ຈີນຢໍ້າກັບອາເມຣິກາວ່າ ໄຕ້ຫວັນ ແມ່ນເປັນໜຶ່ງດຽວກັບຈີນ ແລະ ເປັນບັນຫາສຳຄັນທີ່ສຸດໃນການຟື້ນສາຍພົວພັນຈີນ-ອາເມຣິກາ


ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຜູ້ແທນລະດັບສູງຂອງ ສປ ຈີນ ໄດ້ເນັ້ນຢໍ້າກັບ ສະຫະລັດອາເມຣິກາ ວ່າ ໄຕ້ຫວັນ ແມ່ນເປັນໜຶ່ງດຽວກັບຈີນ ແລະ ເປັນບັນຫາສຳຄັນທີ່ສຸດໃນການຟື້ນສາຍພົວພັນຈີນ-ອາເມຣິກາ ລະຫວ່າງການປະຊຸມພົບປະກັນຂອງຜູ້ແທນລະດັບສູງຂອງທັງສອງຝ່າຍ ຫວັງຟື້ນຟູສາຍພົວພັນລະຫວ່າງ ຈີນ ແລະ ສະຫະລັດອາເມຣິກາ.

ໃນວັນທີ 18 ມິຖຸນາທີ່ຜ່ານມາ ແອັນໂທນີ ບຣິງເຄນ ລັດຖະມົນຕີກະຊວງການຕ່າງປະເທດ ຂອງສະຫະລັດ ອາເມຣິກາ ໄດ້ເດີນທາງໄປຢາມນະຄອນຫຼວງປັກກິ່ງ ປະເທດຈີນ ໃນຖານະຜູ້ແທນລະດັບສູງຂອງສະຫະລັດອາເມຣິກາ ພົບກັບ ສິນກ່າງ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນ ຫວັງຟື້ນຟູຄວາມສຳພັນທີ່ຕົກຕ່ຳທີ່ສຸດໃນຮອບຫຼາຍທົດສະວັດທີ່ຜ່ານມາ.

ໂດຍການເດີນທາງມາຢາມຈີນຄັ້ງນີ້ຂອງ ແອັນໂທນີ ບຣິງເຄນ ຖືເປັນການມາຢາມຈີນແຜ່ນດິນໃຫຍ່ ຂອງຜູ້ແທນລະດັບສູງຂອງອາເມຣິກາຄັ້ງທຳອິດໃນຫຼາຍເດືອນ ຫຼັງທັງສອງຝ່າຍມີຂໍ້ຂັດແຍ້ງກັນທັງໃນເລື່ອງຂອງ ໄຕ້ຫວັນ, ບອລລູນສອດແນມ ແລະ ການກີດກັນທາງການຄ້າເຊິ່ງກັນ ແລະ ກັນ.

ເຊິ່ງໜຶ່ງໃນປະເດັນສຳຄັນທີ່ທັງສອງຝ່າຍຫາລືກັນໃນຄັ້ງນີ້ ກໍຄືເລື່ອງຂອງ ໄຕ້ຫວັນ ເຊິ່ງ ສິນກ່າງ ໄດ້ເນັ້ນຢໍ້າວ່າ: ບັນຫາໄຕ້ຫວັນແມ່ນແກນກາງດ້ານຜົນປະໂຫຍດແກນກາງຂອງຈີນ,ແມ່ນບັນຫາສຳຄັນທີ່ສຸດສຳລັບການພົວພັນຈີນ-ອາເມຣິກາ, ແລະແມ່ນຄວາມສ່ຽງທີ່ພົ້ນເດັ່ນທີ່ສຸດ, ຈີນເລັ່ງທວງໃຫ້ອາເມຣິກາຈົ່ງເຄົາລົບປະຕິບັດຕາມຫຼັກການປະເທດຈີນດຽວ ແລະ ຖະແຫຼງການຮ່ວມ 3 ສະບັບລະຫວ່າງຈີນ ກັບ ອາເມຣິກາຢ່າງເຂັ້ມງວດ, ປະຕິບັດຄຳໝັ້ນສັນຍາທີ່ບໍ່ສະໜັບສະໜູນໃຫ້ໄຕ້ຫວັນເປັນເອກະລາດຢ່າງແທ້ຈິງ.

ເຊັ່ນດຽວກັນກັບ ວັງຢີ້ ກຳມະການກົມການເມືອງ ຫົວໜ້າຫ້ອງວ່າການຄະນະກຳມະການວຽກງານການຕ່າງປະເທດຂອງສູນກາງພັກຄອມມູນິດຈີນ ໂດຍ ວັງຢີ້ ໄດ້ເນັ້ນຢໍ້າວ່າ: “ກ່ຽວກັບເລື່ອງໄຕ້ຫວັນ ຈີນບໍ່ມີບ່ອນວ່າງໃຫ້ປະນີປະນອມ ຫຼື ຍອມຮັບໃນສິ່ງໃດໆ ສະຫະລັດອາເມຣິກາຕ້ອງຢຶດໝັ້ນຕໍ່ຫຼັກການຈີນດຽວ ແລະ ຖະແຫຼງການການຮ່ວມ 3 ສະບັບລະຫວ່າງຈີນ ກັບ ອາເມຣິກາຢ່າງເຂັ້ມງວດ”.

ນອກຈາກນີ້ ໃນການປະຊຸມກັນຄັ້ງນີ້ ຫຼາຍຝ່າຍຍັງຄາດການວ່າ ທັງຈີນ ແລະ ສະຫະລັດອາເມຣິກາ ອາດຫາລືກັນໃນເລື່ອງຂອງຄວາມຂັດແຍ້ງລະຫວ່າງ ຣັດເຊຍ ແລະ ຢູເຄຣນ, ຄວາມຂັດແຍ້ງດ້ານເທັກໂນໂລຢີຂັ້ນສູງຂອງທັງຈີນ ແລະ ສະຫະລັດອາເມຣິກາ ພ້ອມກັບປະເດັນຄວາມຂັດແຍ້ງອື່ນໆ.

ໂດຍແອັນໂທນີ ບຣິງເຄນ ກ່າວວ່າ: “ຖ້າເຮົາຕ້ອງການໃຫ້ແນ່ໃຈວ່າການແຂ່ງຂັນລະຫວ່າງສະຫະລັດອາເມຣິກາ-ຈີນ ຈະບໍ່ນຳໄປສູ່ຄວາມຂັດແຍ້ງ ເຮົາອາດຕ້ອງເລີ່ມຕົ້ນດ້ວຍການສື່ສານກັນ”.

ນັບເປັນອີກໜຶ່ງກ້າວ ແລະ ສັນຍານທີ່ດີຂອງການເລີ່ມຟື້ນຟູຄວາມສຳພັນຂອງ ສອງປະເທດມະຫາອຳນາດຂອງໂລກ ທີ່ກຳລັງເຊື່ອມໂຊມລົງໃນຫຼາຍທົດສະວັດທີ່ຜ່ານມາ.

ຂອບໃຈຂໍ້ມູນຈາກ: The Standard, Reuter, CRI FM-93

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/