4 ປະ​ເທດ​ຍັກ​ໃຫຍ່​ຮ່ວມ​ມືກັນໃນໂຄງການແປງສິນຊັບຕ່າງໆໃນໂລກຄວາມເປັນຈິງໃຫ້ກາຍເປັນ Token ຜ່ານເຕັກໂນໂລຊີ Blockchain


ໜ່ວຍງານຄຸ້ມຄອງດູແລຈາກສິງກະໂປ, ຍີ່ປຸ່ນ, ສະຫະຣາຊະອານາຈັກ ແລະ ສະວິດເຊີແລນໄດ້ປະກາດການຮ່ວມມືກັນໃນໂຄງການທົດລອງສໍາລັບການແປງສິນຊັບໃນໂລກແຫ່ງຄວາມເປັນຈິງ ບໍ່ວ່າຈະເປັນລາຍໄດ້ຄົງທີ່, ການແລກປ່ຽນເງິນຕາຕ່າງປະເທດ ແລະ ຜະລິດຕະພັນໃນການຄຸ້ມຄອງຊັບສິນ… ໃຫ້ກາຍເປັນສິນຊັບໃນຮູບແບບດິຈິຕອນໂດຍຜ່ານ Blockchain.

ໂດຍໜ່ວຍງານເຫຼົ່ານີ້ໄດ້ຮ່ວມມືກັນເພື່ອສ້າງ cryptocurrencies ເຊິ່ງແມ່ນສ່ວນໜຶ່ງຂອງໂຄງການ “Project Guardian” ທີ່ນໍາພາ Monetary Authority of Singapore (MAS), ເຊິ່ງໂຄງການນີ້ມີຈຸດປະສົງເພື່ອສົ່ງເສີມການຮ່ວມມືຂ້າມພົມແດນໃນດ້ານສິນຊັບດິຈິຕອນ.

ໂຄງການດັ່ງກ່າວໄດ້ມີຫຼາຍອົງກອນທີ່ເຂົ້າຮ່ວມເຊັ່ນ: Financial Services Agency of Japan (FSA), Financial Conduct Authority (FCA) ຂອງສະຫະຣາຊະອານາຈັກ ແລະ Swiss Financial Market Supervisory Authority (FINMA), ທີ່ມີເປົ້າໝາຍໃນການສຳຫຼວດສັກກະຍະພາບຂອງ Token ທີ່ຜ່ານ Blockchain ໃນການປະຕິວັດຕະຫຼາດການເງິນ.

ການພັດທະນາໃນການແປງສິນຊັບໃນໂລກແຫ່ງຄວາມເປັນຈິງໃຫ້ກາຍເປັນສິນຊັບດິຈິຕອນໃນ Blockchain ນີ້ແມ່ນໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍຈາກສະຖາບັນການເງິນລາຍໃຫຍ່ທີສໍາຄັນ ແລະ ໃນປັດຈຸບັນກໍໄດ້ກໍາລັງທົດສອບການອອກພັນທະບັດ ແລະ ການແປງສະກຸນເງິນ fiat ໃຫ້ກາຍເປັນຮູບແບບ tokens , ​ເພື່ອ​ທີ່ເພີ່ມປະສິດທິພາບ ​ແລະ ຄວາມ​ໂປ່​ງ​ໃສ​ຂອງ​ລະບົບ​ການ​ເງິນ​ໂລກ.

ໂດຍສິ່ງທີ່ໜ້າສົນໃຈກ່ຽວກັບໂຄງການນີ້ແມ່ນການເຈລະຈາທາງດ້ານກົດໝາຍ ແລະ ການບັນຊີຂອງຊັບສິນດິຈິຕອນ. ເຊິ່ງນີ້ລວມເຖິງການປະເມີນຄວາມສ່ຽງທີ່ອາດຈະເກີດຂຶ້ນ ແລະ ຊ່ອງວ່າງດ້ານກົດລະບຽບຕ່າງໆ ຕະຫຼອດຈົນໄປຮອດການກໍານົດແນວທາງໃນການປະຕິບັດທີ່ເປັນມາດຕະຖານ ແລະ ການອອກແບບຕະຫຼາດສໍາລັບຊັບສິນດິຈິຕອນໃນອະນາຄົດ.

ນອກຈາກນີ້ ໃນໂຄງການຍັງມີຈຸດປະສົງເພື່ອເລັ່ງການທົດລອງສິນຊັບດິຈິຕອນຈໍານວນໜຶ່ງ, ເພື່ອໃຫ້ສາມາດທົດລອງຜ່ານ Sandbox ເພື່ອໃຊ້ເປັນແນວທາງໃນການສຶກສາສະພາບແວດລ້ອມ ແລະ ຄວບຄຸມເຕັກໂນໂລຊີການເງິນນີ້ໄດ້.

ທີ່ມາ:

bitcoinsistemi

binance

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/