ຊົມເຊີຍ ໄວໜຸ່ມລາວ ຄວ້າຫຼຽນຄຳ ໃນການແຂ່ງຂັນ ວິທະຍາສາດ SSSC 2023 ທີ່ປະເທດສິງກະໂປ


ເປັນອີກໜຶ່ງຄວາມພາກພູມໃຈສຳລັບໄວໜຸ່ມລາວ ຫຼັງນ້ອງໆ ໄວໜຸ່ມລາວສາມາດເຮັດຜົນງານໄດ້ຢ່າງໂດດເດັ່ນ ຈົນສາມາດຍາດມາໄດ້ 1 ຫຼຽນຄຳ ແລະ ອີກ 2 ຫຼຽນເງິນ ໃນໂຄງການແຂ່ງຂັນວິທະຍາສາດ SEAMEO-Singapore Students Challenge 2023 (SSSC) ທີ່ປະເທດສິງກະໂປ.

ໂຄງການແລກປ່ຽນວິທະຍາສາດລະດັບນັກຮຽນມັດທະຍົມ SEAMEO-Singapore Students Challenge (SSSC) 2023 ໄດ້ຈັດຂຶ້ນທີ່ປະເທດສິງກະໂປ ໃນວັນທີ 03-08 ກໍລະກົດ 2023 ທີ່ສູນວິທະຍາສາດ ປະເທດສິງກະໂປ ເພື່ອເຂົ້າຮ່ວມແຂ່ງຂັນບົດຄົ້ນຄວ້າວິທະຍາສາດ ແລະ ຖາມ-ຕອບວິທະຍາສາດ. ເຊິ່ງງານດັ່ງກ່າວມີນັກຮຽນອາຊຽນທັງໝົດ 11 ປະເທດເຂົ້າຮ່ວມ ປະເທດລະ 05 ຄົນ, ພ້ອມຄູນໍາພາປະເທດລະ 01 ຄົນ (ລວມທັງໝົດ 66 ຄົນ.

ອີງຕາມຂໍ້ມູນຈາກ Facebook ຂອງທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃຫ້ຮູ້ວ່າ ໃນນີ້ປະເທດລາວຂອງພວກເຮົາ,  ກະຊວງສຶກສາທິການ ແລະ ກິລາ ໄດ້ຄັດເລືອກຈາກທັງໝົດ 10 ໂຮງຮຽນມັດທະຍົມທັງພາກລັດ ແລະ ເອກະຊົນ ທີ່ເຂົ້າຮ່ວມໂຄງການເຝິກອົບຮົມອອນລາຍແຕ່ວັນທີ 25 ເມສາ-03ພຶດສະພາ 2023. ຄັດເລືອກເອົາທີມໂຮງຮຽນທີ່ມີບົດຄົ້ນຄວ້າດີທີ່ສຸດໄປເຂົ້າຮ່ວມແຂ່ງຂັນທີ່ປະເທດສິງກະໂປໃນວັນທີ 03-08 ກໍລະກົດ 2023.

ເຊິ່ງທີມງານທີ່ເດີ່ນທາງເຂົ້າຮ່ວມການແຂ່ງຂັນຄັ້ງນີ້ປະກອບມີ: ນາງ ສະຫວັນຄໍາ ບຸນວິໄລ ນັກຮຽນໂຮງຮຽນພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລ (ຮພຊ) ຫ້ອງ ມ3/1; ນາງ ຣິຣະດາ ອິນທະມາລີ ນັກຮຽນ ຮພຊ ຫ້ອງ ມ3/1; ທ້າວ ອຸດົມຄໍາ ບຸນວິໄລ ນັກຮຽນ ຮພຊ ຫ້ອງ ມ5/1; ທ້າວ ບຸດທິໄຊ ຈະເລີນຜົນ ນັກຮຽນ ຮພຊ ຫ້ອງ ມ5/1; ທ້າວ ສາຍສະຫວັນ ສິມມາລາວົງ ນັກຮຽນ ຮພຊ ຫ້ອງ ມ5/1; ອາຈານ ຄໍາຫອງ ສີບຸນເຮືອງ ຮອງຜູ້ອໍານວຍການ ຮພຊ ເປັນຜູ້ນໍາພາ.

ໂດຍໂຄງການແຂ່ງຂັນຄັ້ງນີ້ປະກອບມີການແຂ່ງຂັນທັງໝົດ 2 ປະເພດຄື ການແຂ່ງຂັນບົດຄົ້ນຄວ້າ (Proposal) ປະເທດລະ 01 ບົດ ແລະ ການແຂ່ງຂັນຖາມຕອບວິທະຍາສາດເພື່ອຊິງເອົາ 05 ຫຼຽນຄໍາ, 05 ຫຼຽນເງິນ ແລະ 05 ຫຼຽນທອງແດງ.

ເຊິ່ງນັກຮຽນຈາກ ສປປ ລາວເຮົາແມ່ນສາມາດຍາດຄວາມສຳເລັດມາໄດ້ໃນການແຂ່ງຂັນປະເພດ ຖາມຕອບວິທະຍາສາດ ໂດຍ ທ. ອຸດົມຄຳ ບຸນວິໄລ ຄວ້າມາໄດ້ 1 ຫຼຽນຄຳ, ທ້າວ ສາຍສະຫວັນ ສິມມາລາວົງ ແລະ ຣິນຣະດາ ອິນທະມາລີ ອີກຄົນລະ 1 ຫຼຽນເງິນ ລວມທັງໝົດເປັນ 3 ຫຼຽນ ແບ່ງເປັນ 1 ຫຼຽນຄຳ ແລະ 2 ຫຼຽນເງິນ.

ໂຄງການດັ່ງກ່າວເປັນໂຄງການທີ່ຈັດຂຶ້ນທຸກໆປີ ທີ່ແນໃສ່ການສົ່ງເສີມເຍົາວະຊົນໃຫ້ອາຊຽນໄດ້ແລກປ່ຽນຮຽນຮູ້ວັດທະນະທຳ ລະຫວ່າງກັນ ຜ່ານການແກ້ໄຂບັນຫາໃນປະເດັນທີ່ກ່ຽວກັບຜົນກະທົບຈາກການປ່ຽນແປງສະພາບອາກາດ ແລະ ການພັດທະນາແບບຍືນຍົງ.

ຂອບໃຈຂໍ້ມູນຈາກ: Sourioudong Sundara

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/