ທະນາຄານແຫ່ງ ສປປ ລາວ ຕັ້ງເປົ້າປີ 2024 ຈະສືບຕໍ່ຄວບຄຸມອັດຕາເງິນເຟີ້ບໍ່ໃຫ້ເກີນ 9% ຫຼື 1 ຕົວເລກ


ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຕັ້ງເປົ້າຈະສູ້ຊົນສືບຕໍ່ ຄວບຄຸມອັດຕາເງິນເຟີ້ໃຫ້ຫຼຸດລົງບໍ່ເກີນ 9% ຫຼື 1 ຕົວເລກ ໃຫ້ໄດ້ໃນທ້າຍປີ 2024 ພ້ອມຄຸ້ມຄອງອັດຕາແລກປ່ຽນເໜັງຕີງຢູ່ໃນລະດັບບໍ່ສ້າງແຮງກົດດັນຕໍ່ອັດຕາເງິນເຟີ້ເພື່ອແກ້ໄຂຜົນກະທົບທາງດ້ານເສດຖະກິດຕໍ່ປະຊາຊົນ.

ຄຳເຫັນດັ່ງກ່າວ ມີຂຶ້ນ ໃນລະຫວ່າງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ລາຍງານການຈັດຕັ້ງປະຕິບັດແຜນເງິນຕາ ກາງສະໄໝ 5 ປີ (2021-202 ) ແລະ ແຜນການທ້າຍສະໄໝ ຮອດປີ 2025, ການຈັດຕັ້ງປະຕິບັດແຜນການ ປະຈຳປີ 2023 ແລະ ແຜນການປະຈຳປີ 2024 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 31 ຕຸລາ ນີ້ ທີ່ ສະພາແຫ່ງຊາດ ໂດຍພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ໂດຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ກ່າວວ່າ: ສຳລັບທິດທາງ ຄາດໝາຍສູ້ຊົນແຜນເງິນຕາ ປີ 2024 ຈະສືບຕໍ່ຄວບຄຸມອັດຕາເງິນເຟີ້ໃຫ້ຫຼຸດລົງບໍ່ເກີນ 9% (ຫຼື 1 ຕົວເລກ) ໃນທ້າຍປີ 2024; ຄຸ້ມຄອງອັດຕາແລກປ່ຽນເໜັງຕີງຢູ່ໃນລະດັບບໍ່ສ້າງແຮງກົດດັນຕໍ່ອັດຕາເງິນເຟີ້; ຄວບຄຸມປະລິມານເງິນ (M2) ໃຫ້ຂະຫຍາຍຕົວບໍ່ເກີນ 25%; ສ້າງຄວາມເຂັ້ມແຂງໃຫ້ຄັງສໍາຮອງເງິນຕາຕ່າງປະເທດໃຫ້ສາມາດກຸ້ມການນຳເຂົ້າໄດ້ຢ່າງຕໍ່າ 5 ເດືອນຂຶ້ນໄປ; ຍອດເຫຼືອເງິນຝາກຕໍ່ GDP ຂອງທະນາຄານທຸລະກິດໃຫ້ບັນລຸໄດ້ບໍ່ຫຼຸດ 85%; ຍອດເຫຼືອສິນເຊື່ອຕໍ່ GDP ຂອງຂະແໜງທະນາຄານຮັບປະກັນບັນລຸໄດ້ບໍ່ຫຼຸດ 65%; ຄວບຄຸມອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ (NPLs) ຂອງທະນາຄານທຸລະກິດໃຫ້ຢູ່ໃນລະດັບບໍ່ເກີນ 3%; ຄຸ້ມຄອງລາຍຮັບຈາກການສົ່ງອອກຜ່ານລະບົບທະນາຄານ ໃຫ້ໄດ້ບໍ່ຫຼຸດ 70% ຂອງການສົ່ງອອກທັງໝົດ.

