ເວວສ ກຽມອອກກົດລະບຽບໃນການຈຳກັດກ່ຽວກັບ ອາຫານຂີ້ເຫຍື້ອ ຫຼື Junk Food ເພື່ອຊ່ວຍປະຊາຊົນ ໃຫ້ມີສຸຂະພາບດີຂຶ້ນ


ລັດຖະບານປະເທດເວວສ (Wales) ກຽມອອກມາດຕະການຄວບຄຸມອາຫານທີ່ບໍ່ດີຕໍ່ສຸຂະພາບ ຫຼື ອາຫານຂີ້ເຫຍື້ອ (Junk Food) ແລະ ຈັດການໂປຣໂມຊັນອາຫານຊຸດຂອງຮ້ານທີ່ມີໄຂມັນ, ນໍ້າຕານ ຫຼື ເກືອສູງ ເພື່ອຊ່ວຍຈັດການກັບວິກິດໂຣກຕຸ້ຍຂອງປະຊາກອນຜູ້ໃຫຍ່ທີ່ມີຢູ່ເກືອບ 2 ໃນ 3 ຂອງປະເທດ ໂດຍການກຽມອອກກົດໝາຍນີ້ ແມ່ນອອກແບບມາເພື່ອຈັດການກັບການສົ່ງເສີມອາຫານແປຮູບພິເສດ.

ໂດຍປົກກະຕິແລ້ວ ຊຸບເປີມາເກັດ ແລະ ຮ້ານຄ້າມັກຈະຈັດອາຫານເປັນຊຸດທີ່ມີທັງ ແຊນວິດ, ນໍ້າອັດລົມ ແລະ ເຂົ້າໜົມຕ່າງໆ ດ້ວຍລາຄາພິເສດ ຫຼື ໂປຣໂມຊັນຕ່າງໆ ເຊັ່ນ ‘ຊື້ 2 ແຖມ 1’ ຫຼື ‘ຊື້ 2 ຈ່າຍ 1’ ເຊິ່ງກົດໃໝ່ນີ້ຈະພະຍາຍາມຄວບຄຸມກະຕຸ້ນການຊື້ອາຫານຂີ້ເຫຍື້ອ ດ້ວຍການຂໍໃຫ້ຜູ້ຂາຍ ບໍ່ໂຄສະນາສິນຄ້າບາງລາຍການ ຫຼື ໂປຣໂມຊັນຕ່າງໆທີ່ຈຸດຈ່າຍເງິນ. ກົດໝາຍດັ່ງກ່າວຈະເລີ່ມໃຊ້ໃນປີໜ້າ ແລະ ຈະບັງຄັບໃຊ້ຢ່າງເປັນທາງການໃນປີ 2025 ກັບທຸກທຸລະກິດທີ່ມີລູກຈ້າງ 50 ຄົນຂຶ້ນໄປ.

ໜ່ວຍງານສາທາລະນະສຸກຂອງ ເວວສ ລະບຸວ່າ ປະຊາຊົນ 33% ຊື້ອາຫານທີ່ເປັນໂປຣໂມຊັນພິເສດຢ່າງໜ້ອຍ ອາທິດລະ 1 ຄັ້ງ ເຊິ່ງ 75% ຂອງອາຫານໃນໂປຣໂມຊັນພິເສດນີ້ມີ ແຄລໍຣີເກີນກວ່າທີ່ຮ່າງກາຍຄວນໄດ້ຮັບ.

ໜ່ວຍງານສາທາລະນະສຸກ ລະບຸອີກວ່າ ການກິນອາຫານເຫຼົ່ານີ້ເປັນປະຈຳໃນອາຫານທ່ຽງ 5 ມື້ຕໍ່ອາທິດ ຈະເຮັດໃຫ້ນໍ້າໜັກເພີ່ມຂຶ້ນ 21 ກິໂລ ຕໍ່ປີ ເມື່ອທຽບກັບການກິນອາຫານຕາມປົກກະຕິນໍ້າໜັກຈະຂຶ້ນພຽງ 2,8 ກິໂລ ຕໍ່ປີ ເທົ່ານັ້ນ.

ທ່ານ ລີນ ນິເກວ (Lynne Neagle) ຮອງລັດຖະມົນຕີກະຊວງສຸຂະພາບຈິດ ແລະ ສະຫວັດດີການ ລະບຸວ່າ: “ການເພີ່ມຂຶ້ນຂອງລະດັບໂລກຕຸ້ຍແມ່ນສ້າງພາລະທີ່ຮ້າຍແຮງຕໍ່ສຸຂະພາບທີ່ບໍ່ສາມາດປ້ອງກັນໄດ້ຂອງຄົນ ເວວສ ສະຖານະການແມ່ນຮີບດ່ວນ ແລະ ພວກເຮົາຕ້ອງປະຕິບັດໃນທັນທີ”.

ທ່ານ ລີນ ນິເກວ ລະບຸອີກວ່າ: “ເຮົາບໍ່ໄດ້ຕ້ອງການທີ່ຈະກຳຈັດ ໂປຣໂມຊັນສຳລັບອາຫານ ແຕ່ເຮົາຕ້ອງການທີ່ຈະຍ້າຍຄວາມສົນໃຈສຳລັບໂປຣໂມຊັນອາຫານໃຫ້ໄປຢູ່ທີ່ອາຫານທີ່ດີຕໍ່ສຸຂະພາບ ແລະ ມີຄຸນຄ່າທາງໂພຊະນາການ”.

ໂດຍມາດຕະການປະມານນີ້ ເວວສ ບໍ່ແມ່ນປະເທດທຳອິກທີ່ເຮັດ ເພາະກ່ອນໜ້ານີ້ ເມື່ອໄລຍະຕົ້ນປີທີ່ຜ່ານມາ ປະເທດ ອັງກິດ ເຄີຍອອກມາດຕະການລັກສະນະນີ້ມາແລ້ວ ແຕ່ຖືກເລື່ອນອອກໄປກ່ອນ ເນື່ອງຈາກ ຣິດຊີ ຊູນັກ ນາຍົກລັດຖະມົນຕີຂອງອັງກິດ ເບິ່ງວ່າມັນບໍ່ຍຸຕິທຳ ທີ່ຈະຫ້າມຈັດ ໂປຣໂມຊັນ ໃນຂະນະທີ່ລາຄາອາຫານຍັງເພີ່ມສູງຢູ່.

ນອກຈາກນີ້ ປະເທດສະກັອດແລນເອງ ກໍເຄີຍສະເໜີຮ່າງກົດໝາຍລັກສະນະນີ້ມາແລ້ວ ແຕ່ສຸດທ້າຍ ຮ່າງກົດໝາຍດັ່ງກ່າວກໍຕ້ອງຖືກລະງັບໄປເມື່ອເດືອນ ມິຖຸນາ ປີ 2020 ເນື່ອງຈາກສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19.

ຂອບໃຈຂໍ້ມູນຈາກ: theguardian, Beartai

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/