ດານັງ ຫວຽດນາມ ມີເງິນລົງທຶນລວມ 6,340 ລ້ານໂດລາສະຫະລັດ ໃນ 9 ເດືອນທຳອິດຂອງປີ


ນະຄອນດານັງ ເປັນໜຶ່ງໃນ 5 ເມືອງທີ່ໃຫຍ່ທີ່ສຸດໃນຫວຽດນາມ ແລະ ເປັນເໝືອນປະຕູສູ່ພາກກາງ ເຊິ່ງກຳລັງກາຍເປັນພື້ນທີ່ອຸດສາຫະກຳຢ່າງວ່ອງໄວ ແລະ ເມື່ອບໍ່ດົນມານີ້ກໍພົບກັບຄວາມປ່ຽນແປງຕ່າງໆຢ່າງຫຼວງຫຼາຍ ມີການພັດທະນາເມືອງດ້ວຍວິທີຍືນຍົງ ເຊິ່ງຊ່ວຍໃຫ້ນະຄອນດານັງຮັກສາຄວາມເຕີບໂຕທາງເສດຖະກິດໄວ້ໄດ້ ໃນຂະນະດຽວກັນກໍຮັກສາຊື່ສຽງໃນຖານະເມືອງທີ່ເປັນຕາຢູ່ທີ່ສຸດໃນປະເທດອີກດ້ວຍ.

ນະຄອນດານັງ ມີຜົນງານໂດດເດັ່ນຢູ່ໃນອັນດັບຕົ້ນໆຂອງຕົວຊີ້ວັດຕ່າງໆເຊັ່ນ: ໃນປີ 2022 ລາຍງານດັດຊະນີຂີດຄວາມສາມາດໃນການແຂ່ງຂັນລາຍແຂວງຈັດອັນດັບໃຫ້ນະຄອນດານັງ ຢູ່ໃນລຳດັບທີ 9 ຈາກທັງໝົດ 63 ແຂວງໃນຫວຽດນາມ ແລະ ດັດຊະນີຄວາມສາມາດການປົກຄອງແຂວງ ແລະ ການບໍລິຫານລັດ ໃນກຸ່ມການປົກຄອງທາງເອເລັກໂຕຣນິກ ແລະ ການໃຫ້ບໍລິການສາທາລະນະ ນະຄອນດານັງກໍເປັນໜຶ່ງໃນແຂວງທີ່ຢູ່ໃນອັນດັບຕົ້ນໆເຊັ່ນດຽວກັນມາແຕ່ປີ 2020.

ນອກຈາກນີ້ ນັບຕັ້ງແຕ່ປີ 1988 ໂຄງການລົງທຶນຂອງຕ່າງຊາດທີ່ອະນຸມັດໃຫ້ລົງທຶນໃນນະຄອນດານັງມີເງິນລົງທຶນລວມ 6,340 ລ້ານໂດລາສະຫະລັດ ແລະ ໃນ 9 ເດືອນທຳອິດຂອງປີ 2023 ນະຄອນດານັງ ກໍດຶງດູດເງິນທຶຶນຕ່າງຊາດຫຼາຍກວ່າ 36 ລ້ານໂດລາສະຫະລັດ. ຈາກໂຄງການທີ່ຈົດທະບຽນໃໝ່ 86 ໂຄງການ ແລະ ໂຄງການທີ່ປັບເງິນທຶນ 27 ໂຄງການ. ມີ 4 ປັດໄຈ ທີ່ຂັບເຄື່ອນການເຕີບໂຕ.

1.ຄວາມເປັນຢູ່ທີ່ດີ: ເສດຖະກິດທີ່ແຂ່ງຂັນໄດ້ຂອງນະຄອນດານັງຖືກເຕີມເຕັມດ້ວຍຈຸດເດັ່ນຫຼາຍດ້ານ ໂດຍນະຄອນດານັງຖືກເວົ້າເຖິງຫຼາຍຄັ້ງວ່າເປັນເມືອງທີ່ເປັນຕາຢູ່ທີ່ສຸດໃນຫວຽດນາມ ແລະ ຕັ້ງຢູ່ທ່າມກາງແຫຼ່ງມໍລະດົກໂລກ ເຊັ່ນ: ເມືອງຮອຍອັນ, ເມືອງເວ້ ແລະ ຜາສາດໝີເຊິນ. ພ້ອມທັງຈັດເປັນເມືອງທີ່ສະອາດທີ່ສຸດຂອງປະເທດ ເປັນມິດຕໍ່ສິ່ງແວດລ້ອມ.

2.ແຮງງານ: ໃນນະຄອນດານັງ ມີສັດສ່ວນຫຼາຍກວ່າ 51% ຂອງຈໍານວນປະຊາກອນ ແຮງງານໝຸ່ມສາວ ທີ່ເຕັມໄປດ້ວຍພະລັງຈາກການສະໜັບສະໜູນການສຶກສາ ເຊິ່ງມີໂຮງຮຽນຕ່າງຊາດ ມີສູນເຝິກວິຊາຊີບ.

3.ໂຄງສ້າງພື້ນຖານ: ສ່ວນໜຶ່ງມາຈາກການເປັນສູນກາງການສົ່ງລະດັບພູມມີພາກ ໂດຍມີຊື່ສຽງກ່ຽວກັບຫົນທາງທີ່ກວ້າງ ຫົນທາງຫຼວງໃຫຍ່ໆຫຼາຍໆສາຍ ທ່າເຮືອຫຼາຍແຫ່ງ ແລະ ສະໜາມບິນ. ເຊິ່ງເສັ້ນທາງເຫຼົ່ານີ້ເຊື່ອມນະຄອນດານັງກັບແຂວງອື່ນໆຂອງຫວຽດນາມ ແລະ ປະເທດອື່ນໆໃນອາຊີ.

4. ຄວາມເຊື່ອມໂຍງລະດັບພູມີພາກ: ດານັງ ເປັນປະຕູສູ່ພາກກາງຂອງຫວຽດນາມ ໂດຍນະຄອນດານັງຖືກປະຄອງດ້ວຍແຂວງເຖື່ອທຽນເວ້ ຢູ່ທາງເໜືອ ແລະ ແຂວງກວ໋າງນາມ ເຊິ່ງຢູ່ພາກໃຕ້ ຄວາມໃກ້ຊິດຂອງທັງ 2 ແຂວງ ກັບນະຄອນດານັງ ຍິ່ງສົ່ງເສີມຄວາມເຕີບໂຕລະດັບພູມີພາກ ເນື່ອງຈາກນັກລົງທຶນມຸ່ງໜ້າຈະຕັ້ງສູນການຜະລິດໃຫ້ຫຼາກຫຼາຍ.

ຂໍ້ມູນຈາກ:  

AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/