Maymand ບ້ານດິນບູຮານອາຍຸໄດ້ 1 ໝື່ນປີ ອາກາດຮ້ອນແຕ່ພືດຜັກກໍງາມບໍ່ປ່ຽນ


ບ້ານດິນບູຮານແຫ່ງນີ້ຊື່ວ່າ (Maymand) ເປັນບ້ານທີ່ຕັ້ງຢູ່ທີ່ຮາບສູງ ຕັ້ງຢູ່ໃກ້ກັບເມືອງອີບາບັດ (Shahr-e Babak) ໃນແຂວງເຄແມນ (Kerman) ປະເທດອີຣານ ເຊິ່ງມີອາຍຸເກົ່າແກ່ເຖິງ 12,000 ປີ ມີຜູ້ຄົນທີ່ອາໄສຢູ່ດົນນານເຖິງ 3,000 ປີ ສືບຕໍ່ກັນມາເລື້ອຍໆ. ສ່ວນໃຫຍ່ແລ້ວຜູ້ຄົນທີ່ອາໄສຢູ່ຈະລ້ຽງສັດ ແລະ ເຮັດການຜະລິດກະເສດເພື່ອລ້ຽງຊີບ ອາກາດໃນບໍລິເວນນີ້ຈະໜາວຫຼາຍໃນລະດູໜາວ ແລະ ຈະຮ້ອນຫຼາຍໃນລະດູຮ້ອນ ແຕ່ກໍຍັງອຸດົມສົມບູນດ້ວຍຕົ້ນໝອນ ແລະ ແບລັກເບີຣີ້, ຜູ້ຄົນຈະກັກເກັບນ້ຳຕາມລະດູການໄວ້ເພື່ອໃຊ້ປະໂຫຍດ.

ຂໍ້ມູນຈາກ: The Wild Chronicles

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/