“ມະນຸດເປັດ” ເຮັດໄດ້ທຸກຢ່າງ ແຕ່ບໍ່ສຸດຈັກຢ່າງ


ທ່ານເປັນຄົນໜຶ່ງບໍ່? ທີ່ເຮັດໄດ້ຫຼາຍໆຢ່າງ, ເຮັດເປັນໃນຫຼາຍໆອັນ ແຕ່ເຮັດໄປໄດ້ບໍ່ເຖິງຝັ່ງຝັນຢ່າງສົມບູນຈັກຢ່າງ ເພາະຮູ້ສຶກວ່າບໍ່ໄດ້ມີຄວາມຮູ້, ຄວາມສາມາດ ຫຼື ບໍ່ຊ່ຽວຊານສະເພາະໃນດ້ານນັ້ນຢ່າງເລິກເຊິ່ງ; ຖ້າພຶດຕິກຳເຫຼົ່ານີ້ແມ່ນທ່ານ ນັ້ນກໍໝາຍຄວາມວ່າທ່ານກຳລັງເປັນ “ມະນຸດເປັດ”

ເປັນຫຍັງຈຶ່ງປຽບທຽບພຶດຕິກຳເຫຼົ່ານີ້ໃສ່ເປັດ? 

ເປັດແມ່ນສັດປີກທີ່ອາໄສ, ໃຊ້ຊີວິດໄດ້ຢູ່ທັງເທິງບົກ ແລະ ນໍ້າ ເຊິ່ງວ່າເປັນສັດສາມາດລອຍນໍ້າໄດ້ ແຕ່ວ່າໄປໄດ້ບໍ່ໄກ, ບໍ່ຄ່ອງແຄ້ວຄືກັບປາ ແລະ ຕ້ອງຂຶ້ນມາຫາຍໃຈ. ໃນຂະນະດຽວກັນເປັດກໍບິນໄດ້ ແຕ່ກໍໄດ້ໃນໄລຍະທີ່ໃກ້ ແລະ ບິນບໍ່ສູງຄືນົກ. ຍ້ອນແນວນີ້ ຄຳວ່າ: “ມະນຸດເປັດ (Duck Person: Multipotentialite)” ຈຶ່ງເປັນການປຽບທຽບໃສ່ກັບຄົນທີ່ມີລັກສະນະຄວາມສາມາດແບບກາງໆ, ອາດຈະມີທັກສະຄວາມສາມາດຫຼາຍໆດ້ານ ແຕ່ຍັງໄປໄດ້ບໍ່ສຸດເຖິງຝັ່ງຝັນ.

ເມື່ອໄດ້ຍິນຄຳວ່າມະນຸດເປັດ ບາງຄົນອາດຮູ້ສຶກວ່າເປັນຄຳສຽດສີ, ຟັງບໍ່ມ່ວນຫູ ເພາະມັນຄືກັບວ່າເຮົາບໍ່ເກັ່ງ ແລະ ບໍ່ຊ່ຽວຊານຫຍັງຢ່າງເລີຍ ເຊິ່ງວ່າໃນເມື່ອກ່ອນ ຄົນສ່ວນຫຼາຍຍັງມີຄວາມຄິດທີ່ວ່າ ຄົນຈະປະສົບຜົນສຳເລັດໄດ້ຕ້ອງແມ່ນເປັນຄົນເກັ່ງຊ່ຽວຊານສະເພາະດ້ານນັ້ນໆ ໃນເລື່ອງໃດໜຶ່ງ ເພາະພວກເຂົາໄດ້ສຸມໃສ່ວຽກງານສະເພາະເຈາະຈົງເລື່ອງດຽວ ເພື່ອຮຽນຮູ້ໃຫ້ເລິກເຊິ່ງຢ່າງແທ້ຈິງ.

ກ່າວແບບນີ້ບໍ່ໄດ້ໝາຍຄວາມວ່າ ມະນຸດເປັດຈະກາຍເປັນຜູ້ຊ່ຽວຊານບໍ່ໄດ້ ຍ້ອນດ້ວຍຄວາມຮອບຮູ້ຫຼາຍອັນ, ປະສົບການຫຼາຍຢ່າງແລ້ວ ເມື່ອຮອດເວລາທີ່ເໝາະສົມ ພວກເຂົາສາມາດເລືອກເປັນຜູ້ຊ່ຽວຊານສະເພາະດ້ານໄດ້ຫຼາຍທາງ ມັນຕໍ່ຍອດໃຫ້ມີທາງເລືອກຫຼາຍຂຶ້ນໃນການເຕີບໃຫຍ່ທາງດ້ານໜ້າທີ່ການງານ.

ໃນປັດຈຸບັນ ຍຸກທີ່ມີການແຂ່ງຂັນສູງ ຄົນປະສົບຜົນສຳເລັດສ່ວນຫຼາຍແລ້ວຊໍ້າພັດແມ່ນ “ມະນຸດເປັດ” ເຮົານີ້ເອງ. ອັນເນື່ອງມາຈາກໃນຍຸກທີ່ໂລກມີການປ່ຽນແປງຕະຫຼອດເວລາ ບຸກຄົນທີ່ເປັນມະນຸດເປັດນີ້ ສາມາດປັບຕົວເຂົ້າໄດ້ທຸກສະຖານະການ, ສາມາດເຮັດຫຼາຍຢ່າງ, ຮຽນຮູ້ສິ່ງໃໝ່ໆ, ປັບປຸງແກ້ໄຂ ແລະ ພັດທະນາຕົນເອງຢ່າງບໍ່ສິ້ນສຸດ.

