ການລ້ຽງ ງົວ-ຄວາຍ ສົ່ງອອກໄປ ສປ ຈີນ ເປັນທ່າແຮງທີ່ເຂັ້ມແຂງ ໃນການຊຸກຍູ້ການສົ່ງອອກ ແລະ ເສດຖະກິດ ຂອງ ສປປ ລາວ


ໃນປັດຈຸບັນ ສປປ ລາວ ມີຟາມ 140 ກວ່າແຫ່ງ ທີ່ເຮັດການລ້ຽງງົວ-ຄວາຍ ເພື່ອການຄ້າ ສົ່ງອອກໄປຂາຍໃຫ້ ສປ ຈີນ ເພື່ອຕອບຮັບຄວາມຕ້ອງການຂອງຕະຫຼາດຈີນ ແລະ ກະຕຸ້ນຍອດການສົ່ງອອກ ຊຸກຍູ້ເສດຖະກິດພາຍໃນ.

ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອບໍ່ດົນມານີ້ວ່າ: “ປັດຈຸບັນ ສປປ ລາວ ມີຟາມ 143 ແຫ່ງ ທີ່ໄດ້ລ້ຽງງົວສົ່ງອອກຂາຍໃຫ້ຈີນ”.

ອີງຕາມການລາຍງານຂອງ ກະຊວງກະສິກຳ ແລະ ປ່າໄມ້ເຫັນວ່າ ໃນປີ 2023 ນີ້ ສປ ຈີນ ໄດ້ມອບໂຄຕ້າໃຫ້ກັບ ສປປ ລາວ ສົ່ງອອກງົວໄປຂາຍໃຫ້ຈີນທັງໝົດ 500.000 ໂຕ. ເຮັດໃຫ້ການ​ລ້ຽງ​ສັດ​ເພື່ອ​ການ​ຄ້າ​ແມ່ນ​ເພີ່ມ​ຂຶ້ນ. ປີ 2022 ມີຟາມທັງໝົດ 2.164 ​ແຫ່ງ​ໄດ້​ລ້ຽງ​ສັດ​ຫຼາຍ​ກວ່າ 5,7 ລ້ານ​ໂຕ, ​ເພີ່ມ​ຂຶ້ນ 285 ຟາມ​ເມື່ອ​ທຽບ​ໃສ່​ປີ 2021.

ທ່ານ ຄຳເຈນ ວົງໂພສີ ກ່າວ​ວ່າ: ຊາວ​ກະສິກອນ​ລາວ​ຍັງ​ບໍ່​ສາມາດ​ປະຕິບັດໄດ້ຕາມ​ໂຄ​ຕ້າ​ສົ່ງ​ອອກ​ທີ່​ຈີນ​ມອບ​ໃຫ້​, ​ແຕ່ເຖິງຢ່າງໃດກໍຕາມ ​ປັດຈຸ​ບັນ​ໄດ້​ຂາຍ​ຄວາຍ ​ແລະ ງົວ​ນັບ​ພັນ​ໂຕ​ໃຫ້​, ເຮັດໃຫ້ການລົງທຶນໃນການລ້ຽງງົວລ້ຽງຄວາຍໃນ ສປປ ລາວມີສັກກະຍະພາບສູງ ເນື່ອງຈາກມີຕະຫຼາດທີ່ໃຫຍ່ ແລະ ເຂັ້ມແຂງຢ່າງ ສປ ຈີນ ຮອງຮັບຢູ່.

ເພື່ອຕອບຮັບທ່າແຮງອັນເຂັ້ມແຂງນີ້, ລັດຖະບານລາວໄດ້ພະຍາຍາມຊຸກຍູ້ວິສາຫະກິດ  ແລະ ທຸລະກິດກ່ຽວກັບການລ້ຽງງົວໃຫ້ ຊາວກະສິກອນລາວ ສາມາດຕອບສະໜອງຄວາມຕ້ອງການຂອງຜູ້ຊື້ຊາວຈີນໄດ້ ທັງໃນດ້ານປະລິມານ ແລະ ຄຸນະພາບ. ໂດຍຜູ້ຊື້ຈາກຈີນ ຕ້ອງການສັດທີ່ມີອາຍຸບໍ່ເກີນ 4 ປີ ທີ່ມີນໍ້າໜັກບໍ່ຕໍ່າກວ່າ 350 ກິໂລກຣາມ ແລະ ຕ້ອງບໍ່ມີພະຍາດ ເພື່ອໃຫ້ໄດ້ມາດຕະຖານທີ່ກຳນົດໄວ້ ໃນການສົ່ງອອກ.

