ຈີນອອກຮ່າງກົດໝາຍ ຄຸມການໃຊ້ເຕັກໂນໂລຊີຈົດຈຳໃບໜ້າ


ສຳນັກງານບໍລິຫານໄຊເບີສະເປດ ຂອງປະເທດຈີນ (Cyberspace Administration of China: CAC) ໄດ້ລະບຸວ່າ ຕອນນີ້ກຳລັງຢູ່ໃນລະຫວ່າງການຮ່າງກົດໝາຍເພື່ອຈັດການຄວາມປອດໄພຂອງເຕັກໂນໂລຊີການຈົດຈຳໃບໜ້າ ຫຼັງປະຊາຊົນກັງວົນວ່າຈະມີການໃຊ້ເຕັກໂນໂລຊີດັ່ງກ່າວກີນຄວາມຈຳເປັນ.

ເມື່ອວັນທີ 8 ສິງຫາ 2023 ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ປະເທດຈີນ ເປັນໜຶ່ງໃນສັງຄົມທີ່ມີການເຝົ້າລະວັງຫຼາຍທີ່ສຸດໃນໂລກ ສັງເກດໄດ້ຈາກກ້ອງວົງຈອນປິດຫຼາຍພັນໜ່ວຍ ກະຈ່າຍຢູ່ຕາມເມືອງຕ່າງໆ ແລະ ມີການໃຊ້ເຕັກໂນໂລຊີການຈົດຈຳໃບໜ້າຢ່າງກວ້າງຂວາງ ຕັ້ງແຕ່ການໃຊ້ກົດໝາຍບັງຄັບ ໄປຈົນຮອດການປາບປາມທາງການເມືອງ.

ໂດຍຮ່າງກົດລະບຽບນີ້ທີ່ເຜີຍແຜ່ໂດຍສຳນັກງານ ບໍລິຫານໄຊເບີສະເປດ ຂອງປະເທດຈີນ (Cyberspace Administration of China: CAC) ໄດ້ອອກມາເຕືອນວ່າ ການໃຊ້ເຕັກໂນໂລຊີດັ່ງກ່າວຕ້ອງປະຕີບັດຕາມກົດໝາຍ, ຂໍ້ບັງຄັບ ຄວາມສະຫງົບຂອງປະຊາຊົນ ລວມໄປຮອດການເຄົາລົບສິນທຳທາງສັງຄົມ ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ປະຕິບັດຕາມໜ້າທີ່ໃນການປົກປ້ອງຂໍ້ມູນສ່ວນບຸກຄົນ.

ນອກຈາກນີ້ ສຳນັກງານບໍລິຫານໄຊເບີສະເປດ ຂອງປະເທດຈີນ (Cyberspace Administration of China: CAC) ຍັງໄດ້ລະບຸວ່າ ບໍ່ຄວນຕິດຕັ້ງອຸປະກອນຈັບພາບ ແລະ ອຸປະກອນລະບຸຕົວຕົນໃນຫ້ອງພັກຂອງໂຮງແຮມ, ຫ້ອງນ້ຳສາທາລະນະ, ຫ້ອງປ່ຽນເສື່ອຜ້າ ແລະ ສະຖານທີ່ອື່ນໆທີ່ອາດຈະລະເມີດຄວາມເປັນສ່ວນຕົວ ພ້ອມຍັງບອກອີກວ່າອຸປະກອນເຫຼົ່ານີ້ຄວນຕຶດຕັ້ງໃນສາທາລະນະເພື່ອຄວາມປອດໄພເທົ່ານັ້ນ ໂດຍຕ້ອງມີປ້າຍເຕືອນຢູ່ຂ້າງອຸປະກອນ ແລະ ຕ້ອງສະແດງໃຫ້ເຫັນຢ່າງຊັດເຈນ.

ຢ່າງໃດກໍຕາມ ຮ່າງລະບຽບນີ້ຈະບໍ່ມີຜົນບັງຄັບໃຊກັບໜ່ວຍງານ ທີ່ບໍ່ຈຳເປັນຕ້ອງໄດ້ຮັບຄວາມຍິນຍອມຈາກບຸກຄົນ ຕາມກົດໝາຍ ແລະ ລະບຽບຂໍ້ບັງຄັບ ເຊິ່ງບໍ່ມີການລະບຸເຖິງໜ່ວຍງານເຫຼົ່ານັ້ນ ແຕ່ກົດລະບຽບນີ້ມີຜົນບັງຄັບໃຊ້ໃນວັນທີ 7 ກັນຍາ 2023 ພາຍຫຼັງການປຶກສາຫາລືສາທາລະນະ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/