HUAWEI ພັດທະນາໃຊ້ AI ເບິ່ງພະຍາກອນອາກາດລ່ວງໜ້າໄດ້ 10 ມື້


(HUAWEI CLOUD) ໃນເຄືອບໍລິສັດຫົວເວີ່ຍ ເທັກໂນໂລຍີຂອງຈີນ ໄດ້ເປີດເຜີຍວ່າ (Pangu-Weather) ເປັນໂມເດວປັນຍາປະດິດ ພະຍາກອນອາກາດ ທີ່ຫົວເວີ່ຍພັດທະນາຂຶ້ນ ໄດ້ເປີດໃຊ້ງານແລ້ວ.

ສຳລັບໂມເດວ AI ນີ້ ຊ່ວຍໃຫ້ພະຍາກອນອາກາດໄດ້ແບບຖືກຕ້ອງ ໂດຍປັບປຸງຄວາມໄວໃນການທຳນາຍໄດ້ເຖິງ 10,000 ເທົ່າ, ຫຼຸດເວລາໃນພະຍາຍາກອນອາກາດທົ່ວໂລກ ເຫຼືອພຽງບໍ່ເທົ່າໃດວິນາທີ ຊ່ວຍອຳນວຍຄວາມສະດວກໃນການທຳນາຍລ່ວງໜ້າ ແລະ ກຽມການຮັບມືສະພາບອາກາດທີ່ຮຸນແຮງ.

ນອກຈາກພະຍາກອນອາກາດລ່ວງໜ້າ 10 ມື້ແລ້ວ ທາງສູນພະຍາກອນອາກາດໄລຍະກາງແຫ່ງຢູໂຣບ ຍັງເຜີຍແຜ່ລາຍງານປຽບທຽບຜົນການພະຍາກອນອາກາດ ໂດຍຜ່ານລະບົບພະຍາກອນອາກາດເຊີງຕົວເລກ (NWP) ຊັ້ນນຳລະດັບໂລກ.

ການນຳວິທີການຮຽນຮູ້ຂອງເຄືອ ML ມາໃຊ້ ອາດເປັນຕົວປ່ຽນເກມ ສຳລັບການພະຍາກອນອາກາດເຊີງຕົວເລກ NWP ແບບດັ້ງເດີມ ທີ່ມີຄວາມກ້າວໜ້າທີ່ອາດຈະຊ້າ ເຊິ່ງທັກສະໃນການພະຍາກອນອາກາດ ໄດ້ເພີ່ມຂຶ້ນປະມານ 1 ມື້ຕໍ່ທົດສະວັດ.

ຂໍ້ມູນຈາກ:

HUAWEI

Bangkokbiznew

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/