ເນໂຣ ຈັກກະພັດໂຣມັນ ຜູ້ທີ່ຮ້ອງເພງຕໍ່ໜ້າປະຊາຊົນ ແຕ່ຄົນຟັງທົນສຽງບໍ່ໄຫວຈຶ່ງເຮັດທຳທ່າໝົດສະຕິ ຫຼື ເຮັດວ່າຕາຍ


ເນໂຣ ຈັກກະພັດໂຣມັນ ທີ່ໂຫດຮ້າຍທີ່ສຸດໃນປະຫວັດສາດ ໃນອະດີດທີ່ຜ່ານມາຕ້ອງມີຊື່ຂອງອານາຈັກໂຣມັນລວມຢູ່ນຳຢ່າງແນ່ນອນ ແລະ ໜຶ່ງໃນຈັກກະພັດ ຜູ້ປົກຄອງຈັກກະວັດໂຣມັນ ທີ່ໂຫດຮ້າຍທີ່ສຸດກໍຄື ຈັກກະພັດເນໂຣ ທີ່ສ້າງທີ່ປົກຄອງອານາຈັກເປັນເວລາ 13 ປີ ດ້ວຍຄວາມໂຫດຮ້າຍ ແລະ 4 ວິລະກຳທີ່ລາວໄດ້ກໍ່ເອົາໄວ້ ທີ່ບໍ່ມີໃຜຄາດຄິດວ່າຈະເກີດຂຶ້ນໄດ້ ເຊັ່ນ: ຂ້າແມ່ຕົນເອງ, ຂ້າເມຍຄົນທຳອິດຂອງຕົນເອງ, ລະເລີຍຕໍ່ໄຟໄໝ້ຄັ້ງໃຫຍ່ໃນໂຣມ ແລະ ໂທດຊາວຄຣິສຕຽນ ວ່າເປັນສາເຫດໄຟໄໝ້.

ໃນການບັນທຶກຂອງນັກປະຫວັດສາດໃນໂຣມັນຊູອີໂທນິອຸສ (Suetonius) ໄດ້ບັນທຶກວ່າ ຈັກກະພັດຜູ້ຂຶ້ນຊື່ໃນດ້ານຄວາມ Artist ແລະ ເນໂຣ ເປັນຄົນທີ່ມັກຮ້ອງເພງຢ່າງຍິ່ງ. ມີຄັ້ງໜຶ່ງ ຈັກກະພັດເນໂຣ ໄດ້ຈັດສະແດງໂຊຮ້ອງເພງໃນໂຮງລະຄອນໃນເມືອງເນເປິ້ນ, ແຕ່ຄອນເສີດຄັ້ງທຳອິດຂອງລາວກັບລົ້ມສະຫຼາຍລົງ ເນື່ອງຈາກເກີດແຜ່ນດິນໄຫວຈົນເຮັດໃຫ້ຜູ້ຊົມສ່ວນໃຫຍ່ໃນເມືອງເນເປິ້ນ ຕ້ອງແລ່ນໜີເອົາຊີວິດລອດ.

ເມື່ອເປັນດັ່ງນັ້ນ ເພື່ອບໍ່ໃຫ້ເກີດຂໍ້ຜິດພາດອີກ ຈຶ່ງໄດ້ໂຊການສະແດງຮ້ອງເພງອີກຄັ້ງໜຶ່ງ, ຈັກກະພັດເນໂຣ ຈຶ່ງສັ່ງໃຫ້ທະຫານປິດປະຕູທາງເຂົ້າ-ອອກ ຂອງໂຮງສະແດງ ແລະ ພ້ອມບອກບໍ່ໃຫ້ໃຜອອກຈາກໂຮງເດັດຂາດ ກ່ອນທີ່ ເນໂຣ ຈະຂຶ້ນສະແດງສຳເລັດ. ແຕ່ປາກົດວ່າ ເມື່ອ ເນໂຣ ຂຶ້ນໄປຮ້ອງເພງເທິງເວທີແລ້ວ ຜູ້ຄົນຈຳນວນຫຼາຍກໍບໍ່ສາມາດທົນຟັງໄດ້ຈົນຈົບ ບາງຄົນເຖິງກັບເຮັດທຳທ່າໝົດສະຕິ ບາງຄົນກໍຫຼົບລີ້. ຜູ້ຍິງບາງຄົນກໍທຳທ່າເຈັບທ້ອງຄືກັບຈະເກີດລູກທັງທີ່ບໍ່ໄດ້ຖືພາ ທີ່ພວກເຂົາເຮັດແບບນີ້ ເນື່ອງຈາກຢາກຈະອອກໄປຈາກໂຮງທີ່ມີການສະແດງຂອງ ເນໂຣ.

ຂໍ້ມູນຈາກ:

https://cutt.ly/Qwq5GswN

https://cutt.ly/Awq5GL6C

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/