົວ. ໃນຂະນະດຽວກັນ, ສະພາບຕະຫຼາດແຮງງານ ແລະ ອັດຕາເງິນເຟີ້ຍັງຄົງຢູ່ເໜືອເປົ້າໝາຍຂອງ Fed.

ຂໍ້ມູນຈາກເກົາຫຼີໃຕ້ສະແດງໃຫ້ເຫັນວ່າ ດັດຊະນີລາຄາຜູ້ບໍລິໂພກ (CPI) ເພີ່ມຂຶ້ນເປັນເດືອນທີສາມຕິດຕໍ່ກັນໃນເດືອນຕຸລາ, ໂດຍເພີ່ມຂຶ້ນ 3.8% ເມື່ອທຽບເປັນລາຍປີ. ໃນຂະນະທີ່ນັກເສດຖະສາດໄດ້ຄາດການວ່າຈະປັບເພີ່ມຂຶ້ນອີກ 3.6%.

ທະນາຄານກາງ​​ຮົງ​ກົງ (HKMA) ໄດ້ປະ​ກາດ​ຄົງ​​ອັດ​ຕາ​ດອກ​ເບ້ຍ​ນະ​ໂຍ​ບາຍ​ຂອງ​ຕົນ​ຢູ່​ທີ່ 5,75% ໃນ​ມື້​ນີ້ (ທີ 2 ພະ​ຈິກ) ຫຼັງ​ຈາກ Fed ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ຄົງອັດ​ຕາ​ດອກ​ເບ້ຍ​ນະ​ໂຍ​ບາຍ​ເປັນ​ຄັ້ງ​ທີ 2 ຕິດ​ຕໍ່​ກັນ​ໃນ​ກອງ​ປະ​ຊຸມໃນມື້ວານນີ້ (1 ພະຈິກ)

ໂດຍປົກກະຕິ, ທະນາຄານກາງ​​ຮົງ​ກົງ HKMA ຈະດໍາເນີນນະໂຍບາຍການເງິນທີ່ສອດຄ່ອງກັບເເນວທາງດຽວກັນກັບ Fed. ເນື່ອງຈາກວ່າ​ເງິນ​ໂດ​ລາ​ຮົງ​ກົງ​ໄດ້ຜູກ​ກັບ​ເງິນ​ໂດ​ລາ​ສະ​ຫະ​ລັດ​ໃນ​ລະ​ຫວ່າງ 7.75 – 7.85 ໂດ​ລາ​ຮົງ​ກົງ​ຕໍ່ 1 ໂດ​ລາ​ສະ​ຫະ​ລັດ.

ນອກຈາກນີ້, ດັດຊະນີ Dow Jones New York ໄດ້ປິດຕະຫຼາດໃນເຊີງບວກເມື່ອວັນທີ 1 ພະຈິກທີ່ຜ່ານມາທີ່ 33,274.58 ຈຸດ, ໂດຍເພີ່ມຂຶ້ນ 221.71 ຈຸດ ຫຼື +0.67%, ດັດຊະນີ S&P 500 ປິດທີ່ 4,237.86 ຈຸດ, ໂດຍເພີ່ມຂຶ້ນ 44.06 ຈຸດ ຫຼື +1.05%, ໃນຂະນະທີ່ດັດຊະນີ Nasdaq ປິດທີ່ 13,061.247 ຈຸດ, ໂດຍເພີ່ມຂຶ້ນ 210.23 ຈຸດ ຫຼື +1.64%, ຫຼັງຈາກທະນາຄານກາງ (Fed) ຕັດສິນໃຈຮັກສາອັດຕາດອກເບ້ຍຕາມທີ່ຄາດໄວ້. ແລະການສະເເດງຄຳຄວາມຄິດເຫັນຂອງ Jerome Powell ປະທານ Fed, ໄດ້ເຮັດໃຫ້ນັກລົງທຶນມີຄວາມຫວັງວ່າ Fed ໄດ້ສໍາເລັດພາລະກິດຂອງຕົນໃນການເພີ່ມອັດຕາດອກເບ້ຍເເລ້ວ.

ທີ່ມາ:

Ryt9

reuters

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/