ຈີນ ຄຸມການນຳເຂົ້າອາຫານຈາກ ຍີ່ປຸ່ນ ຫຼັງມີການປ່ອຍນ້ຳຈາກໂຮງງານໄຟຟ້ານິວເຄຼຍຟຸກຸຊິມະລົງທະເລ


ລັດຖະບານຈີນປະກາດຈະເຂັ້ມງວດໃນການກວດສອບອາຫານທີ່ນຳເຂົ້າມາຈາກປະເທດຍີ່ປຸ່ນ ແລະ ຄວບຄຸມການນຳເຂົ້າບາງຢ່າງຂອງປະເທດຍີ່ປຸ່ນ ຫຼັງຈາກປະເທດຍີ່ປຸ່ນຕັດສິນໃຈທີ່ຈະປ່ອຍນ້ຳກຳມັນຕະພາບລັງສີຜ່ານການບຳບັດແລ້ວຈາກໂຮງໄຟຟ້າພະລັງງານນິວເຄຼຍຟຸກຸຊິມະລົງທະເລ.

ເຈົ້າໜ້າທີ່ສຳນັກງານພາສີທົ່ວໄປຂອງຈີນໄດ້ລາຍງານວ່າ ຈີນກຽມທີ່ຈະຫ້າມນຳເຂົ້າຜະລິດຕະພັນອາຫານຈາກ ແຂວງຟຸກຸຊິມະ ແລະ ອີກ 9 ແຂວງໃນປະເທດຍີ່ປຸ່ນ ໂດຍອ້າງວ່າເພື່ອເປັນການປ້ອງກັນອາຫານຈາກການປົນເປື້ອນສານກຳມັນຕະພາບລັງສີ ເຂົ້າສູ່ປະເທດ ແລະ ປົກປ້ອງຜູ້ບໍລິໂພກ.

ທັງນີ້ປະເທດຈີນເອງກໍຈະເພີ່ມຄວາມເຂັ້ມງວດຂອງການກວດສອບຜະລິດຕະພັນອາຫານ ໂດຍສະເພາະແມ່ນຜະລິດຕະພັນທີ່ມາຈາກສັດນ້ຳຈາກພື້ນທີ່ອື່ນຂອງປະເທດຍີ່ປຸ່ນອີກດ້ວຍ ໂດຍສຳນັກງານຈະຍົກລະດັບມາດຕະການການກວດຈັບ ແລະ ເຝົ້າຕິດຕາມສານກຳມັນຕະພາບລັງສີ ລວມໄປຮອດການປ້ອງກັນບໍ່ໃຫ້ນຳເຂົ້າຜະລິດຕະພັນທີ່ມີຄວາມສ່ຽງຕໍ່ການປົນເປື້ອນຢ່າງເຂັ້ມງວດ.

ໂດຍທາງການຂອງລັດຖະບານໄດ້ອອກມາບອກເຖິງແຜນການໃນປ່ອຍນ້ຳເສຍໃນຄັ້ງນີ້ໄດ້ຮັບການອະນຸມັດຈາກສຳນັກງານພະລັງງານປະລາມະນູລະຫວ່າງປະເທດ  (IAEA) ຫຼື ໜ່ວຍງານເຝົ້າລະວັງດ້ານນິວເຄຼຍເປັນທີ່ຮຽບຮ້ອຍແລ້ວ ແຕ່ເຈົ້າໜ້າທີ່ຂອງປະເທດຍີ່ປຸ່ນບາງຄົນ ຍັງຄົງກັງວົນວ່າ ຈີນທີ່ເປັນຜູ້ຊື້ລາຍໃຫຍ່ທີ່ສຸດໃນການສົ່ງອອກອາຫານທະເລ ອາດຈະລະງັບການສັ່ງຊື້ ຫຼັງຈາກທີ່ມີການປ່ອຍນ້ຳເສຍໃນເດືອນສິງຫາ.

ປັດຈຸບັນເອງປະເທດຈີນ ຍັງເກີດຄຳຖາມຫຼາຍໆຄຳຖາມທີ່ຍັງບໍ່ມີຄຳຕອບ ກ່ຽວກັບຄວາມເຫັນດີໃນການປ່ອຍນຳ້ເສຍລົງໃນມະຫາສະໝຸດ ແລະ ຄວາມໜ້າເຊື່ອຖືຂອງໂຮງງານບຳບັດນ້ຳເສຍ ຕະຫຼອດໄປຮອດຄວາມຊື່ສັດໃນແຜນການເຝົ້າຕິດຕາມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/