ຈາກຜົນສໍາຫຼວດພົບວ່າ ບໍລິສັດຍີ່ປຸ່ນປະມານ 93% ເພີ່ມເງິນເດືອນໃຫ້ແກ່ພະນັກງານຂອງພວກເຂົາ ເພື່ອຮັກສາແຮງງານຂອງບໍລິສັດໄວ້


ສະຖາບັນນະໂຍບາຍ ແລະ ການເຝິກອົບຮົມແຮງງານຍີ່ປຸ່ນ ເປີດເຜີຍຜົນການສຳຫຼວດຫຼ້າສຸດວ່າ ບໍລິສັດຍີ່ປຸ່ນປະມານ 93% ໄດ້ເພີ່ມເງິນເດືອນໃຫ້ກັບພະນັກງານໃນປີ 2022, ໂດຍໃຫ້ເຫດຜົນວ່າເພື່ອປ້ອງກັນບໍ່ໃຫ້ພະນັກງານຂອງຕົນຍ້າຍເຮັດວຽກບ່ອນອື່ນທີ່ດີກວ່າ ທ່າມກາງສະຖານະການຂາດແຄນແຮງງານ.

ໂດຍໃນລາຍງານໄດ້ລະບຸວ່າ ບໍລິສັດທີ່ໄດ້ເຮັດແບບສອບຖາມປະມານ 68% ໃຫ້ເຫດຜົນວ່າ ການຂຶ້ນຄ່າແຮງງານກໍເພື່ອເພີ່ມແຮງຈູງໃຈ ແລະ ສິດທິປະຜົນປະໂຫຍດຂອງພະນັກງານ. ໃນຂະນະທີ່ອີກ 42% ເປີດເຜີຍວ່າ ມັນເປັນເລື່ອງຈຳເປັນທີ່ຕ້ອງຂຶ້ນຄ່າງແຮງງານກໍເພື່ອແກ້ໄຂບັນຫາການຂາດແຄນພະນັກງານ.

ແລະອີກປະມານ 70% ຂອງບັນດາບໍລິສັດທີ່ບໍ່ໄດ້ເພີ່ມຄ່າແຮງໃຫ້ກັບພະນັກງານ ເປັນຜົນມາຈາກຄວາມຊົບເຊົາທາງດ້ານທຸລະກິດ. ໂດຍບໍລິສັດບາງແຫ່ງກໍໄດ້ປະສົບກັບບັນຫາມາຕັ້ງແຕ່ການແຜ່ລະບາດຂອງ Covid-19 ໃນປີ 2020.

ທັງນີ້, ການເຜີຍແຜ່ລາຍງານດັ່ງກ່າວຍັງເກີດຂຶ້ນໃນຂະນະທີ່ ລັດຖະບານຂອງນາຍົກລັດຖະມົນຕີ Fumio Kishida ກໍາລັງຮ່າງ​ມາດ​ຕະການ​ຊຸກຍູ້​ເສດຖະກິດ​ໃໝ່. ເພື່ອຫຼຸດຜ່ອນຜົນກະທົບຂອງອັດຕາເງິນເຟີ້ຈາກການເພີ່ມຂຶ້ນຂອງລາຄາຜະລິດຕະພັນ ແຕ່ຄ່າຈ້າງກັບບໍ່ໄດ້ເພີ່ມຂຶ້ນຕາມ.

ໂດຍການສໍາຫຼວດໃນຄັ້ງນີ້ໄດ້ດໍາເນີນການໃນໄລຍະສອງເດືອນຈົນເຖິງເດືອນກຸມພາ 2023 ແລະ ໄດ້ສໍາຫຼວດ 10,000 ບໍລິສັດທີ່ມີພະນັກງານຫຼາຍກວ່າ 30 ຄົນ ແລະ ໄດ້ຮັບການຕອບຮັບຈາກ 2,530 ບໍລິສັດ.

ທີ່ມາ:

mainichi

nordot

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/