ໃນໄລຍະທີ່ຜ່ານມາ ເພື່ອເຮັດໃຫ້ການດໍາເນີນນະໂຍບາຍເງິນຕາ ເປັນໄປຕາມສະພາບການຂອງສາກົນ ແລະ ພາຍໃນ ທຫລ ໄດ້ດຳເນີນນະໂຍບາຍເງິນຕາອອກເປັນ 2 ໄລຍະ ຄື: ນັບແຕ່ຕົ້ນປີ 2021 ເຖິງກາງປີ 2022 ເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ທີ່ມີການປິດປະເທດ ແລະ ກິດຈະກຳເສດຖະກິດແມ່ນຢຸດສະງັກ, ທຫລ ໄດ້ດໍາເນີນນະໂຍບາຍເງິນຕາແບບຜ່ອນຄາຍເປັນຕົ້ນ: ສືບຕໍ່ຮັກສາອັດຕາດອກເບ້ຍພື້ນຖານ ໃນລະດັບ 3% ທີ່ໄດ້ປັບລົງໃນປີ 2020; ປັບຫຼຸດອັດຕາສ່ວນເງິນແຮຝາກບັງຄັບ ຈາກ 4% ໃນປີ 2020 ມາເປັນ 3% ໃນປີ 2021 ສຳລັບເງິນກີບ ແລະ 8% ປີ 2020 ມາເປັນ 5% ໃນປີ 2020 ສຳລັບເງິນຕາຕ່າງປະເທດ; ຈັດຕັ້ງນະໂຍບາຍສິນເຊື່ອເພື່ອຊ່ວຍບັນເທົາຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ກະຕຸ້ນການຟື້ນຕົວຂອງເສດຖະກິດປະກອບມີ: ການເລື່ອນຊຳລະຕົ້ນທຶນ ແລະ ດອກເບ້ຍ, ຊຸກຍູ້ໃຫ້ທະນາຄານ ທຸລະກິດ (ທທກ) ປັບຫຼຸດອັດຕາດອກເບ້ຍ ແລະ ຄ່າທຳນຽມໃຫ້ແກ່ລູກຄ້າເງິນກູ້ ທີ່ໄດ້ຮັບຜົນກະທົບ ແລະ ຊຸກຍູ້ການສະໜອງແຫຼ່ງທຶນໃໝ່ໃຫ້ແກ່ລູກຄ້າ ເປັນຕົ້ນໂຄງການສິນເຊື່ອເພື່ອຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19.

ພາຍຫຼັງການແຜ່ລະບາດພະຍາດໂຄວິດ-19 ຜ່ອນຄາຍລົງ, ເລີ່ມໄລຍະກາງປີ 2022 ເປັນຕົ້ນມາ ເສດຖະກິດຂອງພວກເຮົາຊໍ້າພັດໄດ້ຮັບຜົນກະທົບ ຈຶ່ງໄດ້ຫັນທິດທາງການດຳເນີນນະໂຍບາຍເງິນຕາ ຈາກຜ່ອນຄາຍມາເປັນຮັດກຸມ ໂດຍປັບເພີ່ມອັດຕາດອກເບ້ຍພື້ນຖານຂອງ ທຫລ ສະກຸນເງິນກີບ ໄລຍະສັ້ນບໍ່ເກີນ 7 ວັນ 3 ຄັ້ງ ຈາກ 3%/ປີ ເປັນ 7,5%/ປີ; ໄດ້ປັບເພີ່ມອັດຕາສ່ວນເງິນແຮຝາກບັງຄັບ 3 ຄັ້ງຈາກ 3% ເປັນ 8% ສໍາລັບສະກຸນເງິນກີບ ແລະ ຈາກ 5% ມາເປັນ 10% ສຳລັບສະກຸນເງິນຕາຕ່າງປະເທດ; ອອກ ແລະ ຈໍາໜ່າຍພັນທະບັດ ທຫລ ໄລຍະສັ້ນໃຫ້ແກ່ມວນຊົນ 5 ຄັ້ງ ໃນວົງເງິນ 12.000 ຕື້ກີບ ແລະ ອອກຜະລິດຕະພັນເງິນຝາກປະຈຳ ທຫລ ໄລຍະ 7 ວັນ ແລະ ພັນທະບັດ ທຫລ ໄລຍະສັ້ນ ໃນຕະຫຼາດເປີດຈຳນວນ 4.000 ຕື້ກີບ; ປະກອບສ່ວນໃນການແກ້ໄຂສະພາບຄ່ອງດ້ານງົບປະມານ ພາຍໃຕ້ກອບກົດໝາຍ ດ້ວຍການຈັດຕັ້ງປະຕິບັດການປະມູນພັນທະບັດຄັງເງິນຢູ່ ທຫລ ເພື່ອຈຳໜ່າຍໃຫ້ທະນາຄານທຸລະກິດ ແລະ ກອງທຶນຕ່າງໆ; ໄດ້ປະກອບສ່ວນປະຕິບັດການແກ້ໄຂບັນຫາໜີ້ໂຄງການລົງທຶນຂອງລັດດ້ວຍຮູບການອວ່າຍໜີ້ 3 ແຈ ໂດຍໄດ້ຮັບຊື້ພັນທະບັດບ້ວງອວ່າຍໜີ້ 3 ແຈ ຈໍານວນໜຶ່ງ ເພື່ອຊ່ວຍເພີ່ມສະພາບຄ່ອງໃຫ້ແກ່ທະນາຄານທຸລະກິດ ແລະ ສ້າງເງື່ອນໄຂໃຫ້ທະນາຄານທຸລະກິດ ສາມາດສະໜອງສິນເຊື່ອໃຫ້ພາກສ່ວນເສດຖະກິດໄດ້ຫຼາຍຂຶ້ນ.