ເມື່ອບໍ່ດົນມານີ້ ທີ່ເມືອງສິງ ແຂວງຫຼວງນໍ້າທາ ທາງອົງການ ອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ FAO ປະຈຳລາວ ກໍໄດ້ຈັດເຝິກອົບຮົມກ່ຽວກັບການປ້ອງກັນພະຍາດໃນການລ້ຽງງົວ-ຄວາຍ ເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ຊາວກະສິກອນ ໃນການລ້ຽງສັດເພື່ອການຄ້າຫຼາຍຂຶ້ນ ແນໃສ່ການຄ້າຂາຍ ງົວ-ຄວາຍລະຫວ່າງ 2 ປະເທດ ລາວ-ຈີນ.

ເຊິ່ງຫຼັກສູດດັ່ງກ່າວໄດ້ເພີ່ມຂີດຄວາມສາມາດໃຫ້ແກ່ພະນັກງານກັກກັນສັດ ແລະ ເຈົ້າໜ້າທີ່ສາທາລະນະສຸກ, ຊາວກະສິກອນ, ພໍ່ຄ້າລ້ຽງສັດ ແລະ ພະນັກງານສັດຕະວະແພດໃນທ້ອງຖິ່ນ ກ່ຽວກັບເງື່ອນໄຂການກັກກັນ ແລະ ສຸຂະພາບງົວ-ຄວາຍ.

ໂດຍການສົ່ງອອກງົວໄປຈີນນັ້ນໄດ້ມີກຳນົດເງື່ອນໄຂສຳຄັນໄວ້ວ່າ, ງົວທີ່ຈະສົ່ງອອກໄປຈີນຕ້ອງກັກກັນຕົວໃນເຂດລ້ຽງສັດຂອງຕົນເອງ 45 ມື້ ແລະ ມາກັກກັນໃນເຂດກັກກັນເພື່ອສົ່ງອອກຢູ່ເມືອງ ສິງ ແຂວງຫຼວງນໍ້າທາອີກ 30 ມື້ ຈຶ່ງຈະສາມາດສົ່ງອອກໄດ້ ໂດຍການວາງເງື່ອນໄຂດັ່ງກ່າວອອກມາກໍເພື່ອລົດຄວາມສ່ຽງຕໍ່ພະຍາດປາກເປື່ອຍລົງເລັບ ທີ່ມັກເກີດໃນການລ້ຽງສັດຢ່າງ ງົວ ແລະ ຄວາຍ.

ການ​ຄວບ​ຄຸມ​ພະຍາດ​ສັດ​ຂ້າມ​ແດນ​ທີ່​ດີ ເພື່ອສົ່ງອອກໄປຈີນ ​ຈະ​ບໍ່​ພຽງ​ແຕ່​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊຸມ​ຊົນ​ກະສິກຳ​ເທົ່າ​ນັ້ນ, ຫາກ​ຍັງ​ຊຸກຍູ້​ການ​ເຕີບ​ໂຕ​ທາງ​ເສດຖະກິດຂອງ ສປປ ລາວ ​ແລະ ​ຊຸກຍູ້​ການ​ສົ່ງ​ອອກ​ໄປ​ຈີນອີກດ້ວຍ.

ໃນໄລຍະທີ່ຜ່ານມາລາວ​ມີ​ລາຍ​ຮັບ​ສະ​ເລ່ຍ​ຕໍ່​ປີ 50 ລ້ານ​ກວ່າ​ໂດ​ລາ​ສະຫະລັດ​ຈາກ​ການ​ສົ່ງ​ອອກ​ສັດລ້ຽງ​ໄປ​ຈີນ, ອີງ​ຕາມ​ກົມ​ລ້ຽງສັດ ​ແລະ ການ​ປະມົງ. ເຊິ່ງໃນປີນີ້ ລັດຖະບານ​ວາງ​ເປົ້າ​ໝາຍ​ເພີ່ມ​ການ​ສົ່ງ​ອອກ​ງົວ​ໃຫ້​ຫຼາຍ​ຂຶ້ນ ​ແລະ ຄາດ​ວ່າ​ຈະ​ມີ​ກຳ​ໄລ 100 ລ້ານ​ໂດ​ລາ​ສະຫະລັດ.

ຂອບໃຈຂໍ້ມູນຈາກ: Vientianetimes

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/