ໃນມື້ນີ້, LaoX ເຮົາກໍຈະນຳເອົາຂໍ້ດີຂອງມະນຸດເປັດນີ້ແຍກອອກມາເປັນຂໍ້ຍ່ອຍໃຫ້ຜູ້ອ່ານໄດ້ຮູ້ໃນຫຼາຍໆດ້ານນັ້ນກໍຄື:

1. ຄວາມສາມາດໃນການສ້າງສັນສິ່ງໃໝ່ໆ ສາມາດເຊື່ອມຕໍ່ສິ່ງໃໝ່ ຫຼື ສິ່ງທີ່ມີຢູ່ແລ້ວເຖິງແມ່ນວ່າມັນບໍ່ກ່ຽວຂ້ອງກັບເລີຍກໍຕາມ ເຊິ່ງນີ້ແມ່ນທັກສະທີ່ໄດ້ຈາກການເຮັດຫຼາຍໆສິ່ງມາກ່ອນ.

 2. ຄວາມສາມາດໃນການປັບຕົວເກັ່ງບໍ່ວ່າຈະຢູ່ໃນສະຖານະການໃດ.

 3. ຄວາມສາມາດໃນການຮຽນຮູ້ສິ່ງໃໝ່ໆໄດ້ໄວກວ່າຄົນທົ່ວໄປ ເພາະມີປະສົບການລອງຜິດ, ລອງຖືກມາຫຼາຍ.

 4. ຄວາມສາມາດ ແລະ ທັກສະໃນດ້ານຕ່າງໆ ເຊິ່ງເປັນຄຸນສົມບັດໃນການເຮັດວຽກຂອງຄົນຮຸ່ນໃໝ່.

 5. ແນວຄວາມຄິດຂະຫຍາຍຕົວ.

 6. ໃນປັດຈຸບັນ, ຫຼາຍອົງການຈັດຕັ້ງຕ້ອງການຄົນທີ່ສາມາດເຮັດວຽກໄດ້ຫຼາຍໜ້າວຽກນັ້ນມັນແທດເໝາະກັບມະນຸດເປັດນັ້ນເອງ.

ນອກນີ້, ຍັງມີ 5 ກົດເຫຼັກຈາກປຶ້ມ “ວິຖີຜູ້ຊະນະສະບັບຄົນເກັ່ງແບບເປັດ” ຄື:

1.ຮຽນຮູ້ຫຼາຍໆດ້ານຮ່ວມກັນ: ໝາຍຄວາມວ່າໃຊ້ເວລາໃນການເຝິກຝົນສິ່ງໃໝ່ໆໃຫ້ຫຼາຍ ແລະ ຢ່າລືມທົບທວນທັກສະເກົ່າ.

2.ຈົ່ງເປັນຄົນເກັ່ງເລິກໃນໄລຍະສັ້ນ: ເຝິກທັກສະໜຶ່ງໃນໄລຍະສັ້ນ ແລ້ວໄປເຝິກທັກສະໃໝ່ຖັດໄປ.

3.ເກັ່ງ 80% ກໍພຽງພໍແລ້ວ: ເພາະເປົ້າໝາຍຂອງເຮົາຄືການເກັ່ງກວ້າງ ຫາກເຮັດໄດ້ 80% ຖືວ່າເກັ່ງຫຼາຍແລ້ວ.

4.ແນໃສ່ທັກສະທີ່ຈຳເປັນກັບເປົ້າໝາຍ: ເຮັດໃຫ້ສິ່ງທີ່ເປັນເປົ້າໝາຍຂອງເຮົາແທ້ໆ ຖ້າອັນໃດບໍ່ແມ່ນໃຫ້ຕັດອອກ.

5.ໝັ່ນເຝິກຝົນເປັນປະຈຳ ແລະ ເພີ່ມລະດັບຄວາມຍາກ: ຖືໄດ້ວ່າເປັນສິ່ງທ້າທາຍໄປໃນຕົວ.

ກ່າວໄດ້ວ່າ ມະນຸດເປັດມີເອກະລັກທີ່ໂດດເດັ່ນຮອບດ້ານປັບຕົວໄດ້ທ່ວງທັນຍຸກສະໄໝ ແລະ ບໍ່ແມ່ນວ່າທຸກຄົນຈະເປັນໄດ້ເຊັ່ນນີ້. ດັ່ງນັ້ນ, ຈົ່ງພູມໃຈໃນຄວາມເປັນເປັດຂອງຕົນເອງ ແລະ ຮຽນຮູ້ພັດທະນາຕົນເອງຢູ່ຕະຫຼອດເວລາ ແລ້ວເຮົາຈະໄປໄດ້ໄກຫຼາຍກວ່າເກົ່າ.

ອ້າງອີງແຫຼ່ງທີ່ມາ:

https://cutt.ly/RwiuXcvL

https://cutt.ly/wwiuG3nt

https://cutt.ly/WwiuGoIJ

https://cutt.ly/YwiszR7J

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/