ໂດຍ ລັດຖະບານ ໄດ້ຍົກເລີກນະໂຍບາຍການຄຸ້ມຄອງອັດຕາດອກເບ້ຍຂອງ ທທກ ເພື່ອໃຫ້ການກໍານົດອັດຕາດອກເບ້ຍໃຫ້ເປັນໄປຕາມກົນໄກຕະຫຼາດ ແລະ ເພື່ອຍົກສູງປະສິດທິຜົນໃນການດໍາເນີນທຸລະກິດຂອງທະນາຄານທຸລະກິດ. ສຳລັບ ສິນເຊື່ອທີ່ປ່ອຍໃຫ້ SMEs ຮອດທ້າຍເດືອນ 9/2023 ມີທັງໝົດ 16.300,02 ຕື້ກີບ ກວມເອົາ 10,42% ຂອງຍອດສິນເຊື່ອທົ່ວລະບົບທະນາຄານທຸລະກິດ.

ນອກຈາກນີ້ ກໍຍັງໄດ້ປະຕິບັດຕາມນະໂຍບາຍແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ເຂດຊົນນະບົດ ໂດຍການປ່ອຍສິນເຊື່ອຜ່ານທະນາຄານນະໂຍບາຍ ຈຳນວນ 2.589,01 ຕື້ກີບ. ພ້ອມນັ້ນຍັງໄດ້ປະຕິບັດນະໂຍບາຍສະເພາະຂອງລັດຖະບານ ເປັນຕົ້ນໄດ້ຄົ້ນຄວ້ານະໂຍບາຍສິນເຊື່ອສົ່ງເສີມ SMEs ໃນອັດຕາດອກເບ້ຍຕ່ຳເຊັ່ນ: ບ້ວງ 200 ຕື້ກີບຕໍ່ປີ ຜ່ານກອງທຶນສົ່ງເສີມ SMEs, ກອງທຶນພັດທະນາໄຊສົມບູນ, ບ້ວງກອງທຶນ LAFF ໃນການຈັດຕັ້ງປະຕິບັດການສະໜອງສິນເຊື່ອໃຫ້ SMEs ໂດຍຜ່ານສະຖາບັນການເງິນທີ່ເຂົ້າຮ່ວມໂຄງການ.

https://www.facebook.com/photo/?fbid=862482432231881&set=a.563325788814215

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/