Changpeng Zhao ໂລ່ງໃຈເມື່ອຄວາມຂັດເເຍ້ງລະຫວ່າງ Binance ເເລະ SEC ໄດ້ສິ້ນສຸດລົງເເລ້ວ


Changpeng Zhao CEO ຂອງ Binance ໄດ້ສະເເດງຄວາມດີໃຈ ເມື່ອຂໍ້ຂັດເເຍ້ງທີ່ຍືດເຍື້ອກັບຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບສະຫະລັດ (SEC) ໄດ້ສິ້ນສຸດລົງ, ຫຼັງຈາກທີ່ SEC ໄດ້ດຳເນີນການກວດສອບຄວາມຈິງກ່ຽວກັບບໍລິສັດຢ່າງຕໍ່ເນື່ອງ ເຊິ່ງໄດ້ສ້າງຄວາມເຄັ່ງຕຶງ ເເລະ ຄວາມກັງວົນໃຫ້ກັບບໍລິສັດ

ຄວາມບໍ່ເເນ່ນອນດ້ານກົດລະບຽບເລີ່ມຈາງຫາຍໄປໄດ້ຊ່ວຍໃຫ້ CZ ມີສະມາທິຈົດຈໍ່ຢູ່ກັບອະນາຄົດຂອງ Binance ອີກຄັ້ງ. CZ ໄດ້ໂພສໃນ Twitter ຂອງເຂົາວ່າ “ຄຳຂໍຮ້ອງບັນເທົາທຸກສຸກເສີນ” ຂອງ SEC ນັ້ນບໍ່ມີຄວາມຈຳເປັນ, ໂດຍຢືນຢັນວ່າການເເກ້ໄຂບັນຫາຮ່ວມກັນທີ່ໄດ້ຕົກລົງໄວ້ຈະເຮັດໃຫ້ Binance ສາມາດດຳເນີນການຕໍ່ໄປໄດ້ຢ່າງບໍ່ມີຂໍ້ຈຳກັດ.

Amy Berman Jackson ຈາກສານຂອງລັດ Columbia ໄດ້ອະນຸມັດ “Proposed Stipulation and Consent Order” ເຊິ່ງເປັນຂໍ້ບັນລຸລະຫວ່າງ Binance, Binance.US ແລະ SEC ໃນວັນເສົາທີ 18 ເດືອນມິຖຸນາ.

ຈາກຄຳສັ່ງຍິນຍອມນີ້ Binance ຈະຕ້ອງໄດ້ສົ່ງເງິນ fiat ເເລະ Crypto ທີ່ມີສ່ວນກ່ຽວຂ້ອງກັບ Binance.US ທັງໝົດກັບປະເທດສະຫະລັດອາເມຣິກາພາຍໃນວັນທີ່ລະບຸໄວ້ໃນຄຳສັ່ງຂອງສານ. ນອກຈາກນີ້ໃນຂໍ້ຕົກລົງຍັງຫ້າມບໍ່ໃຫ້ເຈົ້າໜ້າທີ່ລະດັບສາກົນຂອງ Binance ສາມາດເຂົ້າເຖິງ Private key ຂອງກະເປົາເງິນທັງໝົດ ບໍ່ວ່າຈະເປັນ Cold wallet ຫຼື Hot wallet

ຢ່າງໃດກໍຕາມ, ເຖິງເເມ່ນວ່າ Binance ຈະກໍາລັງປະເຊີນໜ້າກັບຄວາມທ້າທາຍ ເເລະ ອຸປະສັກດ້ານກົດລະບຽບ, ເເຕ່ທາງບໍລິສັດກໍຍັງຄົງດຳເນີນການໂດຍບໍ່ມີການປ່ຽນເເຜນຫຍັງ ເເລະ ຢືນຢັນວ່າເງິນຂອງຜູ້ໃຊ້ບໍລິການຂອງ Binance ຍັງຄົງປອດໄພດີ.

ທີ່ມາ:

https://cutt.ly/QwtykRwO

https://cutt.ly/twtykXrl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/