ເປີດລາຍຊື່ນັກສະແດງ Squid Game 2 ທີ່ຂົນທັບນັກສະແດງແຖວໜ້າມາທັງເກົາຫຼີ


Squid Game ຊີຣີ້ເກົາຫຼີໃຕ້ຂອງ Netflix ທີ່ໂດ່ງດັງໄປທົ່ວໂລກ ແລະ ໄດ້ຮັບກະແສຢ່າງລົ້ນເຫຼືອ ພ້ອມກັບສົ່ງສັນຍານວ່າມີຊີຊັ່ນ 2 ຢ່າງແນ່ນອນ ເຮັດໃຫ້ຫຼາຍໆຄົນຕິດຕາມພ້ອມລໍຄອຍການມາຂອງ Squid Game 2. ຫຼ້າສຸດກໍໄດ້ມີການປະກາດລາຍຊື່ນັກສະແດງທີ່ມີທັງຊຸດເກົ່າ ແລະ ນັກສະແດງຊຸດໃໝ່ ທີ່ເຮັດໃຫ້ຫຼາຍໆຄົນຕົກຕະລຶງກັນເລີຍ.

ໃນວັນທີ 18 ມິຖຸນາ 2023 ທາງ Netflix ໄດ້ຈັດງານ TUDUM ງານແຟນມີດຕິງລະດັບໂລກ ຈັດຂຶ້ນຢູ່ລັດ ເຊົາເປົາໂລ ປະເທດ ບຣາຊິວ ໃນງານໄດ້ມີການເປີດເຜີຍຄອນເທັນຫຼາກຫຼາຍທີ່ຜູ້ຊົມທົ່ວໂລກຈະໄດ້ຮັບຊົມ ເຊິ່ງໜຶ່ງໃນຄອນເທັນນັ້ນຄືເລື່ອງ Squid Game 2 ທີ່ຫຼາຍໆຄົນລໍຖ້າກັນ ໂດຍມີວິດີໂອພິເສດໄດ້ມີການປະກາດລາຍຊື່ທີມນັກສະແດງ.

ໂດຍນັກສະແດງ Squid Game 2 ຍັງຄົງນຳທີມໂດຍ Lee Jung Jae ທີ່ຮັບບົດເປັນ Seong Gi Hun, Lee Byun Hun ຮັບບົດເປັນ Front Man, Wi Ha Jun ຮັບບົດເປັນ Hwang Jun Ho ແລະ Gong Yoo  ພ້ອມເສີມທັບກັບນັກສະແດງຊຸດໃໝ່ທີ່ຈະມາຮ່ວມເກມ Yim Si Wan ຈາກ Hell Is Other People, Run On ແລະ  Emergency Declaration, Kang Ha Neul ຈາກ  Forgotten, When the Camellia Blooms ແລະ Insider, Park Sung Hoon ຈາກ Into the Ring, Joseon Exorcist ແລະ The Glory, Yang Dong Geun ຈາກ The Forbidden Marriage, The King of Desert ແລະ Connect.

ຄວາມສຳເລັດຂອງ Squid Game ໄປໄກເຖິງລະດັບນານາຊາດໂດຍສາມາດມີຊື່ເຂົ້າຊິງໃນລາຍການ Emmy Awards ທັງໝົດ 14 ສາຂາ ແລະ ອີກຫຼາກຫຼາຍເວທີທັງໃນ ແລະ ນອກປະເທດ ໂດຍຊີຣີ້ມີເອກະລັກທີ່ເຮັດໃຫ້ຄົນຈື່ຈຳໄປໄດ້ທົ່ວໂລກບໍ່ວ່າຈະສັນຍະລັກ ວົງມົນ, ສາມຫຼ່ຽມ, ສີ່ຫຼ່ຽມ, ຊຸດຄົນຄຸມເກມ ແລະ ຊຸດຜູ້ຫຼິ້ນເກມ, ເພງມູກຸງຮວາ, ຕຸກກະຕາເດັກນ້ອຍຜູ້ຍິງເປຍຜົມ, ເກມຕັກຈີກີ ແລະ ອີກຫຼາຍໆຢ່າງ.

Squid Game 2 ຍັງຢູ່ໃນຂັ້ນຕອນຂອງການພັດທະນາ ໂດຍທີ່ຜູ້ກຳກັບ Hwang Dong-hyuk ທີີກຳລັງວາງບົດ ກຳລັງປັບແກ້ ແລະ ຍັງຢູ່ໃນໄລຍະທຳອິດຂອງໂປຣເຈັກ ແນ່ນອນວ່າມັນຈະຍິ່ງໃຫຍ່ກວ່າເກົ່າ ໂດຍຈະເລີ່ມຖ່າຍທຳພາຍໃນປີນີ້ ແລະ ມີກຳນົດສາຍໃນປີ 2024.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/